Biblia Todo Logo
Internet tuqin Biblia

- Anuncios ukanaka -




ມາຣະໂກ 6:12 - ພຣະຄຳພີລາວສະບັບສະໄໝໃໝ່

12 ພວກສາວົກ​ຈຶ່ງ​ອອກ​ໄປ ແລະ ເທດສະໜາ​ໃຫ້​ປະຊາຊົນ​ຖິ້ມໃຈເກົ່າເອົາໃຈໃໝ່.

Uka jalj uñjjattʼäta Copia luraña

ພຣະຄຳພີສັກສິ

12 ສະນັ້ນ ພວກເພິ່ນ​ຈຶ່ງ​ອອກ​ໄປ​ປະກາດ​ໃຫ້​ຄົນ​ທັງຫລາຍ​ຖິ້ມໃຈເກົ່າ​ເອົາໃຈໃໝ່.

Uka jalj uñjjattʼäta Copia luraña




ມາຣະໂກ 6:12
23 Jak'a apnaqawi uñst'ayäwi  

ຫລັງຈາກ​ພຣະເຢຊູເຈົ້າ​ສັ່ງສອນ​ສາວົກ​ສິບສອງ​ຄົນ​ຂອງ​ພຣະອົງ​ຈົບ​ແລ້ວ, ພຣະອົງ​ກໍ​ໄດ້​ຈາກ​ທີ່​ນັ້ນ​ໄປ​ສັ່ງສອນ ແລະ ເທດສະໜາ​ໃນ​ເມືອງ​ຕ່າງໆ​ຂອງ​ແຂວງ​ຄາລີເລ.


ແລ້ວ​ພຣະເຢຊູເຈົ້າ​ເລີ່ມ​ຕິຕຽນ​ເມືອງ​ຕ່າງໆ​ທີ່​ສ່ວນ​ຫລາຍ​ພຣະອົງ​ໄດ້​ສະແດງ​ການ​ອັດສະຈັນ, ເພາະວ່າ​ພວກເຂົາ​ບໍ່​ໄດ້​ຖິ້ມໃຈເກົ່າເອົາໃຈໃໝ່.


ແລະ ກ່າວ​ວ່າ, “ຈົ່ງ​ຖິ້ມໃຈເກົ່າເອົາໃຈໃໝ່, ເພາະ​ອານາຈັກ​ສະຫວັນ​ມາ​ໃກ້​ແລ້ວ”.


ຈົ່ງ​ເກີດຜົນ​ໃຫ້​ສົມ​ກັບ​ການ​ຖິ້ມໃຈເກົ່າເອົາໃຈໃໝ່.


ຕັ້ງແຕ່​ເວລາ​ນັ້ນ​ມາ ພຣະເຢຊູເຈົ້າ​ກໍ​ເລີ່ມຕົ້ນ​ເທດສະໜາ​ວ່າ, “ຈົ່ງ​ຖິ້ມໃຈເກົ່າເອົາໃຈໃໝ່ ເພາະ​ອານາຈັກ​ສະຫວັນ​ມາ​ໃກ້​ແລ້ວ”.


ແຕ່​ຈົ່ງ​ໄປ ແລະ ສຶກສາ​ໃຫ້​ເຂົ້າໃຈ​ຄວາມໝາຍ​ຂອງ​ຖ້ອຍຄຳ​ທີ່​ວ່າ, ‘ເຮົາ​ປະສົງ​ຄວາມເມດຕາ ບໍ່​ແມ່ນ​ເຄື່ອງບູຊາ’. ເພາະ​ເຮົາ​ບໍ່​ໄດ້​ມາ​ເພື່ອ​ເອີ້ນ​ເອົາ​ຄົນຊອບທຳ, ແຕ່​ມາ​ເພື່ອ​ເອີ້ນ​ເອົາ​ຄົນບາບ​ທັງຫລາຍ”.


ພຣະອົງ​ກ່າວ​ວ່າ, “ເວລາ​ທີ່​ໄດ້​ກຳນົດ​ໄວ້​ມາ​ເຖິງ​ແລ້ວ ແລະ ອານາຈັກ​ຂອງ​ພຣະເຈົ້າ​ໄດ້​ມາ​ໃກ້​ແລ້ວ. ຈົ່ງ​ຖິ້ມໃຈເກົ່າເອົາໃຈໃໝ່ ແລະ ເຊື່ອ​ໃນ​ຂ່າວປະເສີດ!”


“ສຽງ​ຂອງ​ຜູ້​ໜຶ່ງ​ຮ້ອງ​ໃນ​ຖິ່ນແຫ້ງແລ້ງກັນດານ​ວ່າ, ‘ຈົ່ງ​ຈັດຕຽມ​ຫົນທາງ​ສຳລັບ​ອົງພຣະຜູ້ເປັນເຈົ້າ, ຈົ່ງ​ເຮັດ​ຫົນທາງ​ສຳລັບ​ພຣະອົງ​ໃຫ້​ຊື່​ໄປ’”.


ໃນ​ວັນ​ພິພາກສາ, ຊາວ​ເມືອງ​ນີເນເວ​ຈະ​ຢືນ​ຂຶ້ນ​ພ້ອມ​ກັບ​ຄົນ​ຍຸກ​ນີ້ ແລະ ຈະ​ກ່າວໂທດ​ພວກເຂົາ ເພາະ​ຊາວ​ນີເນເວ​ໄດ້​ຖິ້ມໃຈເກົ່າເອົາໃຈໃໝ່​ເພາະ​ຄຳເທດສະໜາ​ຂອງ​ໂຢນາ, ແລະ ບັດນີ້ ຜູ້​ທີ່​ຍິ່ງໃຫຍ່​ກວ່າ​ໂຢນາ​ກໍ​ຢູ່​ທີ່​ນີ້.


ເຮົາ​ບອກ​ພວກເຈົ້າ​ທັງຫລາຍ​ວ່າ, ບໍ່​ແມ່ນ! ແຕ່​ຖ້າ​ພວກເຈົ້າ​ທັງຫລາຍ​ບໍ່​ຖິ້ມໃຈເກົ່າເອົາໃຈໃໝ່, ພວກເຈົ້າ​ກໍ​ຈະ​ຈິບຫາຍ​ໄປ​ເໝືອນກັນ.


ເຮົາ​ບອກ​ພວກເຈົ້າ​ທັງຫລາຍ​ວ່າ, ບໍ່​ແມ່ນ! ແຕ່​ຖ້າ​ພວກເຈົ້າ​ບໍ່​ຖິ້ມໃຈເກົ່າເອົາໃຈໃໝ່, ພວກເຈົ້າ​ກໍ​ຈະ​ຈິບຫາຍ​ໄປ​ເໝືອນກັນ”.


ໃນ​ທຳນອງ​ດຽວກັນ​ນີ້ ເຮົາ​ບອກ​ພວກເຈົ້າ​ວ່າ, ຈະ​ມີ​ຄວາມຊື່ນຊົມຍິນດີ​ໃນ​ທ່າມກາງ​ບັນດາ​ເທວະດາ​ຂອງ​ພຣະເຈົ້າ​ທີ່​ມີ​ຄົນບາບ​ຜູ້​ໜຶ່ງ​ຖິ້ມໃຈເກົ່າເອົາໃຈໃໝ່”.


ເຮົາ​ບອກ​ພວກເຈົ້າ​ວ່າ​ໃນ​ທຳນອງ​ດຽວ​ກັນ​ນີ້ ໃນ​ສະຫວັນ​ຈະ​ມີ​ຄວາມ​ຊື່ນຊົມຍິນດີ​ຫລາຍ​ທີ່​ຄົນບາບ​ຜູ້​ໜຶ່ງ​ຖິ້ມໃຈເກົ່າເອົາໃຈໃໝ່ ຫລາຍ​ກວ່າ​ໃນ​ຄົນ​ຊອບທຳ​ເກົ້າສິບເກົ້າ​ຄົນ​ທີ່​ບໍ່​ຢາກ​ຖິ້ມໃຈເກົ່າເອົາໃຈໃໝ່.


ແລະ ການ​ຖິ້ມໃຈເກົ່າເອົາໃຈໃໝ່​ເພື່ອ​ການອະໄພ​ບາບ​ຈະ​ຖືກ​ປະກາດ​ໃນ​ນາມ​ຂອງ​ພຣະອົງ​ແກ່​ທຸກ​ຊົນຊາດ, ເຊິ່ງ​ເລີ່ມ​ຕັ້ງແຕ່​ທີ່​ເຢຣູຊາເລັມ.


ແລ້ວ​ພວກສາວົກ​ຈຶ່ງ​ອອກ​ເດີນທາງ​ໄປ​ຕາມ​ບ້ານ​ຕ່າງໆ ເພື່ອ​ປະກາດ​ຂ່າວປະເສີດ ແລະ ເພື່ອ​ຮັກສາ​ຄົນ​ເຈັບປ່ວຍ​ທຸກບ່ອນ​ໃຫ້​ຫາຍດີ.


ເມື່ອ​ພວກເຂົາ​ໄດ້​ຍິນ​ຢ່າງນີ້​ແລ້ວ, ພວກເຂົາ​ກໍ​ບໍ່​ມີ​ຂໍ້​ຄັດຄ້ານ​ອັນ​ໃດ​ອີກ ແລະ ພາກັນ​ສັນລະເສີນ​ພຣະເຈົ້າ​ວ່າ, ໂດຍ​ກ່າວ​ວ່າ, “ຖ້າ​ເປັນ​ດັ່ງນັ້ນ​ແລ້ວ, ແມ່ນແຕ່​ຄົນຕ່າງຊາດ​ພຣະເຈົ້າ​ກໍ​ຍັງ​ອະນຸຍາດ​ໃຫ້​ກັບໃຈໃໝ່​ເຂົ້າ​ສູ່​ຊີວິດ​ດ້ວຍ”.


ເປໂຕ​ຕອບ​ວ່າ, “ພວກທ່ານ​ທຸກຄົນ​ຈົ່ງ​ຖິ້ມໃຈເກົ່າເອົາໃຈໃໝ່ ແລະ ຮັບ​ບັບຕິສະມາ​ໃນ​ນາມ​ຂອງ​ພຣະເຢຊູຄຣິດເຈົ້າ ເພື່ອ​ບາບ​ຂອງ​ພວກທ່ານ​ຈະ​ໄດ້​ຮັບ​ການອະໄພ ແລະ ພວກທ່ານ​ກໍ​ຈະ​ໄດ້​ຮັບ​ຂອງປະທານ​ຄື​ພຣະວິນຍານບໍລິສຸດເຈົ້າ.


ຂ້າພະເຈົ້າ​ໄດ້​ປະກາດ​ແກ່​ຄົນ​ຢິວ ແລະ ຄົນ​ກຣີກ​ວ່າ ພວກເຂົາ​ຕ້ອງ​ຖິ້ມໃຈເກົ່າເອົາໃຈໃໝ່​ກັບ​ຄືນ​ມາ​ຫາ​ພຣະເຈົ້າ ແລະ ເຊື່ອ​ໃນ​ພຣະເຢຊູເຈົ້າ ອົງພຣະຜູ້ເປັນເຈົ້າ​ຂອງ​ພວກເຮົາ.


ທຳອິດ ຂ້ານ້ອຍ​ໄດ້​ປະກາດ​ແກ່​ຄົນ​ທັງຫລາຍ​ໃນ​ເມືອງ​ດາມັສກັດ, ຈາກນັ້ນ​ກໍ​ໄດ້​ປະກາດ​ແກ່​ຄົນ​ທັງຫລາຍ​ໃນ​ນະຄອນ​ເຢຣູຊາເລັມ ແລະ ທົ່ວ​ແຂວງ​ຢູດາຍ ແລະ ແກ່​ຄົນຕ່າງຊາດ​ເໝືອນກັນ, ຂ້ານ້ອຍ​ໄດ້​ປະກາດ​ວ່າ​ໃຫ້​ພວກເຂົາ​ຖິ້ມໃຈເກົ່າເອົາໃຈໃໝ່, ຫັນ​ມາຫາ​ພຣະເຈົ້າ ແລະ ສະແດງ​ໃຫ້​ເຫັນ​ການກັບໃຈໃໝ່​ດ້ວຍ​ການກະທຳ​ຂອງ​ຕົນ.


ດັ່ງນັ້ນ, ຈົ່ງ​ຖິ້ມໃຈເກົ່າເອົາໃຈໃໝ່ ແລະ ຫັນ​ຄືນ​ມາ​ຫາ​ພຣະເຈົ້າ, ເພື່ອ​ວ່າ​ບາບ​ທັງຫລາຍ​ຂອງ​ພວກທ່ານ​ຈະ​ຖືກ​ລຶບລ້າງ​ອອກ​ໄປ, ເວລາ​ແຫ່ງ​ຄວາມ​ສົດຊື່ນ​ຈະ​ມາ​ຈາກ​ອົງພຣະຜູ້ເປັນເຈົ້າ,


Jiwasaru arktasipxañani:

Anuncios ukanaka


Anuncios ukanaka