Biblia Todo Logo
Internet tuqin Biblia

- Anuncios ukanaka -




ມາຣະໂກ 4:14 - ພຣະຄຳພີລາວສະບັບສະໄໝໃໝ່

14 ຊາວນາ​ນັ້ນ​ໄດ້​ຫວ່ານ​ພຣະທຳ.

Uka jalj uñjjattʼäta Copia luraña

ພຣະຄຳພີສັກສິ

14 ຜູ້​ຫວ່ານ​ນັ້ນ ໄດ້​ແກ່​ຜູ້​ຫວ່ານ​ພຣະທຳ​ຂອງ​ພຣະເຈົ້າ.

Uka jalj uñjjattʼäta Copia luraña




ມາຣະໂກ 4:14
13 Jak'a apnaqawi uñst'ayäwi  

ເມື່ອ​ຜູ້ໃດ​ໄດ້​ຍິນ​ພຣະຄຳ​ເລື່ອງ​ອານາຈັກ ແລະ ບໍ່​ເຂົ້າໃຈ ມານຊົ່ວຮ້າຍ​ກໍ​ມາ​ຍາດ​ເອົາ​ພຣະທຳ​ທີ່​ຫວ່ານ​ລົງ​ໃນ​ໃຈ​ຂອງ​ພວກເຂົາ​ໄປ. ນີ້​ຄື​ເມັດພືດ​ທີ່​ຫວ່ານ​ຕາມ​ທາງ.


ແລ້ວ​ພຣະອົງ​ໄດ້​ກ່າວ​ຫລາຍ​ເລື່ອງ​ກັບ​ພວກເຂົາ​ເປັນ​ຄຳອຸປະມາ ໂດຍ​ກ່າວ​ວ່າ: “ມີ​ຊາວນາ​ຄົນ​ໜຶ່ງ​ອອກ​ໄປ​ຫວ່ານ​ເມັດພືດ.


ພຣະເຢຊູເຈົ້າ​ຕອບ​ວ່າ, “ຜູ້​ທີ່​ຫວ່ານ​ເມັດພືດ​ພັນ​ດີ​ນັ້ນ​ແມ່ນ​ບຸດມະນຸດ,


ດັ່ງນັ້ນ ປະຊາຊົນ​ຢ່າງ​ຫລວງຫລາຍ​ຈຶ່ງ​ມາ​ເຕົ້າໂຮມກັນ​ຢູ່​ທີ່​ນັ້ນ​ຈົນ​ບໍ່​ມີ​ບ່ອນ​ຫວ່າງ​ແມ່ນແຕ່​ທີ່​ນອກ​ປະຕູ​ທາງເຂົ້າ ແລະ ພຣະອົງ​ໄດ້​ສັ່ງສອນ​ພຣະທຳ​ສູ່​ພວກເຂົາ​ຟັງ.


ແລ້ວ​ພຣະເຢຊູເຈົ້າ​ກ່າວ​ກັບ​ພວກເພິ່ນ​ວ່າ, “ພວກເຈົ້າ​ບໍ່​ເຂົ້າໃຈ​ຄຳອຸປະມາ​ນີ້​ບໍ? ຖ້າ​ເປັນ​ຢ່າງນັ້ນ ພວກເຈົ້າ​ຈະ​ເຂົ້າໃຈ​ຄຳອຸປະມາ​ເລື່ອງ​ອື່ນ​ໄດ້​ຢ່າງໃດ?


ບາງຄົນ​ກໍ​ເປັນ​ເໝືອນ​ເມັດພືດ​ທີ່​ຕົກ​ຕາມ​ທາງ. ຄື​ຄົນ​ທີ່​ໄດ້​ຍິນ​ພຣະຄຳ, ທັນໃດນັ້ນ ມານຊາຕານ​ກໍ​ມາ​ຍາດຊີງ​ເອົາ​ພຣະຄຳ​ທີ່​ໄດ້​ຫວ່ານ​ລົງ​ໃນ​ພວກເຂົາ​ໄປ.


“ຈົ່ງ​ຟັງ​ໃຫ້​ດີ! ມີ​ຊາວນາ​ຄົນ​ໜຶ່ງ​ອອກ​ໄປ​ຫວ່ານ​ເມັດພືດ.


ຕາມ​ທີ່​ສົ່ງ​ຕໍ່​ມາ​ເຖິງ​ພວກເຮົາ​ຈາກ​ຄົນ​ເຫລົ່າ​ນັ້ນ​ທີ່​ໄດ້​ເຫັນ​ກັບ​ຕາ​ຕັ້ງ​ແຕ່​ຕົ້ນ ແລະ ເປັນ​ຜູ້ຮັບໃຊ້​ຖ້ອຍຄຳ.


“ຄວາມໝາຍ​ຂອງ​ຄຳອຸປະມາ​ກໍ​ຄື ເມັດພືດ​ທີ່​ຫວ່ານ​ນັ້ນ​ແມ່ນ​ພຣະຄຳ​ຂອງ​ພຣະເຈົ້າ,


ບັນດາ​ຜູ້​ທີ່​ກະຈັດ​ກະຈາຍ​ໄປ​ນັ້ນ ກໍ​ໄດ້​ພາກັນ​ປະກາດ​ພຣະຄຳ​ຕາມ​ບ່ອນ​ຕ່າງໆ​ທີ່​ພວກເຂົາ​ໄປ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka