Biblia Todo Logo
Internet tuqin Biblia

- Anuncios ukanaka -




ມາຣະໂກ 2:5 - ພຣະຄຳພີລາວສະບັບສະໄໝໃໝ່

5 ເມື່ອ​ພຣະເຢຊູເຈົ້າ​ໄດ້​ເຫັນ​ຄວາມເຊື່ອ​ຂອງ​ພວກເຂົາ ພຣະອົງ​ຈຶ່ງ​ກ່າວ​ຕໍ່​ຄົນເປ້ຍ​ນັ້ນ​ວ່າ, “ລູກ​ເອີຍ, ບາບ​ຂອງ​ເຈົ້າ​ໄດ້​ຮັບ​ອະໄພ​ແລ້ວ”.

Uka jalj uñjjattʼäta Copia luraña

ພຣະຄຳພີສັກສິ

5 ເມື່ອ​ພຣະເຢຊູເຈົ້າ​ເຫັນ​ຄວາມເຊື່ອ​ຂອງ​ຄົນ​ເຫຼົ່ານີ້ ພຣະອົງ​ກໍ​ຊົງ​ກ່າວ​ແກ່​ຄົນເປ້ຍ​ວ່າ, “ລູກ​ເອີຍ ຄວາມ​ຜິດບາບ​ຂອງ​ເຈົ້າ​ໄດ້​ຮັບ​ການອະໄພ​ແລ້ວ.”

Uka jalj uñjjattʼäta Copia luraña




ມາຣະໂກ 2:5
28 Jak'a apnaqawi uñst'ayäwi  

ພວກເຂົາ​ໄດ້​ຫາມ​ຄົນເປ້ຍ​ຜູ້​ໜຶ່ງ​ທີ່​ນອນ​ຢູ່​ເທິງ​ບ່ອນນອນ​ມາ​ຫາ​ພຣະອົງ. ເມື່ອ​ພຣະເຢຊູເຈົ້າ​ໄດ້​ເຫັນ​ຄວາມເຊື່ອ​ຂອງ​ພວກເຂົາ ພຣະອົງ​ຈຶ່ງ​ກ່າວ​ຕໍ່​ຄົນເປ້ຍ​ນັ້ນ​ວ່າ, “ລູກ​ເອີຍ ຈົ່ງ​ຊື່ນໃຈ​ສາ, ບາບ​ຂອງ​ເຈົ້າ​ໄດ້​ຮັບ​ອະໄພ​ແລ້ວ”.


ພຣະເຢຊູເຈົ້າ​ຫັນຫລັງ​ມາ​ເຫັນ​ນາງ​ຈຶ່ງ​ກ່າວ​ວ່າ, “ລູກ​ຍິງ​ເອີຍ, ຈົ່ງ​ຊື່ນໃຈ​ສາ, ຄວາມເຊື່ອ​ຂອງ​ເຈົ້າ​ໄດ້​ເຮັດ​ໃຫ້​ເຈົ້າ​ຫາຍດີ​ແລ້ວ”. ໃນ​ເວລາ​ດຽວ​ກັນ​ນັ້ນ​ນາງ​ກໍ​ດີພະຍາດ.


ອັນໃດ​ຈະ​ງ່າຍ​ກວ່າ​ກັນ ທີ່​ຈະ​ກ່າວ​ວ່າ, ‘ບາບ​ຂອງ​ເຈົ້າ​ໄດ້​ຮັບ​ອະໄພ​ແລ້ວ’ ຫລື ຈະ​ກ່າວ​ວ່າ, ‘ຈົ່ງ​ລຸກຂຶ້ນ ແລະ ຍ່າງ​ໄປ’?


ແຕ່​ມີ​ພວກ​ຄູສອນກົດບັນຍັດ​ບາງຄົນ​ທີ່​ນັ່ງ​ຢູ່​ທີ່​ນັ້ນ​ຄິດ​ໃນ​ໃຈ​ວ່າ,


ພຣະອົງ​ກ່າວ​ກັບ​ນາງ​ວ່າ, “ລູກ​ຍິງ​ເອີຍ, ຄວາມເຊື່ອ​ຂອງ​ເຈົ້າ​ໄດ້​ເຮັດ​ໃຫ້​ເຈົ້າ​ຫາຍດີ​ແລ້ວ. ຈົ່ງ​ກັບ​ໄປ​ດ້ວຍ​ສັນຕິສຸກ ແລະ ພົ້ນ​ຈາກ​ຄວາມທຸກທໍລະມານ​ສາ”.


ເມື່ອ​ພຣະເຢຊູເຈົ້າ​ໄດ້​ເຫັນ​ຄວາມເຊື່ອ​ຂອງ​ພວກເຂົາ, ພຣະອົງ​ຈຶ່ງ​ກ່າວ​ວ່າ, “ສະຫາຍ​ເອີຍ ບາບ​ຂອງ​ເຈົ້າ​ໄດ້​ຮັບ​ອະໄພ​ແລ້ວ”.


ພຣະອົງ​ຈຶ່ງ​ກ່າວ​ກັບ​ນາງ​ວ່າ, “ລູກ​ຍິງ, ຄວາມເຊື່ອ​ຂອງ​ເຈົ້າ​ໄດ້​ເຮັດ​ໃຫ້​ເຈົ້າ​ຫາຍດີ​ແລ້ວ. ຈົ່ງ​ກັບ​ໄປ​ດ້ວຍ​ສັນຕິສຸກ”.


ພຣະອົງ​ບໍ່​ຕ້ອງການ​ໃຫ້​ຜູ້ໃດ​ມາ​ເປັນພະຍານ​ເຖິງ​ເລື່ອງ​ມະນຸດ, ເພາະ​ພຣະອົງ​ຮູ້ຈັກ​ດີ​ວ່າ​ມີ​ຫຍັງ​ແດ່​ຢູ່​ໃນ​ແຕ່ລະຄົນ.


ຕໍ່ມາ ພຣະເຢຊູເຈົ້າ​ໄດ້​ພົບ​ຊາຍ​ຄົນ​ນັ້ນ​ໃນ​ວິຫານ ແລ້ວ​ພຣະອົງ​ຈຶ່ງ​ບອກ​ລາວ​ວ່າ, “ເບິ່ງແມ, ເຈົ້າ​ດີພະຍາດ​ແລ້ວ ຢ່າ​ສູ່​ເຮັດບາບ​ອີກ​ຕໍ່​ໄປ ບໍ່​ດັ່ງນັ້ນ​ສິ່ງຊົ່ວຮ້າຍ​ກວ່າ​ນີ້​ຈະ​ເກີດ​ຂຶ້ນ​ກັບ​ເຈົ້າ”.


ເມື່ອ​ບາຣະນາບາ​ໄດ້​ມາ​ຮອດ ແລະ ໄດ້​ເຫັນ​ສິ່ງ​ທີ່​ເກີດ​ຂຶ້ນ​ໂດຍ​ພຣະຄຸນ​ຂອງ​ພຣະເຈົ້າ, ເພິ່ນ​ກໍ​ດີໃຈ ແລະ ໜູນໃຈ​ພວກເຂົາ​ທຸກຄົນ​ໃຫ້​ສືບຕໍ່​ສັດຊື່​ຕໍ່​ອົງພຣະຜູ້ເປັນເຈົ້າ​ດ້ວຍ​ສຸດ​ໃຈ​ຂອງ​ພວກເຂົາ.


ລາວ​ນັ່ງ​ຟັງ​ໂປໂລ​ໃນ​ຂະນະ​ທີ່​ເພິ່ນ​ກຳລັງ​ເວົ້າ​ຢູ່. ໂປໂລ​ໄດ້​ແນມ​ໄປ​ທີ່​ລາວ​ໂດຍ​ກົງ, ກໍ​ໄດ້​ເຫັນ​ວ່າ​ລາວ​ມີ​ຄວາມເຊື່ອ​ພໍ​ທີ່​ຈະ​ຫາຍດີ​ໄດ້


ພຣະເຈົ້າ​ໄດ້​ຍົກ​ພຣະເຢຊູເຈົ້າ​ຂຶ້ນ​ໃຫ້​ຢູ່​ເບື້ອງຂວາ​ມື​ຂອງ​ພຣະອົງ ໃຫ້​ເປັນ​ອົງ​ເຈົ້າຊາຍ ແລະ ພຣະຜູ້ຊ່ວຍໃຫ້ພົ້ນ ເພື່ອ​ພຣະອົງ​ຈະ​ໃຫ້​ປະຊາຊົນ​ອິດສະຣາເອນ​ກັບໃຈໃໝ່ ແລະ ໄດ້​ຮັບ​ການ​ອະໄພ​ບາບ​ຂອງ​ພວກເຂົາ.


ດ້ວຍເຫດນີ້ ຈຶ່ງ​ມີ​ຫລາຍ​ຄົນ​ໃນ​ທ່າມກາງ​ພວກເຈົ້າ​ອ່ອນແຮງ ແລະ ເຈັບປ່ວຍ ແລະ ມີ​ຈຳນວນໜຶ່ງ​ໃນ​ພວກເຈົ້າ​ກໍ​ໄດ້​ຕາຍ​ໄປ.


ຖ້າ​ພວກເຈົ້າ​ຍົກໂທດ​ໃຫ້​ຜູ້ໃດ ເຮົາ​ກໍ​ຈະ​ຍົກໂທດ​ໃຫ້​ຜູ້ນັ້ນ​ເໝືອນກັນ. ແລະ ຖ້າ​ມີ​ສິ່ງໃດ​ທີ່​ຈະ​ຕ້ອງ​ຍົກໂທດ ເຮົາ​ກໍ​ໄດ້​ຍົກໂທດ​ໃຫ້​ແລ້ວ​ໃນ​ສາຍ​ຕາ​ຂອງ​ພຣະຄຣິດເຈົ້າ​ເພາະ​ເຫັນແກ່​ພວກເຈົ້າ,


ດ້ວຍວ່າ ພວກເຈົ້າ​ໄດ້​ຮັບ​ຄວາມພົ້ນ​ນັ້ນ​ກໍ​ໂດຍ​ພຣະຄຸນ​ຜ່ານ​ທາງ​ຄວາມເຊື່ອ ແລະ ຄວາມລອດພົ້ນ​ນີ້​ບໍ່​ໄດ້​ມາ​ຈາກ​ພວກເຈົ້າເອງ, ແຕ່​ເປັນ​ຂອງປະທານ​ຈາກ​ພຣະເຈົ້າ


ຈົ່ງ​ອົດທົນ​ຕໍ່​ກັນ ແລະ ຖ້າ​ຜູ້ໃດ​ມີ​ເລື່ອງ​ຕໍ່​ກັນ​ກໍ​ຈົ່ງ​ຍົກໂທດ​ໃຫ້​ກັນ, ຈົ່ງ​ຍົກໂທດ​ໃຫ້​ກັນ​ເໝືອນ​ທີ່​ອົງພຣະຜູ້ເປັນເຈົ້າ​ໄດ້​ຍົກໂທດ​ໃຫ້​ພວກເຈົ້າ.


ແລະ ຄຳອະທິຖານ​ດ້ວຍ​ຄວາມເຊື່ອ​ຈະ​ເຮັດ​ໃຫ້​ຜູ້​ປ່ວຍ​ນັ້ນ​ຫາຍດີ. ອົງພຣະຜູ້ເປັນເຈົ້າ​ຈະ​ເຮັດ​ໃຫ້​ພວກເຂົາ​ຫາຍດີ. ຖ້າ​ວ່າ​ພວກເຂົາ​ໄດ້​ເຮັດ​ບາບ ພວກເຂົາ​ກໍ​ຈະ​ໄດ້​ຮັບ​ການ​ອະໄພ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka