Biblia Todo Logo
Internet tuqin Biblia

- Anuncios ukanaka -




ມາຣະໂກ 4:26 - ພຣະຄຳພີລາວສະບັບສະໄໝໃໝ່

26 ພຣະອົງ​ກ່າວ​ອີກ​ວ່າ, “ອານາຈັກ​ຂອງ​ພຣະເຈົ້າ​ກໍ​ເປັນ​ເໝືອນ ຄົນ​ໜຶ່ງ​ຫວ່ານ​ເມັດພືດ​ລົງ​ໃນ​ດິນ.

Uka jalj uñjjattʼäta Copia luraña

ພຣະຄຳພີສັກສິ

26 ພຣະເຢຊູເຈົ້າ​ກ່າວ​ຕໍ່ໄປ​ວ່າ, “ອານາຈັກ​ຂອງ​ພຣະເຈົ້າ​ກໍ​ເປັນ​ຄື​ດັ່ງນີ້: ມີ​ຄົນ​ໜຶ່ງ​ຫວ່ານ​ເມັດ​ພືດ​ໃສ່​ນາ​ຂອງຕົນ.

Uka jalj uñjjattʼäta Copia luraña




ມາຣະໂກ 4:26
24 Jak'a apnaqawi uñst'ayäwi  

ພຣະເຢຊູເຈົ້າ​ຕອບ​ວ່າ, “ເພາະວ່າ​ຄວາມເລິກລັບ​ແຫ່ງ​ອານາຈັກ​ສະຫວັນ​ໃຫ້​ພວກເຈົ້າ​ຮູ້​ໄດ້, ແຕ່​ຄົນ​ເຫລົ່ານັ້ນ​ບໍ່​ໃຫ້​ຮູ້.


ພຣະເຢຊູເຈົ້າ​ໄດ້​ກ່າວ​ຄຳອຸປະມາ​ອີກ​ວ່າ: “ອານາຈັກ​ສະຫວັນ​ປຽບເໝືອນ​ຄົນ​ຜູ້​ໜຶ່ງ​ທີ່​ຫວ່ານ​ເມັດພືດ​ພັນ​ດີ​ໃນ​ນາ​ຂອງ​ຕົນ


ແລ້ວ​ພຣະອົງ​ໄດ້​ກ່າວ​ຫລາຍ​ເລື່ອງ​ກັບ​ພວກເຂົາ​ເປັນ​ຄຳອຸປະມາ ໂດຍ​ກ່າວ​ວ່າ: “ມີ​ຊາວນາ​ຄົນ​ໜຶ່ງ​ອອກ​ໄປ​ຫວ່ານ​ເມັດພືດ.


ພຣະອົງ​ກ່າວ​ຄຳອຸປະມາ​ອີກ​ເລື່ອງ​ໜຶ່ງ​ແກ່​ພວກເຂົາ​ຟັງ​ວ່າ: “ອານາຈັກ​ສະຫວັນ​ປຽບເໝືອນ​ແກ່ນ​ຜັກກາດ​ເມັດ​ໜຶ່ງ ເຊິ່ງ​ມີ​ຊາຍ​ຄົນ​ໜຶ່ງ​ເອົາ​ໄປ​ປູກ​ໃນ​ນາ​ຂອງ​ຕົນ,


ແລ້ວ​ພຣະອົງ​ກ່າວ​ຄຳອຸປະມາ​ອີກ​ເລື່ອງ​ໜຶ່ງ​ແກ່​ພວກເຂົາ​ຟັງ​ວ່າ: “ອານາຈັກ​ສະຫວັນ​ເປັນ​ເໝືອນ​ເຊື້ອແປ້ງ​ທີ່​ຍິງ​ຄົນ​ໜຶ່ງ​ເອົາ​ປະສົມ​ໃສ່​ໃນ​ແປ້ງ​ປະມານ​ສາມສິບ​ກິໂລກຣາມ​ຈົນ​ແປ້ງ​ທັງໝົດ​ຟູ​ຂຶ້ນ”.


ແລະ ກ່າວ​ວ່າ, “ຈົ່ງ​ຖິ້ມໃຈເກົ່າເອົາໃຈໃໝ່, ເພາະ​ອານາຈັກ​ສະຫວັນ​ມາ​ໃກ້​ແລ້ວ”.


ຕັ້ງແຕ່​ເວລາ​ນັ້ນ​ມາ ພຣະເຢຊູເຈົ້າ​ກໍ​ເລີ່ມຕົ້ນ​ເທດສະໜາ​ວ່າ, “ຈົ່ງ​ຖິ້ມໃຈເກົ່າເອົາໃຈໃໝ່ ເພາະ​ອານາຈັກ​ສະຫວັນ​ມາ​ໃກ້​ແລ້ວ”.


ຜູ້ໃດ​ກໍ​ຕາມ​ທີ່​ມີ​ຢູ່​ແລ້ວ​ກໍ​ຈະ​ໄດ້​ຮັບ​ເພີ່ມເຕີມ​ຂຶ້ນ​ອີກ, ສ່ວນ​ຜູ້​ທີ່​ບໍ່​ມີ ແມ່ນແຕ່​ສິ່ງ​ທີ່​ພວກເຂົາ​ມີ​ຢູ່​ນັ້ນ ກໍ​ຈະ​ຖືກ​ຍົກ​ເອົາ​ໄປ​ຈາກ​ພວກເຂົາ”.


ໃນ​ເວລາ​ກາງເວັນ ແລະ ເວລາ​ກາງຄືນ ບໍ່​ວ່າ​ລາວ​ຈະ​ນອນຫລັບ ຫລື ຕື່ນ​ຂຶ້ນ, ເມັດພືດ​ນັ້ນ​ກໍ​ງອກ ແລະ ເຕີບໃຫຍ່​ຂຶ້ນ ເຖິງ​ວ່າ​ລາວ​ບໍ່​ຮູ້​ວ່າ​ມັນ​ງອກ​ຂຶ້ນ​ໄດ້​ຢ່າງໃດ.


ແລ້ວ​ພຣະເຢຊູເຈົ້າ​ຖາມ​ວ່າ, “ອານາຈັກ​ຂອງ​ພຣະເຈົ້າ​ເປັນ​ເໝືອນ​ອັນໃດ? ເຮົາ​ຈະ​ປຽບທຽບ​ອານາຈັກ​ນັ້ນ​ກັບ​ອັນໃດ​ດີ?


“ຄວາມໝາຍ​ຂອງ​ຄຳອຸປະມາ​ກໍ​ຄື ເມັດພືດ​ທີ່​ຫວ່ານ​ນັ້ນ​ແມ່ນ​ພຣະຄຳ​ຂອງ​ພຣະເຈົ້າ,


“ຊາວນາ​ຄົນ​ໜຶ່ງ​ອອກ​ໄປ​ຫວ່ານ​ເມັດພືດ. ຂະນະ​ທີ່​ລາວ​ກຳລັງ​ຫວ່ານ​ເມັດພືດ​ຢູ່​ນັ້ນ ບາງເມັດ​ກໍ​ຕົກ​ຕາມ​ທາງ ແລ້ວ​ເມັດພືດ​ນັ້ນ​ກໍ​ຖືກ​ຢຽບຢໍ່າ ແລະ ຝູງ​ນົກ​ກໍ​ມາ​ສັບກິນ​ເມັດພືດ​ນັ້ນ​ຈົນ​ໝົດ.


ເຮົາ​ບອກ​ພວກເຈົ້າ​ຕາມ​ຄວາມຈິງ​ວ່າ, ຖ້າ​ເມັດ​ເຂົ້າຫວີດ​ບໍ່​ຕົກ​ລົງ​ພື້ນດິນ ແລະ ຕາຍ​ໄປ ກໍ​ຄົງ​ຈະ​ມີ​ຢູ່​ພຽງ​ແຕ່​ເມັດ​ດຽວ. ແຕ່​ຖ້າ​ເມັດ​ນັ້ນ​ໄດ້​ຕາຍ​ໄປ​ກໍ​ຈະ​ເກີດຜົນ​ໃຫ້​ມີ​ເມັດ​ອື່ນໆ​ຫລາຍ​ຂຶ້ນ.


ຜູ້ສ້າງສັນຕິສຸກ​ກໍ​ຫວ່ານ​ໃນ​ສັນຕິສຸກ ຍ່ອມ​ເກັບກ່ຽວ​ຜົນ​ແຫ່ງ​ຄວາມຊອບທຳ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka