Biblia Todo Logo
Internet tuqin Biblia

- Anuncios ukanaka -




ມາຣະໂກ 3:9 - ພຣະຄຳພີລາວສະບັບສະໄໝໃໝ່

9 ເພາະ​ຍ້ອນ​ປະຊາຊົນ​ເຫລົ່ານີ້ ພຣະອົງ​ຈຶ່ງ​ສັ່ງ​ພວກສາວົກ​ຂອງ​ພຣະອົງ​ໃຫ້​ຕຽມ​ເຮືອ​ນ້ອຍ​ໄວ້​ໃຫ້​ພຣະອົງ​ລຳ​ໜຶ່ງ, ເພື່ອ​ບໍ່​ໃຫ້​ປະຊາຊົນ​ມາ​ບຽດ​ພຣະອົງ.

Uka jalj uñjjattʼäta Copia luraña

ພຣະຄຳພີສັກສິ

9 ສະນັ້ນ ພຣະອົງ​ຈຶ່ງ​ບອກ​ພວກ​ສາວົກ​ໃຫ້​ຕຽມ​ເຮືອ​ນ້ອຍ​ລຳ​ໜຶ່ງ​ໄວ້ ເພື່ອ​ປະຊາຊົນ​ຈະ​ບໍ່ໄດ້​ບຽດສຽດ​ພຣະອົງ.

Uka jalj uñjjattʼäta Copia luraña




ມາຣະໂກ 3:9
9 Jak'a apnaqawi uñst'ayäwi  

ຫລັງຈາກ​ທີ່​ພຣະເຢຊູເຈົ້າ​ບອກ​ໃຫ້​ປະຊາຊົນ​ເລີກ​ເມືອ​ແລ້ວ, ພຣະອົງ​ກໍ​ຂຶ້ນ​ເຮືອ ແລະ ໄປ​ສູ່​ຂົງເຂດ​ມາຄາດານ.


ແລ້ວ​ພຣະເຢຊູເຈົ້າ​ໄດ້​ສັ່ງສອນ​ທີ່​ແຄມ​ທະເລສາບ​ອີກ. ປະຊາຊົນ​ໄດ້​ມາ​ເຕົ້າໂຮມກັນ​ອ້ອມ​ພຣະອົງ​ຢ່າງ​ແໜ້ນໜາ​ຫລາຍ ຈົນ​ພຣະອົງ​ຕ້ອງ​ລົງ​ໄປ​ນັ່ງ​ໃນ​ເຮືອ​ຢູ່​ແຄມ​ຝັ່ງ​ທະເລສາບ, ສ່ວນ​ປະຊາຊົນ​ນັ້ນ​ຢູ່​ເທິງ​ບົກ​ຕາມ​ແຄມ​ຝັ່ງ.


ດັ່ງນັ້ນ ພວກເພິ່ນ​ຈຶ່ງ​ພາ​ພຣະອົງ​ລົງ​ໄປ​ໃນ​ເຮືອ​ທີ່​ພຣະອົງ​ເຄີຍ​ຢູ່​ໂດຍ​ປະ​ປະຊາຊົນ​ໄວ້ ແລະ ມີ​ເຮືອ​ລຳ​ອື່ນໆ​ໄປ​ນຳ​ດ້ວຍ.


ພໍ​ພຣະເຢຊູເຈົ້າ​ອອກ​ຈາກ​ເຮືອ​ໄປ, ມີ​ຊາຍ​ຄົນ​ໜຶ່ງ​ທີ່​ຖືກ​ວິນຍານສົກກະປົກ​ເຂົ້າ​ສິງ​ຢູ່​ໄດ້​ອອກ​ຈາກ​ອຸບມຸງ​ຝັງສົບ​ມາ​ພົບ​ພຣະອົງ.


ຝ່າຍ​ພຣະເຢຊູເຈົ້າ​ຮູ້​ທັນທີ​ວ່າ​ລິດເດດ​ໄດ້​ອອກຈາກ​ພຣະອົງ. ພຣະອົງ​ຈຶ່ງ​ປິ່ນໜ້າ​ມາ​ທາງ​ປະຊາຊົນ ແລະ ຖາມ​ວ່າ, “ຜູ້ໃດ​ບາຍ​ເຄື່ອງນຸ່ງ​ຂອງ​ເຮົາ?”


ດັ່ງນັ້ນ, ພຣະອົງ​ກັບ​ພວກສາວົກ​ຈຶ່ງ​ລົງ​ເຮືອ​ໄປ​ຍັງ​ບ່ອນ​ທີ່​ມິດງຽບ.


ວັນ​ໜຶ່ງ​ຂະນະ​ທີ່​ພຣະເຢຊູເຈົ້າ​ຢືນ​ຢູ່​ທີ່​ແຄມ​ທະເລສາບ​ເຄັນເນຊາເຣັດ​ໂດຍ​ມີ​ປະຊາຊົນ​ກຳລັງ​ຫຸ້ມ​ອ້ອມ​ພຣະອົງ ເພື່ອ​ຟັງ​ພຣະຄຳ​ຂອງ​ພຣະເຈົ້າ,


ພຣະອົງ​ຈຶ່ງ​ລົງ​ເຮືອ​ລຳ​ໜຶ່ງ ເຊິ່ງ​ເປັນ​ເຮືອ​ຂອງ​ຊີໂມນ ແລະ ຂໍ​ໃຫ້​ເພິ່ນ​ຖອຍ​ເຮືອ​ອອກ​ໄປ​ຈາກ​ຝັ່ງ​ໜ້ອຍໜຶ່ງ. ແລ້ວ​ພຣະອົງ​ກໍ​ນັ່ງ​ລົງ ແລະ ສັ່ງສອນ​ປະຊາຊົນ​ຈາກ​ເທິງ​ເຮືອ.


ພຣະເຢຊູເຈົ້າ​ຮູ້ຈັກ​ວ່າ​ພວກເຂົາ​ຕັ້ງໃຈ​ຈະ​ມາ​ໃຊ້​ກຳລັງ​ບັງຄັບ​ໃຫ້​ເອົາ​ພຣະອົງ​ຂຶ້ນ​ເປັນ​ກະສັດ, ພຣະອົງ​ຈຶ່ງ​ຂຶ້ນ​ໄປ​ເທິງ​ພູ​ອີກ​ແຕ່​ຜູ້​ດຽວ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka