Biblia Todo Logo
Internet tuqin Biblia

- Anuncios ukanaka -




ມາຣະໂກ 4:4 - ພຣະຄຳພີລາວສະບັບສະໄໝໃໝ່

4 ໃນຂະນະ​ທີ່​ລາວ​ກຳລັງ​ຫວ່ານ​ເມັດພືດ​ຢູ່​ນັ້ນ ບາງເມັດ​ກໍ​ຕົກ​ຕາມ​ທາງ ແລ້ວ​ຝູງ​ນົກ​ກໍ​ສັບກິນ​ເມັດພືດ​ນັ້ນ​ຈົນ​ໝົດ.

Uka jalj uñjjattʼäta Copia luraña

ພຣະຄຳພີສັກສິ

4 ຂະນະທີ່​ເຂົາ​ຫວ່ານ​ເມັດ​ພືດ​ໃນ​ນາ​ຢູ່​ນັ້ນ ບາງ​ເມັດ​ຕົກ​ຕາມ​ຫົນທາງ ແລະ​ຝູງ​ນົກ​ໄດ້​ມາ​ສັບ​ກິນ​ເມັດ​ນັ້ນ​ເສຍ.

Uka jalj uñjjattʼäta Copia luraña




ມາຣະໂກ 4:4
8 Jak'a apnaqawi uñst'ayäwi  

ເມື່ອ​ຜູ້ໃດ​ໄດ້​ຍິນ​ພຣະຄຳ​ເລື່ອງ​ອານາຈັກ ແລະ ບໍ່​ເຂົ້າໃຈ ມານຊົ່ວຮ້າຍ​ກໍ​ມາ​ຍາດ​ເອົາ​ພຣະທຳ​ທີ່​ຫວ່ານ​ລົງ​ໃນ​ໃຈ​ຂອງ​ພວກເຂົາ​ໄປ. ນີ້​ຄື​ເມັດພືດ​ທີ່​ຫວ່ານ​ຕາມ​ທາງ.


ຂະນະ​ທີ່​ລາວ​ກຳລັງ​ຫວ່ານ​ເມັດພືດ​ຢູ່​ນັ້ນ, ບາງເມັດ​ກໍ​ຕົກ​ຕາມ​ທາງ ແລ້ວ​ຝູງ​ນົກ​ກໍ​ມາ​ສັບກິນ​ເມັດພືດ​ນັ້ນ​ຈົນ​ໝົດ.


ບາງຄົນ​ກໍ​ເປັນ​ເໝືອນ​ເມັດພືດ​ທີ່​ຕົກ​ຕາມ​ທາງ. ຄື​ຄົນ​ທີ່​ໄດ້​ຍິນ​ພຣະຄຳ, ທັນໃດນັ້ນ ມານຊາຕານ​ກໍ​ມາ​ຍາດຊີງ​ເອົາ​ພຣະຄຳ​ທີ່​ໄດ້​ຫວ່ານ​ລົງ​ໃນ​ພວກເຂົາ​ໄປ.


“ຈົ່ງ​ຟັງ​ໃຫ້​ດີ! ມີ​ຊາວນາ​ຄົນ​ໜຶ່ງ​ອອກ​ໄປ​ຫວ່ານ​ເມັດພືດ.


ບາງເມັດ​ຕົກ​ໃສ່​ບ່ອນ​ທີ່​ມີ​ຫີນ ເຊິ່ງ​ເປັນ​ບ່ອນ​ທີ່​ມີ​ດິນ​ໜ້ອຍ ເມັດ​ເຫລົ່ານີ້​ຈຶ່ງ​ງອກ​ຂຶ້ນ​ໄດ້​ໄວ​ເພາະ​ພື້ນດິນ​ບໍ່​ເລິກ.


ເມັດພືດ​ທີ່​ຕົກ​ໃສ່​ຕາມ​ທາງ​ຄື​ຜູ້​ທີ່​ໄດ້​ຍິນ ແລ້ວ​ມານຮ້າຍ​ກໍ​ມາ​ເອົາ​ພຣະຄຳ​ໄປ​ຈາກ​ໃຈ​ຂອງ​ພວກເຂົາ ເພື່ອ​ບໍ່​ໃຫ້​ພວກເຂົາ​ເຊື່ອ ແລະ ໄດ້​ພົ້ນ.


“ຊາວນາ​ຄົນ​ໜຶ່ງ​ອອກ​ໄປ​ຫວ່ານ​ເມັດພືດ. ຂະນະ​ທີ່​ລາວ​ກຳລັງ​ຫວ່ານ​ເມັດພືດ​ຢູ່​ນັ້ນ ບາງເມັດ​ກໍ​ຕົກ​ຕາມ​ທາງ ແລ້ວ​ເມັດພືດ​ນັ້ນ​ກໍ​ຖືກ​ຢຽບຢໍ່າ ແລະ ຝູງ​ນົກ​ກໍ​ມາ​ສັບກິນ​ເມັດພືດ​ນັ້ນ​ຈົນ​ໝົດ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka