Biblia Todo Logo
Internet tuqin Biblia

- Anuncios ukanaka -




ມາຣະໂກ 2:2 - ພຣະຄຳພີລາວສະບັບສະໄໝໃໝ່

2 ດັ່ງນັ້ນ ປະຊາຊົນ​ຢ່າງ​ຫລວງຫລາຍ​ຈຶ່ງ​ມາ​ເຕົ້າໂຮມກັນ​ຢູ່​ທີ່​ນັ້ນ​ຈົນ​ບໍ່​ມີ​ບ່ອນ​ຫວ່າງ​ແມ່ນແຕ່​ທີ່​ນອກ​ປະຕູ​ທາງເຂົ້າ ແລະ ພຣະອົງ​ໄດ້​ສັ່ງສອນ​ພຣະທຳ​ສູ່​ພວກເຂົາ​ຟັງ.

Uka jalj uñjjattʼäta Copia luraña

ພຣະຄຳພີສັກສິ

2 ດັ່ງນັ້ນ ປະຊາຊົນ​ຢ່າງ​ຫລວງຫລາຍ​ຈຶ່ງ​ມາ​ເຕົ້າໂຮມ​ກັນ​ອັ່ງອໍ​ຢູ່​ເຕັມ​ເຮືອນ ຈົນ​ບໍ່ມີ​ບ່ອນ​ຫວ່າງ​ແມ່ນແຕ່​ທີ່​ປະຕູ​ທາງ​ເຂົ້າ ພຣະອົງ​ກຳລັງ​ສອນ​ພຣະທຳ​ສູ່​ພວກເຂົາ​ຟັງ

Uka jalj uñjjattʼäta Copia luraña




ມາຣະໂກ 2:2
20 Jak'a apnaqawi uñst'ayäwi  

ແລະ ພຣະອົງ​ໄດ້​ເລີ່ມ​ຕົ້ນ​ສັ່ງສອນ​ພວກເຂົາ. ພຣະອົງ​ກ່າວ​ວ່າ:


ຫລັງ​ຈາກ​ໂຢຮັນ​ຖືກ​ຂັງຄຸກ​ແລ້ວ ພຣະເຢຊູເຈົ້າ​ໄດ້​ໄປ​ປະກາດ​ຂ່າວປະເສີດ​ຂອງ​ພຣະເຈົ້າ​ທີ່​ແຂວງ​ຄາລີເລ.


ຄົນ​ເມືອງ​ທັງໝົດ​ໄດ້​ມາ​ເຕົ້າໂຮມ​ກັນ​ຢູ່​ທີ່​ປະຕູ,


ເມື່ອ​ພົບ​ແລ້ວ ພວກເພິ່ນ​ກໍ​ຮ້ອງ​ອອກ​ມາ​ວ່າ: “ທຸກຄົນ​ກຳລັງ​ຊອກຫາ​ທ່ານ​ຢູ່!”


ແຕ່​ພໍ​ຊາຍ​ຄົນ​ນີ້​ຈາກ​ໄປ​ແລ້ວ ລາວ​ພັດ​ໄປ​ປະກາດ​ເລື່ອງ​ນີ້​ໃຫ້​ແຜ່ກະຈາຍ​ໄປ​ທົ່ວ​ທຸກ​ບ່ອນ ຍ້ອນ​ຂ່າວ​ນີ້ ພຣະເຢຊູເຈົ້າ​ຈຶ່ງ​ບໍ່​ສາມາດ​ເຂົ້າ​ໄປ​ໃນ​ເມືອງ​ໄດ້​ຢ່າງ​ເປີດເຜີຍ​ອີກ​ຕໍ່​ໄປ ແຕ່​ພຣະອົງ​ໄດ້​ອາໄສ​ຢູ່​ນອກ​ເມືອງ​ໃນ​ບ່ອນ​ປ່ຽວ. ເຖິງ​ປານ​ນັ້ນ ກໍ​ຍັງ​ມີ​ຄົນ​ຈາກ​ທຸກ​ທີ່​ທຸກ​ບ່ອນ​ມາ​ຫາ​ພຣະອົງ.


ສອງສາມ​ວັນ​ຕໍ່ມາ ພຣະເຢຊູເຈົ້າ​ໄດ້​ເຂົ້າ​ໄປ​ໃນ​ເມືອງ​ກາເປນາອູມ​ອີກ, ປະຊາຊົນ​ທັງຫລາຍ​ຕ່າງ​ກໍ​ໄດ້​ຍິນ​ຂ່າວ​ວ່າ​ພຣະອົງ​ໄດ້​ມາ​ເຮືອນ.


ອີກ​ຄັ້ງ​ຫນຶ່ງ ພຣະເຢຊູເຈົ້າ​ໄດ້​ອອກ​ໄປ​ທີ່​ແຄມຝັ່ງ​ທະເລສາບ. ປະຊາຊົນ​ຈໍານວນ​ຫລວງຫລາຍ​ໄດ້​ພາກັນ​ມາ​ຫາ​ພຣະອົງ ແລະ ພຣະອົງ​ໄດ້​ສັ່ງສອນ​ພວກເຂົາ.


ເມື່ອ​ພຣະເຢຊູເຈົ້າ​ອອກ​ຈາກ​ເຮືອ​ມາ​ກໍ​ເຫັນ​ປະຊາຊົນ​ຈໍານວນ​ຫລວງຫລາຍ ພຣະອົງ​ກໍ​ມີ​ໃຈ​ສົງສານ​ພວກເຂົາ, ເພາະ​ພວກເຂົາ​ເປັນ​ເໝືອນ​ແກະ​ທີ່​ບໍ່​ມີ​ຜູ້ລ້ຽງ. ດັ່ງນັ້ນ ພຣະອົງ​ຈຶ່ງ​ເລີ່ມຕົ້ນ​ສັ່ງສອນ​ພວກເຂົາ​ຫລາຍ​ເລື່ອງ.


ໃນ​ຂະນະ​ດຽວກັນ​ນັ້ນ, ເມື່ອ​ປະຊາຊົນ​ຫລາຍ​ພັນ​ຄົນ​ມາ​ເຕົ້າໂຮມ​ກັນ ຈົນ​ພວກເຂົາ​ບຽດ​ກັນ​ຢູ່​ນັ້ນ, ພຣະເຢຊູເຈົ້າ​ກໍ​ເລີ່ມຕົ້ນ​ກ່າວ​ກັບ​ພວກສາວົກ​ຂອງ​ພຣະອົງ​ວ່າ: “ຈົ່ງ​ລະວັງ​ເຊື້ອແປ້ງ​ຂອງ​ພວກ​ຟາຣີຊາຍ ຄື​ຄວາມ​ໜ້າຊື່ໃຈຄົດ.


ມື້​ໜຶ່ງ ໃນຂະນະ​ທີ່​ພຣະເຢຊູເຈົ້າ​ກຳລັງ​ສັ່ງສອນ​ຢູ່, ພວກ​ຟາຣີຊາຍ ແລະ ພວກ​ຄູສອນກົດບັນຍັດ​ກໍ​ນັ່ງ​ຢູ່​ທີ່​ນັ້ນ​ດ້ວຍ. ພວກເຂົາ​ມາ​ຈາກ​ທຸກ​ບ້ານ​ໃນ​ແຂວງ​ຄາລີເລ ແລະ ຈາກ​ແຂວງ​ຢູດາຍ ແລະ ຈາກ​ນະຄອນ​ເຢຣູຊາເລັມ. ລິດອຳນາດ​ຂອງ​ອົງພຣະຜູ້ເປັນເຈົ້າ​ກໍ​ຢູ່​ນຳ​ພຣະອົງ​ເພື່ອ​ຮັກສາ​ຄົນເຈັບ.


ຫລັງຈາກນັ້ນ ພຣະເຢຊູເຈົ້າ​ໄດ້​ເດີນທາງ​ໄປ​ຕາມ​ເມືອງ ແລະ ບ້ານ​ຕ່າງໆ, ໄດ້​ປະກາດ​ຂ່າວປະເສີດ​ເລື່ອງ​ອານາຈັກ​ຂອງ​ພຣະເຈົ້າ. ສາວົກ​ທັງ​ສິບສອງ​ຄົນ​ກໍ​ໄປ​ກັບ​ພຣະອົງ


“ຄວາມໝາຍ​ຂອງ​ຄຳອຸປະມາ​ກໍ​ຄື ເມັດພືດ​ທີ່​ຫວ່ານ​ນັ້ນ​ແມ່ນ​ພຣະຄຳ​ຂອງ​ພຣະເຈົ້າ,


ບັດນີ້ ບັນດາ​ຜູ້​ທີ່​ໄດ້​ແຕກ​ກະຈັດ​ກະຈາຍ​ໄປ​ເພາະ​ການ​ຂົ່ມເຫັງ​ທີ່​ເກີດ​ຂຶ້ນ​ເມື່ອ​ຊະເຕຟາໂນ​ຖືກ​ຂ້າ​ນັ້ນ ຕ່າງ​ກໍ​ພາກັນ​ເດີນທາງ​ໄປ​ໄກ​ຈົນ​ເຖິງ​ເມືອງ​ໂຟນີເຊຍ, ເກາະ​ໄຊປຣັດ ແລະ ເມືອງ​ອັນຕີໂອເຂຍ ແລະ ໄດ້​ປະກາດ​ພຣະທຳ​ໃຫ້​ພຽງ​ແຕ່​ຊາວຢິວ​ເທົ່າ​ນັ້ນ.


ແລະ ເມື່ອ​ໄດ້​ປະກາດ​ພຣະຄຳ​ໃນ​ເມືອງ​ເປກາ​ແລ້ວ, ພວກເພິ່ນ​ກໍ​ໄດ້​ເດີນທາງ​ໄປ​ທີ່​ເມືອງ​ອັດຕາເລຍ.


ໂປໂລ​ກັບ​ຜູ້ຮ່ວມງານ​ຂອງ​ເພິ່ນ​ຈຶ່ງ​ເດີນທາງ​ໄປ​ທົ່ວ​ດິນແດນ​ຟີເຄຍ ແລະ ຄາລາເຕຍ, ເພາະ​ພຣະວິນຍານບໍລິສຸດເຈົ້າ​ຍັງ​ບໍ່​ໃຫ້​ປະກາດ​ພຣະຄຳ​ໃນ​ເອເຊຍ.


ຫລັງຈາກ​ທີ່​ເປໂຕ ແລະ ໂຢຮັນ​ໄດ້​ປະກາດ​ພຣະຄຳ​ຂອງ​ອົງພຣະຜູ້ເປັນເຈົ້າ​ຕໍ່ໄປ ແລະ ໄດ້​ເປັນ​ພະຍານ​ກ່ຽວກັບ​ພຣະເຢຊູເຈົ້າ​ແລ້ວ, ພວກເພິ່ນ​ກໍ​ກັບ​ໄປ​ທີ່​ເຢຣູຊາເລັມ, ປະກາດ​ຂ່າວປະເສີດ​ຕາມ​ບ້ານ​ຂອງ​ຊາວ​ຊາມາເຣຍ​ຫລາຍ​ບ່ອນ.


ແຕ່​ຄວາມຊອບທຳ​ນັ້ນ​ໄດ້​ກ່າວ​ໄວ້​ຢ່າງໃດ? “ຖ້ອຍຄຳ​ນີ້​ຢູ່​ໃກ້​ເຈົ້າ ຢູ່​ໃນ​ປາກ​ຂອງ​ເຈົ້າ ແລະ ຢູ່​ໃນ​ໃຈ​ຂອງ​ເຈົ້າ” ຄື​ຖ້ອຍຄຳ​ແຫ່ງ​ຄວາມເຊື່ອ​ທີ່​ພວກເຮົາ​ກຳລັງ​ປະກາດ​ຢູ່​ນັ້ນ,


ຈົ່ງ​ປະກາດ​ຖ້ອຍຄຳ, ຈົ່ງ​ຕຽມໂຕ​ໃຫ້​ພ້ອມ​ທັງ​ໃນ​ເວລາ​ທີ່​ມີ​ໂອກາດ ແລະ ບໍ່​ມີ​ໂອກາດ, ຈົ່ງ​ແກ້ໄຂ​ຂໍ້ຜິດພາດ, ຈົ່ງ​ຕັກເຕືອນ ແລະ ໜູນໃຈ​ດ້ວຍ​ຄວາມອົດທົນ​ຢ່າງ​ໃຫຍ່ ແລະ ດ້ວຍ​ການສັ່ງສອນ​ຢ່າງ​ລະມັດລະວັງ


Jiwasaru arktasipxañani:

Anuncios ukanaka


Anuncios ukanaka