Biblia Todo Logo
Internet tuqin Biblia

- Anuncios ukanaka -




ມາຣະໂກ 2:9 - ພຣະຄຳພີລາວສະບັບສະໄໝໃໝ່

9 ອັນໃດ​ຈະ​ງ່າຍ​ກວ່າ​ກັນ​ທີ່​ຈະ​ກ່າວ​ແກ່​ຄົນເປ້ຍ​ນັ້ນ​ວ່າ, ‘ບາບ​ຂອງ​ເຈົ້າ​ໄດ້​ຮັບ​ອະໄພ​ແລ້ວ’ ຫລື ກ່າວ​ວ່າ ‘ຈົ່ງ​ລຸກຂຶ້ນ, ເອົາ​ບ່ອນນອນ​ຂອງ​ເຈົ້າ ແລະ ຍ່າງ​ໄປ?’

Uka jalj uñjjattʼäta Copia luraña

ພຣະຄຳພີສັກສິ

9 ອັນໃດ​ງ່າຍ​ກວ່າ​ກັນ ທີ່​ຈະ​ກ່າວ​ແກ່​ຄົນເປ້ຍ​ວ່າ, ‘ຄວາມ​ຜິດບາບ​ທັງຫລາຍ​ຂອງ​ເຈົ້າ​ໄດ້​ຮັບ​ການອະໄພ​ແລ້ວ’ ຫລື​ກ່າວ​ວ່າ, ‘ຈົ່ງ​ລຸກ​ຂຶ້ນ​ເອົາ​ບ່ອນ​ນອນ​ຂອງ​ເຈົ້າ ແລະ ຍ່າງ​ເມືອ?’

Uka jalj uñjjattʼäta Copia luraña




ມາຣະໂກ 2:9
7 Jak'a apnaqawi uñst'ayäwi  

ຂ່າວ​ກ່ຽວກັບ​ພຣະອົງ​ໄດ້​ແຜ່ກະຈາຍ​ໄປ​ທົ່ວ​ປະເທດ​ຊີເຣຍ ແລະ ປະຊາຊົນ​ໄດ້​ນຳ​ຄົນເຈັບປ່ວຍ​ດ້ວຍ​ພະຍາດ​ຕ່າງໆ​ມາ​ໃຫ້​ພຣະເຢຊູເຈົ້າ​ຮັກສາ, ມີ​ທັງ​ຄົນ​ທີ່​ເຈັບປວດ​ທໍລະມານ, ຄົນ​ຖືກ​ຜີມານຮ້າຍ​ເຂົ້າ​ສິງ, ຄົນບ້າໝູ, ຄົນເປ້ຍ ແລະ ພຣະອົງ​ໄດ້​ຮັກສາ​ພວກເຂົາ​ໃຫ້​ຫາຍດີ.


ພວກເຂົາ​ໄດ້​ຫາມ​ຄົນເປ້ຍ​ຜູ້​ໜຶ່ງ​ທີ່​ນອນ​ຢູ່​ເທິງ​ບ່ອນນອນ​ມາ​ຫາ​ພຣະອົງ. ເມື່ອ​ພຣະເຢຊູເຈົ້າ​ໄດ້​ເຫັນ​ຄວາມເຊື່ອ​ຂອງ​ພວກເຂົາ ພຣະອົງ​ຈຶ່ງ​ກ່າວ​ຕໍ່​ຄົນເປ້ຍ​ນັ້ນ​ວ່າ, “ລູກ​ເອີຍ ຈົ່ງ​ຊື່ນໃຈ​ສາ, ບາບ​ຂອງ​ເຈົ້າ​ໄດ້​ຮັບ​ອະໄພ​ແລ້ວ”.


ອັນໃດ​ຈະ​ງ່າຍ​ກວ່າ​ກັນ ທີ່​ຈະ​ກ່າວ​ວ່າ, ‘ບາບ​ຂອງ​ເຈົ້າ​ໄດ້​ຮັບ​ອະໄພ​ແລ້ວ’ ຫລື ຈະ​ກ່າວ​ວ່າ, ‘ຈົ່ງ​ລຸກຂຶ້ນ ແລະ ຍ່າງ​ໄປ’?


ແຕ່​ເຮົາ​ຢາກ​ໃຫ້​ພວກເຈົ້າ​ທັງຫລາຍ​ຮູ້​ວ່າ​ບຸດມະນຸດ​ມີ​ສິດອຳນາດ​ໃນ​ໂລກ​ທີ່​ຈະ​ອະໄພ​ຄວາມບາບ” ດັ່ງນັ້ນ ພຣະອົງ​ຈຶ່ງ​ກ່າວ​ກັບ​ຄົນເປ້ຍ​ນັ້ນ​ວ່າ,


ພຣະເຢຊູເຈົ້າ​ຮູ້​ໃນ​ໃຈ​ຂອງ​ພຣະອົງ​ທັນທີ​ວ່າ​ພວກເຂົາ​ກຳລັງ​ຄິດ​ຫຍັງ​ຢູ່ ພຣະອົງ​ຈຶ່ງ​ກ່າວ​ຕໍ່​ພວກເຂົາ​ວ່າ, “ເປັນຫຍັງ​ພວກເຈົ້າ​ຈຶ່ງ​ຄິດ​ຢ່າງ​ນັ້ນ?


ແລ້ວ​ພຣະເຢຊູເຈົ້າ​ກ່າວ​ກັບ​ຍິງ​ນັ້ນ​ວ່າ, “ຄວາມບາບ​ທັງຫລາຍ​ຂອງ​ເຈົ້າ​ໄດ້​ຮັບ​ການ​ອະໄພ​ແລ້ວ”.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka