Biblia Todo Logo
Internet tuqin Biblia

- Anuncios ukanaka -




ມາຣະໂກ 4:19 - ພຣະຄຳພີລາວສະບັບສະໄໝໃໝ່

19 ແຕ່​ມີ​ຄວາມກັງວົນ​ໃນ​ຊີວິດ​ນີ້, ຄວາມຫລອກລວງ​ຂອງ​ຄວາມຮັ່ງມີ ແລະ ຕະຫລອດ​ທັງ​ຄວາມປາຖະໜາ​ໃນ​ສິ່ງ​ຕ່າງໆ​ໄດ້​ເຂົ້າ​ມາ​ຫຸ້ມຮັດ​ພຣະຄຳ​ໄວ້ ຈຶ່ງ​ເຮັດ​ໃຫ້​ພຣະຄຳ​ບໍ່​ເກີດຜົນ.

Uka jalj uñjjattʼäta Copia luraña

ພຣະຄຳພີສັກສິ

19 ແຕ່​ເຂົາ​ມີ​ຄວາມ​ກັງວົນ​ເຖິງ​ຊີວິດ​ນີ້, ການ​ຢາກຮັ່ງ​ຢາກມີ, ຕະຫລອດ​ທັງ​ຄວາມ​ຕ້ອງການ​ທຸກສິ່ງ​ທຸກຢ່າງ ໄດ້​ເຂົ້າ​ມາ​ຫຸ້ມ​ຮັດ​ພຣະທຳ​ໄວ້ ພຣະທຳ​ຈຶ່ງ​ບໍ່​ເກີດຜົນ

Uka jalj uñjjattʼäta Copia luraña




ມາຣະໂກ 4:19
28 Jak'a apnaqawi uñst'ayäwi  

ເມັດພືດ​ທີ່​ຕົກ​ກາງ​ຟຸ່ມໜາມ ຄື​ຜູ້​ທີ່​ໄດ້​ຍິນ​ພຣະຄຳ​ແຕ່​ມີ​ຄວາມກັງວົນ​ໃນ​ຊີວິດ​ນີ້ ແລະ ຄວາມຫລອກລວງ​ຂອງ​ຄວາມຮັ່ງມີ​ເຂົ້າ​ມາ​ຫຸ້ມຮັດ​ພຣະຄຳ​ນັ້ນ​ໄວ້​ຈຶ່ງ​ບໍ່​ເກີດຜົນ.


ແລ້ວ​ພຣະເຢຊູເຈົ້າ​ກ່າວ​ແກ່​ພວກສາວົກ​ຂອງ​ພຣະອົງ​ວ່າ, “ເຮົາ​ບອກ​ພວກເຈົ້າ​ຕາມ​ຄວາມຈິງ​ວ່າ, ຍາກ​ຫລາຍ​ທີ່​ຄົນຮັ່ງມີ​ຈະ​ເຂົ້າ​ໄປ​ໃນ​ອານາຈັກ​ສະຫວັນ.


ຂວານ​ນັ້ນ​ກໍ​ກຽມພ້ອມ​ຢູ່​ເຫງົ້າໄມ້​ແລ້ວ ແລະ ຕົ້ນໄມ້​ທຸກ​ຕົ້ນ​ທີ່​ບໍ່​ເກີດຜົນ​ດີ​ກໍ​ຈະ​ຖືກ​ຕັດ​ລົງ ແລະ ໂຍນ​ຖິ້ມ​ໃສ່​ໄຟ.


ຍັງ​ມີ​ບາງຄົນ​ເປັນ​ເໝືອນ​ເມັດພືດ​ທີ່​ຫວ່ານ​ລົງ​ກາງ​ຟຸ່ມໜາມ, ຄື​ຜູ້​ທີ່​ໄດ້​ຍິນ​ພຣະຄຳ,


ອົງພຣະຜູ້ເປັນເຈົ້າ​ຕອບ​ວ່າ, “ມາທາ ມາທາ​ເອີຍ, ເຈົ້າ​ກັງວົນ ແລະ ວຸ້ນວາຍ​ນຳ​ຫລາຍ​ສິ່ງ​ແທ້​ນໍ,


“ຈົ່ງ​ລະວັງ​ໃຫ້​ດີ, ຢ່າ​ໃຫ້​ໃຈ​ຂອງ​ພວກເຈົ້າ​ຈົມ​ຢູ່​ກັບ​ການ​ກິນລ້ຽງ, ດື່ມ​ເຫລົ້າ​ມຶນເມົາ ແລະ ຄວາມກັງວົນ​ຂອງ​ຊີວິດ ແລະ ວັນ​ນັ້ນ​ກໍ​ຈະ​ມາ​ເຖິງ​ພວກເຈົ້າ​ຢ່າງ​ໄວ​ເໝືອນ​ກັບ​ບ້ວງແຮ້ວ.


ທຸກ​ກິ່ງ​ໃນ​ເຮົາ​ທີ່​ບໍ່​ເກີດຜົນ​ພຣະອົງ​ລິ​ຖິ້ມ​ເສຍ, ສ່ວນ​ທຸກ​ກິ່ງ​ທີ່​ເກີດຜົນ​ພຣະອົງ​ຕອນ​ເພື່ອ​ວ່າ​ໃຫ້​ເກີດຜົນ​ຫລາຍຂຶ້ນ.


ຢ່າ​ດຳເນີນຊີວິດ​ເໝືອນ​ຢ່າງ​ຄົນ​ໃນ​ໂລກ​ນີ້ ແຕ່​ຈົ່ງ​ຮັບ​ການປ່ຽນແປງ​ຈິດໃຈ​ຂອງ​ພວກເຈົ້າ​ໃໝ່ ແລ້ວ​ພວກເຈົ້າ​ຈະ​ສາມາດ​ພິສູດ ແລະ ຢືນຢັນ​ໄດ້​ວ່າ​ສິ່ງໃດ​ຄື​ຄວາມ​ປະສົງ​ທີ່​ດີ, ເປັນ​ທີ່​ຍອມ​ຮັບ ແລະ ສົມບູນແບບ​ຂອງ​ພຣະເຈົ້າ.


ເຊິ່ງ​ພວກເຈົ້າ​ເຄີຍ​ດຳເນີນຊີວິດ​ເມື່ອ​ພວກເຈົ້າ​ໄດ້​ຕິດຕາມ​ທາງ​ຂອງ​ໂລກ​ນີ້ ແລະ ວິຖີ​ຂອງ​ຜູ້ມີອຳນາດ​ແຫ່ງ​ຍ່ານ​ຟ້າ​ອາກາດ, ເຊິ່ງ​ເປັນ​ວິນຍານ​ທີ່​ເວລາ​ນີ້​ທຳງານ​ຢູ່​ໃນ​ບັນດາ​ຜູ້​ທີ່​ບໍ່ເຊື່ອຟັງ.


ເພາະ​ພວກເຮົາ​ບໍ່​ໄດ້​ຕໍ່ສູ້​ກັບ​ເນື້ອໜັງ ແລະ ເລືອດ, ແຕ່​ຕໍ່ສູ້​ກັບ​ບັນດາ​ຜູ້ປົກຄອງ, ຕໍ່ສູ້​ກັບ​ຜູ້​ມີ​ສິດອຳນາດ, ຕໍ່ສູ້​ກັບ​ອຳນາດ​ແຫ່ງ​ຄວາມມືດ​ຂອງ​ໂລກ​ນີ້ ແລະ ຕໍ່ສູ້​ກັບ​ບັນດາ​ວິນຍານ​ຝ່າຍ​ຄວາມ​ຊົ່ວຮ້າຍ​ໃນ​ອາກາດ​ສະຖານ.


ຢ່າ​ກະວົນກະວາຍ​ໃນ​ສິ່ງ​ໃດ​ເລີຍ, ແຕ່​ໃນ​ທຸກ​ສະຖານະການ ຈົ່ງ​ຂໍ​ທຸກສິ່ງ​ທີ່​ພວກເຈົ້າ​ປາຖະໜາ​ນັ້ນ​ຕໍ່​ພຣະເຈົ້າ ດ້ວຍ​ການອະທິຖານ ແລະ ອ້ອນວອນ ພ້ອມ​ກັບ​ການຂອບພຣະຄຸນ.


ຈົ່ງ​ສັ່ງ​ບັນດາ​ຜູ້​ທີ່​ຮັ່ງມີ​ໃນ​ໂລກ​ປັດຈຸບັນ​ນີ້​ບໍ່​ໃຫ້​ຈອງຫອງ ຫລື ມອບ​ຄວາມຫວັງ​ໄວ້​ກັບ​ຊັບສົມບັດ ເຊິ່ງ​ເປັນ​ສິ່ງ​ທີ່​ບໍ່​ແນ່ນອນ, ແຕ່​ໃຫ້​ມອບ​ຄວາມຫວັງ​ຂອງ​ພວກເຂົາ​ໄວ້​ໃນ​ພຣະເຈົ້າ​ຜູ້​ຈັດຕຽມ​ທຸກສິ່ງ​ໃຫ້​ພວກເຮົາ​ຢ່າງ​ບໍລິບູນ​ເພື່ອ​ຄວາມປິຕິຍິນດີ​ຂອງ​ພວກເຮົາ.


ເພາະ​ເດມາ​ໄດ້​ຮັກ​ໂລກ​ນີ້, ໄດ້​ປະຖິ້ມ​ເຮົາ​ໄປ​ຍັງ​ເມືອງ​ເທສະໂລນິກ​ແລ້ວ. ເຄເຊັນ​ໄດ້​ໄປ​ຍັງ​ແຂວງ​ຄາລາເຕຍ ແລະ ຕີໂຕ​ໄດ້​ໄປ​ຍັງ​ເມືອງ​ດັນມາເຕຍ.


ເພາະ​ຖ້າ​ພວກເຈົ້າ​ມີ​ຄຸນສົມບັດ​ເຫລົ່ານີ້​ຫລາຍຂຶ້ນ ກໍ​ຈະ​ເຮັດໃຫ້​ພວກເຈົ້າ​ມີ​ປະສິດທິພາບ ແລະ ເກີດຜົນ​ໃນ​ການ​ຮູ້ຈັກ​ພຣະເຢຊູຄຣິດເຈົ້າ​ອົງພຣະຜູ້ເປັນເຈົ້າ​ຂອງ​ພວກເຮົາ.


ຄົນ​ເຫລົ່ານີ້​ເປັນ​ຮອຍ​ຕຳໜິ​ໃນ​ງານລ້ຽງ​ແຫ່ງ​ຄວາມຮັກ​ຂອງ​ພວກເຈົ້າ ພວກເຂົາ​ຮ່ວມ​ກິນ​ກັບ​ພວກເຈົ້າ​ໂດຍ​ບໍ່​ຢ້ານກົວ​ເລິີຍ ເປັນ​ເໝືອນ​ຄົນລ້ຽງແກະ​ທີ່​ລ້ຽງ​ແຕ່​ຕົນເອງ. ພວກເຂົາ​ເປັນ​ເມກ​ທີ່​ບໍ່​ມີ​ຝົນ, ຖືກ​ພັດ​ໄປ​ຕາມ​ລົມ, ເປັນ​ຕົ້ນໄມ້​ທີ່​ບໍ່​ເກີດຜົນ​ຕາມ​ລະດູ ແລະ ຖືກ​ຖອນ​ຮາກ​ຖອນ​ເຫງົ້າ​ຕາຍ​ແລ້ວ​ຕາຍ​ອີກ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka