Biblia Todo Logo
Internet tuqin Biblia

- Anuncios ukanaka -




ມາຣະໂກ 2:18 - ພຣະຄຳພີລາວສະບັບສະໄໝໃໝ່

18 ໃນຂະນະ​ນັ້ນ ພວກລູກສິດ​ຂອງ​ໂຢຮັນ ແລະ ພວກ​ຟາຣີຊາຍ ກຳລັງ​ຖືສິນອົດອາຫານ​ຢູ່. ມີ​ບາງຄົນ​ມາ​ຖາມ​ພຣະເຢຊູເຈົ້າ​ວ່າ, “ດ້ວຍເຫດໃດ ພວກລູກສິດ​ຂອງ​ໂຢຮັນ ແລະ ພວກ​ຟາຣີຊາຍ​ຈຶ່ງ​ຖືສິນອົດອາຫານ, ແຕ່​ເປັນຫຍັງ​ພວກສາວົກ​ຂອງ​ທ່ານ​ບໍ່​ຖືສິນອົດອາຫານ?”

Uka jalj uñjjattʼäta Copia luraña

ພຣະຄຳພີສັກສິ

18 ພວກ​ທີ່​ຕິດຕາມ​ໂຢຮັນ​ບັບຕິສະໂຕ​ແລະ​ພວກ​ຟາຣີຊາຍ ກຳລັງ​ຖືສິນ​ອົດອາຫານ ແລ້ວ​ມີ​ບາງຄົນ​ມາ​ຖາມ​ພຣະເຢຊູເຈົ້າ​ວ່າ, “ເປັນຫຍັງ​ພວກ​ຕິດຕາມ​ໂຢຮັນ​ບັບຕິສະໂຕ ແລະ​ພວກ​ຕິດຕາມ​ພວກ​ຟາຣີຊາຍ​ຈຶ່ງ​ຖືສິນ​ອົດອາຫານ ສ່ວນ​ສາວົກ​ຂອງທ່ານ​ບໍ່​ຖື?”

Uka jalj uñjjattʼäta Copia luraña




ມາຣະໂກ 2:18
8 Jak'a apnaqawi uñst'ayäwi  

“ພວກເຂົາ​ເຮັດ​ທຸກສິ່ງ​ເພື່ອ​ໃຫ້​ຄົນ​ເຫັນ ພວກເຂົາ​ເຮັດ​ແອບໜັງ​ທີ່​ບັນຈຸ​ຂໍ້ພຣະຄຳພີ​ຂະໜາດ​ໃຫຍ່ ແລະ ຂອບ​ເສື້ອຄຸມ​ຂອງ​ພວກເຂົາ​ກໍ​ເຮັດ​ຍອຍ​ຍາວ​ອອກໄປ.


“ເມື່ອ​ພວກເຈົ້າ​ຖືສິນອົດອາຫານ, ຢ່າ​ເຮັດ​ໜ້າເສົ້າໝອງ​ເໝືອນດັ່ງ​ຄົນໜ້າຊື່ໃຈຄົດ ເພາະວ່າ​ພວກເຂົາ​ເຮັດ​ໜ້າເສົ້າໝອງ​ເພື່ອ​ໃຫ້​ຄົນ​ທັງຫລາຍ​ເຫັນ​ວ່າ​ພວກເຂົາ​ກຳລັງ​ຖືສິນອົດອາຫານ. ເຮົາ​ບອກ​ພວກເຈົ້າ​ຕາມ​ຄວາມຈິງ​ວ່າ, ພວກເຂົາ​ໄດ້​ຮັບ​ບຳເໜັດ​ຂອງ​ພວກເຂົາ​ເຕັມທີ່​ແລ້ວ.


ເພື່ອ​ຈະ​ບໍ່​ເປັນ​ທີ່​ສະດຸດຕາ​ຕໍ່​ຄົນ​ອື່ນ​ວ່າ​ພວກເຈົ້າ​ກຳລັງ​ຖືສິນອົດອາຫານ​ຢູ່, ແຕ່​ພຣະບິດາເຈົ້າ​ຂອງ​ພວກເຈົ້າ​ຜູ້​ເບິ່ງ​ບໍ່​ເຫັນ​ດ້ວຍ​ຕາ ແລະ ພຣະບິດາເຈົ້າ​ຂອງ​ພວກເຈົ້າ​ຜູ້​ເຫັນ​ສິ່ງ​ທີ່​ເຮັດ​ຢູ່​ໃນ​ທີ່​ລັບ ຈະ​ໃຫ້​ບຳເໜັດ​ແກ່​ພວກເຈົ້າ.


ພຣະເຢຊູເຈົ້າ​ຕອບ​ວ່າ, “ຈະ​ໃຫ້​ແຂກ​ຂອງ​ເຈົ້າ​ບ່າວ​ຖືສິນອົດອາຫານ​ຂະນະ​ທີ່​ເຈົ້າບ່າວ​ຢູ່​ນຳ​ໄດ້​ຢ່າງໃດ? ເມື່ອ​ໃດ​ເຈົ້າບ່າວ​ຍັງ​ຢູ່​ນຳ​ພວກເຂົາ ພວກເຂົາ​ກໍ​ເຮັດ​ຢ່າງ​ນັ້ນ​ບໍ່​ໄດ້.


ຂ້ານ້ອຍ​ຖືສິນ​ອົດອາຫານ​ອາທິດ​ລະ​ສອງ​ເທື່ອ ແລະ ຖວາຍ​ໜຶ່ງສ່ວນສິບ​ຈາກ​ທຸກສິ່ງ​ທີ່​ໄດ້​ມາ’.


ເນື່ອງ​ຈາກ​ພວກເຂົາ​ບໍ່​ຮູ້​ຈັກ​ຄວາມຊອບທຳ​ຂອງ​ພຣະເຈົ້າ ແລະ ພະຍາຍາມ​ຕັ້ງ​ຄວາມຊອບທຳ​ຂອງ​ຕົນ​ເອງ​ຂຶ້ນ​ມາ, ພວກເຂົາ​ຈຶ່ງ​ບໍ່​ຍອມຮັບ​ຄວາມຊອບທຳ​ຂອງ​ພຣະເຈົ້າ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka