Biblia Todo Logo
Internet tuqin Biblia

- Anuncios ukanaka -




ມາຣະໂກ 2:8 - ພຣະຄຳພີລາວສະບັບສະໄໝໃໝ່

8 ພຣະເຢຊູເຈົ້າ​ຮູ້​ໃນ​ໃຈ​ຂອງ​ພຣະອົງ​ທັນທີ​ວ່າ​ພວກເຂົາ​ກຳລັງ​ຄິດ​ຫຍັງ​ຢູ່ ພຣະອົງ​ຈຶ່ງ​ກ່າວ​ຕໍ່​ພວກເຂົາ​ວ່າ, “ເປັນຫຍັງ​ພວກເຈົ້າ​ຈຶ່ງ​ຄິດ​ຢ່າງ​ນັ້ນ?

Uka jalj uñjjattʼäta Copia luraña

ພຣະຄຳພີສັກສິ

8 ພຣະເຢຊູເຈົ້າ​ຮູ້​ຄວາມ​ຄິດ​ໃນ​ໃຈ​ຂອງ​ພວກເຂົາ​ທັນທີ. ສະນັ້ນ ພຣະອົງ​ຈຶ່ງ​ກ່າວ​ຕໍ່​ພວກເຂົາ​ວ່າ, “ເປັນຫຍັງ​ພວກເຈົ້າ​ຈຶ່ງ​ຄິດ​ເຊັ່ນນັ້ນ?

Uka jalj uñjjattʼäta Copia luraña




ມາຣະໂກ 2:8
23 Jak'a apnaqawi uñst'ayäwi  

ພຣະເຢຊູເຈົ້າ​ຮູ້​ກົນອຸບາຍ​ນີ້​ຈຶ່ງ​ອອກ​ໄປ​ຈາກ​ທີ່​ນັ້ນ. ປະຊາຊົນ​ເປັນ​ຈຳນວນ​ຫລວງຫລາຍ​ໄດ້​ຕິດຕາມ​ພຣະອົງ​ໄປ ແລະ ພຣະອົງ​ໄດ້​ຮັກສາ​ທຸກຄົນ​ທີ່​ເຈັບປ່ວຍ​ໃຫ້​ດີ​ພະຍາດ.


ພວກເພິ່ນ​ຈຶ່ງ​ສົນທະນາກັນ ແລະ ເວົ້າ​ວ່າ, “ເປັນ​ເພາະ​ພວກເຮົາ​ບໍ່​ເອົາ​ເຂົ້າຈີ່​ມາ​ນຳ”.


ພຣະເຢຊູເຈົ້າ​ຮູ້ຈັກ​ຄວາມຄິດ​ຂອງ​ພວກເຂົາ​ຈຶ່ງ​ກ່າວ​ວ່າ, “ເປັນຫຍັງ​ພວກເຈົ້າ​ຈຶ່ງ​ຄິດ​ຊົ່ວ​ຢູ່​ໃນ​ໃຈ?


“ເປັນຫຍັງ​ຄົນ​ນີ້​ຈຶ່ງ​ເວົ້າ​ຢ່າງ​ນີ້? ລາວ​ກຳລັງ​ເວົ້າ​ໝິ່ນປະໝາດ​ພຣະເຈົ້າ! ນອກຈາກ​ພຣະເຈົ້າ​ແລ້ວ ຈະ​ມີ​ຜູ້ໃດ​ສາມາດ​ອະໄພ​ບາບ​ໄດ້?”


ອັນໃດ​ຈະ​ງ່າຍ​ກວ່າ​ກັນ​ທີ່​ຈະ​ກ່າວ​ແກ່​ຄົນເປ້ຍ​ນັ້ນ​ວ່າ, ‘ບາບ​ຂອງ​ເຈົ້າ​ໄດ້​ຮັບ​ອະໄພ​ແລ້ວ’ ຫລື ກ່າວ​ວ່າ ‘ຈົ່ງ​ລຸກຂຶ້ນ, ເອົາ​ບ່ອນນອນ​ຂອງ​ເຈົ້າ ແລະ ຍ່າງ​ໄປ?’


ເພາະ​ທີ່​ອອກ​ມາ​ຈາກ​ພາຍໃນ, ອອກມາ​ຈາກ​ຈິດໃຈ​ຂອງ​ມະນຸດ​ຄື: ຄວາມຄິດຊົ່ວ, ການ​ຜິດສິນທຳທາງເພດ, ການລັກ, ການຂ້າຄົນ,


ພຣະອົງ​ໄດ້​ກ່າວ​ກັບ​ພວກເພິ່ນ​ວ່າ, “ເປັນຫຍັງ​ພວກເຈົ້າ​ຈຶ່ງ​ວຸ້ນວາຍໃຈ? ເປັນຫຍັງ​ຈຶ່ງ​ຄິດ​ສົງໄສ​ຂຶ້ນ​ໃນ​ຈິດໃຈ​ຂອງ​ພວກເຈົ້າ?


ພຣະເຢຊູເຈົ້າ​ຮູ້​ວ່າ​ພວກເຂົາ​ຄິດ​ສິ່ງ​ໃດ​ຢູ່ ແລະ ຈຶ່ງ​ຖາມ​ພວກເຂົາ​ວ່າ, “ເປັນຫຍັງ​ພວກເຈົ້າ​ຈຶ່ງ​ຄິດ​ໃນ​ໃຈ​ຢ່າງ​ນັ້ນ?


ແຕ່​ພຣະເຢຊູເຈົ້າ​ຮູ້​ວ່າ​ພວກເຂົາ​ກຳລັງ​ຄິດ​ສິ່ງ​ໃດ​ຢູ່ ຈຶ່ງ​ກ່າວ​ກັບ​ຊາຍ​ມື​ລີບ​ວ່າ, “ຈົ່ງ​ລຸກຂຶ້ນ ແລະ ຢືນ​ຕໍ່ໜ້າ​ທຸກຄົນ”. ດັ່ງນັ້ນ​ລາວ​ຈຶ່ງ​ລຸກຂຶ້ນ ແລະ ໄປ​ຢືນ​ຢູ່​ທີ່​ນັ້ນ.


ພຣະອົງ​ກ່າວ​ກັບ​ລາວ​ເປັນ​ຄັ້ງ​ທີ​ສາມ​ວ່າ, “ຊີໂມນ​ລູກ​ໂຢຮັນ​ເອີຍ, ເຈົ້າ​ຮັກ​ເຮົາ​ບໍ?” ເປໂຕ​ຮູ້ສຶກ​ເຈັບປວດ​ໃຈ ເພາະ​ພຣະເຢຊູເຈົ້າ​ໄດ້ຖາມ​ຕົນ​ເປັນ​ເທື່ອ​ທີ​ສາມ​ວ່າ, “ເຈົ້າ​ຮັກ​ເຮົາ​ບໍ?” ເປໂຕ​ຈຶ່ງ​ຕອບ​ພຣະອົງ​ວ່າ, “ຂ້າແດ່​ອົງພຣະຜູ້ເປັນເຈົ້າ ພຣະອົງ​ຮູ້ຈັກ​ທຸກສິ່ງ ພຣະອົງ​ຮູ້ຈັກ​ວ່າ​ຂ້ານ້ອຍ​ຮັກ​ພຣະອົງ”. ພຣະເຢຊູເຈົ້າ​ສັ່ງ​ເປໂຕ​ວ່າ, “ຈົ່ງ​ລ້ຽງ​ແກະ​ທັງຫລາຍ​ຂອງ​ເຮົາ​ເດີ.


ເຖິງປານນັ້ນ​ກໍ​ຍັງ​ມີ​ບາງຄົນ​ໃນ​ພວກເຈົ້າ​ຍັງ​ບໍ່​ເຊື່ອ”. ເພາະ​ພຣະເຢຊູເຈົ້າ​ຮູ້​ຕັ້ງ​ແຕ່​ທຳອິດ​ວ່າ​ຄົນໃດ​ໃນ​ພວກເພິ່ນ​ທີ່​ບໍ່​ເຊື່ອ ແລະ ແມ່ນ​ຄົນ​ໃດ​ທີ່​ຈະ​ທໍລະຍົດ​ພຣະອົງ.


ແລ້ວ​ເປໂຕ​ຈຶ່ງ​ກ່າວ​ວ່າ, “ອານາເນຍ, ດ້ວຍເຫດໃດ ໃຈ​ຂອງ​ເຈົ້າ​ຈຶ່ງ​ເຕັມ​ໄປ​ດ້ວຍ​ມານຊາຕານ ເຈົ້າ​ຈຶ່ງ​ຕົວະ​ຕໍ່​ພຣະວິນຍານບໍລິສຸດເຈົ້າ ແລະ ເກັບ​ເງິນ​ຄ່າ​ທີ່ດິນ​ຈຳນວນ​ໜຶ່ງ​ທີ່​ເຈົ້າ​ໄດ້​ຮັບ​ສຳລັບ​ທີ່ດິນ​ໄວ້​ເພື່ອ​ເຈົ້າ​ເອງ?


ຈົ່ງ​ຖິ້ມໃຈເກົ່າເອົາໃຈໃໝ່​ຈາກ​ການ​ຊົ່ວຮ້າຍ ແລະ ອະທິຖານ​ຕໍ່​ອົງພຣະຜູ້ເປັນເຈົ້າ​ດ້ວຍ​ຄວາມຫວັງ​ວ່າ​ພຣະອົງ​ຈະ​ໃຫ້​ອະໄພ​ແກ່​ເຈົ້າ ເພາະ​ໄດ້​ມີ​ຄວາມຄິດ​ເຊັ່ນ​ນີ້​ຢູ່​ໃນ​ໃຈ.


ບໍ່​ມີ​ສິ່ງໃດ​ໃນ​ສັບພະສິ່ງ​ທີ່​ຖືກ​ສ້າງ​ຈະ​ຖືກ​ເຊື່ອງ​ໄວ້​ຈາກ​ສາຍຕາ​ຂອງ​ພຣະເຈົ້າ​ໄດ້. ທຸກສິ່ງ​ຖືກ​ເປີດເຜີຍ ແລະ ຈະ​ປາກົດ​ຕໍ່​ສາຍຕາ​ຂອງ​ພຣະອົງ​ຜູ້​ທີ່​ພວກເຮົາ​ທັງຫລາຍ​ຈະ​ຕ້ອງ​ໃຫ້​ການ.


ເຮົາ​ຈະ​ຟາດ​ບັນດາ​ລູກ​ຂອງ​ນາງ​ໃຫ້​ຕາຍ. ດັ່ງນັ້ນ​ຄຣິສຕະຈັກ​ທັງຫລາຍ​ຈະ​ໄດ້​ຮູ້​ວ່າ​ເຮົາ​ຄື​ຜູ້​ສຳຫລວດ​ຄວາມຄິດ ແລະ ຈິດໃຈ ແລະ ເຮົາ​ຈະ​ຕອບແທນ​ພວກເຈົ້າ​ແຕ່ລະຄົນ​ຕາມ​ການກະທຳ​ຂອງ​ພວກເຈົ້າ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka