Biblia Todo Logo
Internet tuqin Biblia

- Anuncios ukanaka -




ມາຣະໂກ 3:10 - ພຣະຄຳພີລາວສະບັບສະໄໝໃໝ່

10 ເນື່ອງ​ຈາກ​ວ່າ ພຣະເຢຊູເຈົ້າ​ໄດ້​ຮັກສາ​ຫລາຍຄົນ​ໃຫ້​ຫາຍດີ, ດັ່ງນັ້ນ ບັນດາ​ຜູ້​ທີ່​ເຈັບ​ເປັນ​ດ້ວຍ​ພະຍາດ​ຕ່າງໆ​ຈຶ່ງ​ບຽດ​ກັນ​ເຂົ້າ​ມາ​ເພື່ອ​ທີ່​ຈະ​ໄດ້​ຈັບບາຍ​ພຣະອົງ.

Uka jalj uñjjattʼäta Copia luraña

ພຣະຄຳພີສັກສິ

10 ພຣະອົງ​ໄດ້​ຊົງ​ໂຜດ​ຫລາຍ​ຄົນ​ໃຫ້​ຫາຍ​ດີ​ພະຍາດ​ໂຣຄາ, ບັນດາ​ຄົນ​ເຈັບ​ດ້ວຍ​ພະຍາດ​ຕ່າງໆ ຈຶ່ງ​ບຽດ​ກັນ​ເຂົ້າ​ມາ​ຫາ​ພຣະອົງ ເພື່ອ​ຈະ​ຈັບບາຍ​ພຣະອົງ.

Uka jalj uñjjattʼäta Copia luraña




ມາຣະໂກ 3:10
18 Jak'a apnaqawi uñst'ayäwi  

ພຣະເຢຊູເຈົ້າ​ຮູ້​ກົນອຸບາຍ​ນີ້​ຈຶ່ງ​ອອກ​ໄປ​ຈາກ​ທີ່​ນັ້ນ. ປະຊາຊົນ​ເປັນ​ຈຳນວນ​ຫລວງຫລາຍ​ໄດ້​ຕິດຕາມ​ພຣະອົງ​ໄປ ແລະ ພຣະອົງ​ໄດ້​ຮັກສາ​ທຸກຄົນ​ທີ່​ເຈັບປ່ວຍ​ໃຫ້​ດີ​ພະຍາດ.


ເມື່ອ​ພຣະເຢຊູເຈົ້າ​ອອກ​ຈາກ​ເຮືອ​ມາ​ກໍ​ເຫັນ​ປະຊາຊົນ​ຈໍານວນ​ຫລວງຫລາຍ, ພຣະອົງ​ກໍ​ມີ​ໃຈ​ສົງສານ​ພວກເຂົາ ແລະ ຮັກສາ​ພະຍາດ​ຂອງ​ພວກເຂົາ​ໃຫ້​ຫາຍດີ.


ແລະ ຂໍຮ້ອງ​ນໍາ​ພຣະອົງ​ໃຫ້​ຄົນເຈັບປ່ວຍ​ນັ້ນ​ໄດ້​ບາຍ​ຂອບ​ເສື້ອຄຸມ​ຂອງ​ພຣະອົງ​ກໍ​ພໍ ແລະ ທຸກຄົນ​ທີ່​ໄດ້​ບາຍ​ກໍ​ຫາຍດີ.


ພຣະເຢຊູເຈົ້າ​ໄດ້​ເດີນທາງ​ໄປ​ທົ່ວ​ແຂວງ​ຄາລີເລ, ສັ່ງສອນ​ຕາມ​ທຳມະສາລາ​ຂອງ​ພວກເຂົາ, ໄດ້​ປະກາດ​ຂ່າວປະເສີດ​ເລື່ອງ​ອານາຈັກ​ສະຫວັນ ແລະ ຮັກສາ​ຄົນ​ທີ່​ມີ​ພະຍາດໂລຄາ ແລະ ຄົນເຈັບໄຂ້ໄດ້ປ່ວຍ​ທຸກ​ຊະນິດ​ໃນ​ທ່າມກາງ​ປະຊາຊົນ.


ພຣະອົງ​ກ່າວ​ກັບ​ນາງ​ວ່າ, “ລູກ​ຍິງ​ເອີຍ, ຄວາມເຊື່ອ​ຂອງ​ເຈົ້າ​ໄດ້​ເຮັດ​ໃຫ້​ເຈົ້າ​ຫາຍດີ​ແລ້ວ. ຈົ່ງ​ກັບ​ໄປ​ດ້ວຍ​ສັນຕິສຸກ ແລະ ພົ້ນ​ຈາກ​ຄວາມທຸກທໍລະມານ​ສາ”.


ບໍ່​ວ່າ​ພຣະອົງ​ເຂົ້າ​ໄປ​ຢູ່​ທີ່​ໃດ ທັງ​ໃນ​ໝູ່ບ້ານ, ໃນ​ເມືອງ ຫລື ໃນ​ຊົນນະບົດ ພວກເຂົາ​ກໍ​ຫາມ​ຄົນເຈັບ​ມາ​ໄວ້​ທີ່​ບ່ອນຊຸມຊົນ. ພວກເຂົາ​ໄດ້​ຂໍຮ້ອງ​ພຣະອົງ​ໃຫ້​ຄົນເຈັບປ່ວຍ​ນັ້ນ​ໄດ້​ບາຍ​ແຕ່​ພຽງ​ຂອບ​ເສື້ອຄຸມ​ຂອງ​ພຣະອົງ​ກໍ​ພໍ ແລະ ທຸກຄົນ​ທີ່​ໄດ້​ບາຍ​ກໍ​ຫາຍດີ.


ເມື່ອ​ພຣະເຢຊູເຈົ້າ ແລະ ພວກສາວົກ​ມາ​ຮອດ​ເມືອງ​ເບັດຊາອີດາ, ມີ​ບາງ​ຄົນ​ໄດ້​ພາ​ຊາຍ​ຕາບອດ​ຜູ້​ໜຶ່ງ​ມາ ແລະ ຂໍຮ້ອງ​ພຣະເຢຊູເຈົ້າ​ໃຫ້​ວາງມື​ໃສ່​ລາວ.


ພຣະອົງ​ຈຶ່ງ​ລົງ​ເຮືອ​ລຳ​ໜຶ່ງ ເຊິ່ງ​ເປັນ​ເຮືອ​ຂອງ​ຊີໂມນ ແລະ ຂໍ​ໃຫ້​ເພິ່ນ​ຖອຍ​ເຮືອ​ອອກ​ໄປ​ຈາກ​ຝັ່ງ​ໜ້ອຍໜຶ່ງ. ແລ້ວ​ພຣະອົງ​ກໍ​ນັ່ງ​ລົງ ແລະ ສັ່ງສອນ​ປະຊາຊົນ​ຈາກ​ເທິງ​ເຮືອ.


ແລະ ປະຊາຊົນ​ທັງຫລາຍ​ໄດ້​ພະຍາຍາມ​ແຕະ​ຕົວ​ພຣະອົງ ເພາະ​ລິດອຳນາດ​ໄດ້​ອອກ​ມາ​ຈາກ​ພຣະອົງ ແລະ ຮັກສາ​ພວກເຂົາ​ທຸກຄົນ​ໃຫ້​ຫາຍດີ.


ຢູ່​ທີ່​ນັ້ນ​ມີ​ຄົນຮັບໃຊ້​ຂອງ​ນາຍຮ້ອຍ​ຄົນ​ໜຶ່ງ, ເຊິ່ງ​ນາຍ​ຮັກ​ຫລາຍ, ລາວ​ປ່ວຍ​ໜັກ ແລະ ໃກ້​ຈະ​ຕາຍ.


ໃນ​ເວລາ​ດຽວ​ກັນ​ນັ້ນ ພຣະເຢຊູເຈົ້າ​ໄດ້​ຮັກສາ​ຫລາຍ​ຄົນ​ທີ່​ເປັນ​ພະຍາດ​ຕ່າງໆ, ຄົນເຈັບປ່ວຍ ແລະ ຄົນ​ທີ່​ມີ​ວິນຍານຊົ່ວຮ້າຍ​ເຂົ້າ​ສິງ ແລະ ເຮັດ​ໃຫ້​ຄົນຕາບອດ​ຫລາຍ​ຄົນ​ເບິ່ງເຫັນ.


ຈົນ​ວ່າ​ພວກເຂົາ​ໄດ້​ຫາມ​ຄົນເຈັບປ່ວຍ​ໄປ​ວາງ​ໄວ້​ຕາມ​ຫົນທາງ ແລະ ໃຫ້​ຄົນເຈັບປ່ວຍ​ນອນ​ເທິງ​ບ່ອນນອນ ແລະ ເທິງ​ເສື່ອ ເພື່ອ​ວ່າ​ຢ່າງ​ນ້ອຍ​ເມື່ອ​ເປໂຕ​ຍ່າງ​ຜ່ານ​ໄປ​ນັ້ນ​ເງົາ​ຂອງ​ເພິ່ນ​ຈະ​ໄດ້​ຖືກ​ບາງຄົນ.


ເພາະວ່າ​ອົງພຣະຜູ້ເປັນເຈົ້າ​ຕີສອນ​ຜູ້​ທີ່​ພຣະອົງ​ຮັກ, ແລະ ພຣະອົງ​ລົງໂທດ​ທຸກຄົນ​ທີ່​ພຣະອົງ​ຮັບ​ເປັນ​ລູກ”


Jiwasaru arktasipxañani:

Anuncios ukanaka


Anuncios ukanaka