Biblia Todo Logo
Internet tuqin Biblia

- Anuncios ukanaka -




ມາຣະໂກ 3:14 - ພຣະຄຳພີລາວສະບັບສະໄໝໃໝ່

14 ພຣະອົງ​ໄດ້​ແຕ່ງຕັ້ງ​ສິບສອງ​ຄົນ​ໃຫ້​ເປັນ​ອັກຄະສາວົກ​ໃຫ້​ຢູ່​ກັບ​ພຣະອົງ ແລະ ພຣະອົງ​ຈະ​ໃຊ້​ພວກເພິ່ນ​ອອກ​ໄປ​ປະກາດ,

Uka jalj uñjjattʼäta Copia luraña

ພຣະຄຳພີສັກສິ

14 ແລ້ວ​ພຣະອົງ​ກໍ​ເລືອກ​ເອົາ​ສິບສອງ​ຄົນ ແລະ​ເອີ້ນ​ພວກເພິ່ນ​ວ່າ, “ອັກຄະສາວົກ” ພຣະເຢຊູເຈົ້າ​ກ່າວ​ແກ່​ພວກ​ອັກຄະສາວົກ​ນີ້​ວ່າ, “ເຮົາ​ໄດ້​ເລືອກ​ເອົາ​ພວກເຈົ້າ​ໄວ້​ໃຫ້​ຢູ່​ກັບ​ເຮົາ ແລະ​ເຮົາ​ຈະ​ໃຊ້​ພວກເຈົ້າ​ອອກ​ໄປ​ປະກາດ,

Uka jalj uñjjattʼäta Copia luraña




ມາຣະໂກ 3:14
11 Jak'a apnaqawi uñst'ayäwi  

ພຣະເຢຊູເຈົ້າ​ໄດ້​ຂຶ້ນ​ໄປ​ເທິງ​ພູເຂົາ​ແຫ່ງ​ໜຶ່ງ ແລະ ເອີ້ນ​ເອົາ​ບັນດາ​ຜູ້​ທີ່​ພຣະອົງ​ຕ້ອງການ​ມາ​ຫາ​ພຣະອົງ, ແລະ ພວກເພິ່ນ​ໄດ້​ມາ​ຫາ​ພຣະອົງ.


ແລະ ໃຫ້​ພວກເພິ່ນ​ມີ​ສິດອຳນາດ​ທີ່​ຈະ​ຂັບໄລ່​ຜີມານຮ້າຍ​ອອກ​ໄດ້.


ຝ່າຍ​ພວກ​ອັກຄະສາວົກ​ໄດ້​ກັບ​ມາ​ຫາ​ພຣະເຢຊູເຈົ້າ ແລະ ລາຍງານ​ຕໍ່​ພຣະອົງ​ເຖິງ​ທຸກ​ສິ່ງ​ທີ່​ພວກເພິ່ນ​ໄດ້​ເຮັດ ແລະ ໄດ້​ສັ່ງສອນ.


ແລະ ການ​ຖິ້ມໃຈເກົ່າເອົາໃຈໃໝ່​ເພື່ອ​ການອະໄພ​ບາບ​ຈະ​ຖືກ​ປະກາດ​ໃນ​ນາມ​ຂອງ​ພຣະອົງ​ແກ່​ທຸກ​ຊົນຊາດ, ເຊິ່ງ​ເລີ່ມ​ຕັ້ງແຕ່​ທີ່​ເຢຣູຊາເລັມ.


ບໍ່​ແມ່ນ​ພວກເຈົ້າ​ທັງຫລາຍ​ໄດ້​ເລືອກ​ເອົາ​ເຮົາ, ແຕ່​ເຮົາ​ໄດ້​ເລືອກ​ເອົາ​ພວກເຈົ້າ ແລະ ໄດ້​ແຕ່ງຕັ້ງ​ພວກເຈົ້າ​ໃຫ້​ໄປ ແລະ ເກີດຜົນ, ເພື່ອ​ຜົນ​ຂອງ​ພວກເຈົ້າ​ຈະ​ຕັ້ງ​ຢູ່​ຖາວອນ. ເພື່ອວ່າ​ເມື່ອ​ພວກເຈົ້າ​ຈະ​ຂໍ​ສິ່ງໃດ​ຈາກ​ພຣະບິດາເຈົ້າ​ໃນ​ນາມ​ຂອງ​ເຮົາ ພຣະອົງ​ກໍ​ຈະປະທານ​ສິ່ງ​ນັ້ນ​ໃຫ້​ແກ່​ພວກເຈົ້າ.


ແຕ່​ພວກເຈົ້າ​ທັງຫລາຍ​ຈະ​ໄດ້​ຮັບ​ລິດອຳນາດ ເມື່ອ​ພຣະວິນຍານບໍລິສຸດເຈົ້າ​ມາ​ຢູ່​ເທິງ​ພວກເຈົ້າ ແລະ ພວກເຈົ້າ​ຈະ​ເປັນ​ພະຍານ​ຝ່າຍ​ເຮົາ​ໃນ​ເຢຣູຊາເລັມ ແລະ ຕະຫລອດ​ທົ່ວ​ແຂວງ​ຢູດາຍ​ກັບ​ແຂວງ​ຊາມາເຣຍ ແລະ ຈົນ​ເຖິງ​ສຸດປາຍ​ແຜ່ນດິນໂລກ”.


ຈົດໝາຍ​ສະບັບ​ນີ້​ຈາກ​ເຮົາ​ໂປໂລ, ຜູ້​ເປັນ​ອັກຄະສາວົກ​ຄົນ​ໜຶ່ງ ເຊິ່ງ​ບໍ່​ໄດ້​ຖືກ​ສົ່ງ​ມາ​ຈາກ​ມະນຸດ ຫລື ໂດຍ​ມະນຸດ​ຄົນໃດ, ແຕ່​ໂດຍ​ພຣະເຢຊູຄຣິດເຈົ້າ ແລະ ພຣະເຈົ້າ​ພຣະບິດາ, ຜູ້​ເຮັດ​ໃຫ້​ພຣະອົງ​ເປັນຄືນມາຈາກຕາຍ,


Jiwasaru arktasipxañani:

Anuncios ukanaka


Anuncios ukanaka