3 ພຣະເຢຊູເຈົ້າກ່າວແກ່ຊາຍມືລີບວ່າ, “ຈົ່ງຢືນຂຶ້ນຕໍ່ໜ້າທຸກຄົນ”.
3 ພຣະເຢຊູເຈົ້າກ່າວແກ່ຊາຍມືລີບວ່າ, “ຈົ່ງລຸກຂຶ້ນມາຢືນຢູ່ທາງໜ້າພີ້.”
ແລະ ຢູ່ທີ່ນັ້ນມີຊາຍມືລີບຄົນໜຶ່ງ. ພວກເຂົາຊອກຫາສາເຫດທີ່ຈະຈັບຜິດພຣະເຢຊູເຈົ້າ, ດັ່ງນັ້ນ ພວກເຂົາຈຶ່ງຖາມພຣະອົງວ່າ, “ການຮັກສາພະຍາດໃນວັນຊະບາໂຕເປັນການຖືກຕ້ອງຕໍ່ກົດບັນຍັດບໍ?”
ມີບາງຄົນໃນພວກເຂົາກຳລັງຊອກຫາສາເຫດທີ່ຈະກ່າວໂທດພຣະເຢຊູເຈົ້າ, ດັ່ງນັ້ນ ພວກເຂົາຈຶ່ງຕິດຕາມເບິ່ງພຣະອົງຢ່າງໃກ້ຊິດວ່າພຣະອົງຈະຮັກສາຊາຍຄົນນີ້ໃນວັນຊະບາໂຕ ຫລື ບໍ່.
ແລ້ວພຣະເຢຊູເຈົ້າຖາມພວກເຂົາວ່າ, “ອັນໃດທີ່ຖືກຕ້ອງຕາມກົດບັນຍັດໃນວັນຊະບາໂຕ ຈະເຮັດດີ ຫລື ເຮັດຊົ່ວ, ຈະຊ່ວຍຊີວິດ ຫລື ທຳລາຍຊີວິດ?” ແຕ່ພວກເຂົາໄດ້ມິດຢູ່.
ແຕ່ພຣະເຢຊູເຈົ້າຮູ້ວ່າພວກເຂົາກຳລັງຄິດສິ່ງໃດຢູ່ ຈຶ່ງກ່າວກັບຊາຍມືລີບວ່າ, “ຈົ່ງລຸກຂຶ້ນ ແລະ ຢືນຕໍ່ໜ້າທຸກຄົນ”. ດັ່ງນັ້ນລາວຈຶ່ງລຸກຂຶ້ນ ແລະ ໄປຢືນຢູ່ທີ່ນັ້ນ.
ຕາບໃດທີ່ຍັງເປັນເວລາກາງເວັນຢູ່, ພວກເຮົາທັງຫລາຍຕ້ອງເຮັດພາລະກິດຂອງພຣະອົງຜູ້ໃຊ້ເຮົາມາ. ເວລາກາງຄືນກໍໃກ້ຈະມາເຖິງແລ້ວ, ເວລານັ້ນບໍ່ມີຜູ້ໃດເຮັດການໄດ້.
ເຫດສະນັ້ນ ພີ່ນ້ອງທີ່ຮັກຂອງເຮົາເອີຍ, ຈົ່ງຕັ້ງໝັ້ນຢູ່. ຢ່າໃຫ້ສິ່ງໃດເຮັດໃຫ້ພວກເຈົ້າຫວັ່ນໄຫວ. ຈົ່ງທຸ້ມເທພວກເຈົ້າເອງຢ່າງເຕັມທີ່ໃຫ້ກັບງານຂອງອົງພຣະຜູ້ເປັນເຈົ້າ, ເພາະພວກເຈົ້າຮູ້ແລ້ວວ່າໃນອົງພຣະຜູ້ເປັນເຈົ້າ ການງານຂອງພວກເຈົ້ານັ້ນບໍ່ໄດ້ໄຮ້ປະໂຫຍດ.
ຢ່າໃຫ້ພວກເຮົາເມື່ອຍລ້າໃນການເຮັດດີ, ເພາະຖ້າພວກເຮົາບໍ່ທໍ້ຖອຍ ພວກເຮົາກໍຈະເກັບກ່ຽວຜົນໃນເວລາອັນເໝາະສົມ.
ແລະ ເພາະການທີ່ເຮົາຖືກລ່າມໂສ້ນັ້ນ ເຮັດໃຫ້ພີ່ນ້ອງສ່ວນຫລາຍມີຄວາມໝັ້ນໃຈໃນອົງພຣະຜູ້ເປັນເຈົ້າ ແລະ ທ້າທາຍທຸກຄົນໃຫ້ປະກາດຂ່າວປະເສີດໂດຍບໍ່ໄດ້ຢ້ານກົວ.
ເຫດສະນັ້ນ, ເພາະພຣະຄຣິດເຈົ້າໄດ້ທົນທຸກທາງກາຍຂອງພຣະອົງແລ້ວ ພວກເຈົ້າເອງກໍຈົ່ງຕຽມໂຕໃຫ້ພ້ອມດ້ວຍທ່າທີຢ່າງດຽວກັນ. ເພາະຜູ້ໃດກໍຕາມທີ່ທົນທຸກທາງກາຍກໍຈະເຊົາເຮັດບາບ.