Biblia Todo Logo
Internet tuqin Biblia

- Anuncios ukanaka -




ມາຣະໂກ 3:16 - ພຣະຄຳພີລາວສະບັບສະໄໝໃໝ່

16 ບັນດາ​ສິບສອງ​ຄົນ​ທີ່​ພຣະອົງ​ໄດ້​ແຕ່ງຕັ້ງ​ມີ​ດັ່ງນີ້: ຊີໂມນ (ພຣະອົງ​ໄດ້​ຕັ້ງ​ຊື່​ໃຫ້​ວ່າ​ເປໂຕ),

Uka jalj uñjjattʼäta Copia luraña

ພຣະຄຳພີສັກສິ

16 ພວກ​ອັກຄະສາວົກ​ສິບສອງ​ຄົນ​ທີ່​ພຣະເຢຊູເຈົ້າ​ໄດ້​ເລືອກ​ມີ​ດັ່ງນີ້: ຊີໂມນ (ພຣະເຢຊູເຈົ້າ​ໄດ້​ຕັ້ງ​ຊື່​ໃໝ່​ໃຫ້​ວ່າ ເປໂຕ),

Uka jalj uñjjattʼäta Copia luraña




ມາຣະໂກ 3:16
14 Jak'a apnaqawi uñst'ayäwi  

ຂະນະ​ທີ່​ພຣະເຢຊູເຈົ້າ​ຍ່າງ​ໄປ​ຕາມ​ແຄມ​ທະເລສາບ​ຄາລີເລ​ຢູ່​ນັ້ນ, ພຣະອົງ​ໄດ້​ເຫັນ​ຊີໂມນ ແລະ ນ້ອງຊາຍ​ຂອງ​ເພິ່ນ​ຊື່​ວ່າ​ອັນເດອາ ກຳລັງ​ຢ່ອນມອງ​ຢູ່​ໃນ​ທະເລສາບ, ເພາະ​ພວກເພິ່ນ​ເປັນ​ຄົນຫາປາ.


ແລະ ໃຫ້​ພວກເພິ່ນ​ມີ​ສິດອຳນາດ​ທີ່​ຈະ​ຂັບໄລ່​ຜີມານຮ້າຍ​ອອກ​ໄດ້.


ຢາໂກໂບ​ລູກຊາຍ​ຂອງ​ເຊເບດາຍ ແລະ ໂຢຮັນ​ຜູ້​ເປັນ​ນ້ອງຊາຍ​ຂອງ​ຢາໂກໂບ (ພຣະອົງ​ໄດ້​ຕັ້ງ​ຊື່​ໃຫ້​ທັງ​ສອງ​ຄົນ​ວ່າ​ໂບອະເນເຄ ເຊິ່ງ​ມີ​ຄວາມໝາຍ​ວ່າ​ລູກຟ້າຮ້ອງ),


ເມື່ອ​ຮຸ່ງ​ເຊົ້າ​ມາ, ພຣະອົງ​ໄດ້​ເອີ້ນ​ພວກສາວົກ​ມາ​ຫາ​ພຣະອົງ ແລະ ໄດ້​ເລືອກ​ເອົາ​ພວກເພິ່ນ​ສິບສອງ​ຄົນ, ເຊິ່ງ​ພຣະອົງ​ແຕ່ງຕັ້ງ​ໃຫ້​ເປັນ​ອັກຄະສາວົກ​ຄື:


ແລະ ກໍ​ພາ​ລາວ​ມາ​ຫາ​ພຣະເຢຊູເຈົ້າ. ພຣະເຢຊູເຈົ້າ​ແນມເບິ່ງ​ລາວ ແລະ ກ່າວ​ວ່າ, “ເຈົ້າ​ຄື​ຊີໂມນ​ລູກ​ຂອງ​ໂຢຮັນ ແຕ່​ເຈົ້າ​ຈະ​ໄດ້​ຊື່​ວ່າ​ເກຟາ” (ເຊິ່ງ​ແປວ່າ ເປໂຕ).


ເມື່ອ​ພວກເພິ່ນ​ມາ​ເຖິງ​ທີ່​ນັ້ນ ພວກເພິ່ນ​ກໍ​ໄດ້​ຂຶ້ນ​ໄປ​ທີ່​ຫ້ອງ​ພັກ​ຊັ້ນເທິງ​ບ່ອນ​ທີ່​ພວກເພິ່ນ​ເຄີຍ​ພັກເຊົາ. ໃນ​ພວກເພິ່ນ​ມີ: ເປໂຕ, ໂຢຮັນ, ຢາໂກໂບ, ອັນເດອາ, ຟີລິບ, ໂທມາ, ບາຣະໂທໂລມາຍ, ມັດທາຍ, ຢາໂກໂບ​ລູກຊາຍ​ຂອງ​ອາລະຟາຍ, ຊີໂມນ​ຜູ້ຮັກຊາດ ແລະ ຢູດາ​ລູກຊາຍ​ຂອງ​ຢາໂກໂບ.


ໃນ​ສິ່ງ​ເຮົາ​ໝາຍ​ເຖິງ​ຄື: ຄົນ​ໜຶ່ງ​ໃນ​ພວກເຈົ້າ​ເວົ້າ​ວ່າ, “ຂ້ອຍ​ຕິດຕາມ​ໂປໂລ”; ຜູ້​ໜຶ່ງ​ອີກ​ເວົ້າ​ວ່າ, “ຂ້ອຍ​ຕິດຕາມ​ອາໂປໂລ”; ຜູ້​ໜຶ່ງ​ອີກ​ເວົ້າ​ວ່າ, “ຂ້ອຍ​ຕິດຕາມ​ເກຟາ” ແລະ ຍັງ​ມີ​ຜູ້​ໜຶ່ງ​ອີກ​ເວົ້າ​ວ່າ, “ຂ້ອຍ​ຕິດຕາມ​ພຣະຄຣິດເຈົ້າ”.


ບໍ່​ວ່າ​ໂປໂລ ຫລື ອາໂປໂລ ຫລື ເກຟາ ຫລື ໂລກ​ນີ້ ຫລື ຊີວິດ ຫລື ຄວາມຕາຍ ຫລື ປັດຈຸບັນ ຫລື ອະນາຄົດ ທັງໝົດ​ກໍ​ເປັນ​ຂອງ​ພວກເຈົ້າ,


ພວກເຮົາ​ບໍ່​ມີ​ສິດ​ທີ່​ຈະ​ພາ​ເມຍ​ທີ່​ເປັນ​ຜູ້ທີ່ເຊື່ອ​ເດີນທາງ​ໄປມາ​ດ້ວຍ​ກັນ​ເໝືອນ​ດັ່ງ​ອັກຄະສາວົກ​ຄົນ​ອື່ນໆ ແລະ ເໝືອນດັ່ງ​ບັນດາ​ນ້ອງຊາຍ​ຂອງ​ອົງພຣະຜູ້ເປັນເຈົ້າ ແລະ ເກຟາ​ເຮັດ​ບໍ?


ຈົດໝາຍ​ສະບັບ​ນີ້​ຈາກ​ເຮົາ​ຊີໂມນ​ເປໂຕ ຜູ້​ເປັນ​ຜູ້ຮັບໃຊ້ ແລະ ເປັນ​ອັກຄະສາວົກ​ຂອງ​ພຣະເຢຊູຄຣິດເຈົ້າ, ເຖິງ​ບັນດາ​ຜູ້​ທີ່​ໄດ້​ຮັບ​ຄວາມເຊື່ອ​ອັນ​ລ້ຳຄ່າ​ເໝືອນ​ກັບ​ທີ່​ພວກເຮົາ​ໄດ້​ຮັບ​ໂດຍ​ຜ່ານທາງ​ຄວາມຊອບທຳ​ຂອງ​ພຣະເຈົ້າ ແລະ ພຣະເຢຊູຄຣິດເຈົ້າ​ອົງ​ພຣະຜູ້ຊ່ວຍໃຫ້ພົ້ນ​ຂອງ​ພວກເຮົາ:


Jiwasaru arktasipxañani:

Anuncios ukanaka


Anuncios ukanaka