Biblia Todo Logo
Internet tuqin Biblia

- Anuncios ukanaka -




ມາຣະໂກ 2:16 - ພຣະຄຳພີລາວສະບັບສະໄໝໃໝ່

16 ເມື່ອ​ພວກ​ຄູສອນກົດບັນຍັດ​ຜູ້​ທີ່​ເປັນ​ຟາຣີຊາຍ​ໄດ້​ເຫັນ​ພຣະອົງ​ກຳລັງ​ກິນ​ອາຫານ​ຮ່ວມ​ກັບ​ຄົນເກັບພາສີ ແລະ ຄົນບາບ, ພວກເຂົາ​ຈຶ່ງ​ຖາມ​ພວກສາວົກ​ຂອງ​ພຣະອົງ​ວ່າ, “ເປັນຫຍັງ​ເພິ່ນ​ຈຶ່ງ​ກິນ​ອາຫານ​ຮ່ວມ​ກັບ​ຄົນເກັບພາສີ ແລະ ຄົນບາບ?”

Uka jalj uñjjattʼäta Copia luraña

ພຣະຄຳພີສັກສິ

16 ແຕ່​ທຳມະຈານ​ບາງຄົນ​ທີ່​ເປັນ​ຝ່າຍ​ຟາຣີຊາຍ ໄດ້​ເຫັນ​ພຣະເຢຊູເຈົ້າ​ກຳລັງ​ກິນ​ເຂົ້າ​ກັບ​ຄົນ​ນອກ​ສິນທຳ​ແລະ​ຄົນເກັບພາສີ. ດັ່ງນັ້ນ ພວກເຂົາ​ຈຶ່ງ​ຖາມ​ພວກ​ສາວົກ​ຂອງ​ພຣະອົງ​ວ່າ, “ເປັນຫຍັງ​ເພິ່ນ​ຈຶ່ງ​ກິນ​ເຂົ້າ​ກັບ​ຄົນ​ເກັບພາສີ​ແລະ​ຄົນ​ນອກ​ສິນທຳ?”

Uka jalj uñjjattʼäta Copia luraña




ມາຣະໂກ 2:16
14 Jak'a apnaqawi uñst'ayäwi  

ແຕ່​ຖ້າ​ພວກເຂົາ​ປະຕິເສດ​ບໍ່​ຍອມ​ຟັງ ຈົ່ງ​ໄປ​ແຈ້ງ​ເລື່ອງ​ທັງໝົດ​ຕໍ່​ຄຣິສຕະຈັກ ແລະ ຖ້າ​ພວກເຂົາ​ຍັງ​ບໍ່​ຍອມ​ຟັງ​ແມ່ນແຕ່​ຄຣິສຕະຈັກ ກໍ​ໃຫ້​ປະຕິບັດ​ຕໍ່​ພວກເຂົາ​ເໝືອນ​ທີ່​ພວກເຈົ້າ​ເຮັດ​ກັບ​ຄົນທີ່ບໍ່ເຊື່ອ​ພຣະເຈົ້າ ແລະ ຄົນເກັບພາສີ.


ຖ້າ​ພວກເຈົ້າ​ຮັກ​ແຕ່​ຜູ້​ທີ່​ຮັກ​ພວກເຈົ້າ​ເທົ່ານັ້ນ ພວກເຈົ້າ​ຈະ​ໄດ້​ບຳເໜັດ​ຫຍັງ? ແມ່ນແຕ່​ບັນດາ​ຄົນເກັບພາສີ​ກໍ​ຍັງ​ເຮັດ​ຢ່າງ​ນັ້ນ​ບໍ່​ແມ່ນ​ບໍ?


ເມື່ອ​ພວກ​ຟາຣີຊາຍ​ເຫັນ​ດັ່ງນັ້ນ ຈຶ່ງ​ຖາມ​ພວກສາວົກ​ຂອງ​ພຣະອົງ​ວ່າ, “ເປັນ​ຫຍັງ​ອາຈານ​ຂອງ​ພວກເຈົ້າ​ຈຶ່ງ​ກິນ​ອາຫານ​ຮ່ວມ​ກັບ​ຄົນເກັບພາສີ ແລະ ຄົນບາບ?”


ໃນຂະນະ​ທີ່​ພຣະເຢຊູເຈົ້າ​ກຳລັງ​ກິນ​ອາຫານແລງ​ຢູ່​ເຮືອນ​ຂອງ​ເລວີ, ມີ​ຄົນເກັບພາສີ ແລະ ຄົນບາບ​ຫລາຍ​ຄົນ​ກໍ​ໄດ້​ມາ​ຮ່ວມ​ກິນ​ອາຫານ​ກັບ​ພຣະອົງ ແລະ ພວກສາວົກ​ຂອງ​ພຣະອົງ, ເພາະວ່າ​ມີ​ຫລາຍ​ຄົນ​ໄດ້​ຕິດຕາມ​ພຣະອົງ.


“ເປັນຫຍັງ​ຄົນ​ນີ້​ຈຶ່ງ​ເວົ້າ​ຢ່າງ​ນີ້? ລາວ​ກຳລັງ​ເວົ້າ​ໝິ່ນປະໝາດ​ພຣະເຈົ້າ! ນອກຈາກ​ພຣະເຈົ້າ​ແລ້ວ ຈະ​ມີ​ຜູ້ໃດ​ສາມາດ​ອະໄພ​ບາບ​ໄດ້?”


ຄົນ​ຟາຣີຊາຍ​ນັ້ນ​ຢືນ​ຢູ່​ຄົນ​ດຽວ ແລະ ອະທິຖານ​ວ່າ: ‘ຂ້າ​ແດ່​ພຣະເຈົ້າ, ຂອບພຣະຄຸນ​ພຣະອົງ​ທີ່​ຂ້ານ້ອຍ​ບໍ່​ເປັນ​ເໝືອນ​ຄົນ​ອື່ນ​ຄື: ເປັນ​ຄົນຂີ້ລັກ, ຄົນຊົ່ວ, ຄົນຫລິ້ນຊູ້ ຫລື ແມ່ນແຕ່​ເປັນ​ເໝືອນ​ຄົນເກັບພາສີ​ຜູ້​ນີ້.


ດ້ວຍວ່າ ບຸດມະນຸດ​ໄດ້​ມາ​ເພື່ອ​ຊອກຫາ ແລະ ຊ່ວຍ​ຄົນ​ທີ່​ຫລົງ​ຫາຍ​ໃຫ້​ລອດພົ້ນ”.


ເມື່ອ​ຄົນ​ທັງໝົດ​ເຫັນ​ດັ່ງນັ້ນ​ກໍ​ພາກັນ​ເລີ່ມ​ຈົ່ມ​ວ່າ, “ພຣະອົງ​ໄປ​ພັກ​ຢູ່​ໃນ​ເຮືອນ​ຂອງ​ຄົນບາບ”.


ແຕ່​ພວກ​ຟາຣີຊາຍ ແລະ ພວກ​ຄູສອນກົດບັນຍັດ ຜູ້​ທີ່​ເປັນ​ຝ່າຍ​ຂອງ​ພວກເຂົາ ໄດ້​ຈົ່ມ​ຕຳໜິ​ຕໍ່​ພວກສາວົກ​ຂອງ​ພຣະອົງ​ວ່າ, “ເປັນຫຍັງ​ພວກເຈົ້າ​ຈຶ່ງ​ກິນ​ອາຫານ ແລະ ດື່ມ​ຮ່ວມ​ກັບ​ຄົນເກັບພາສີ ແລະ ຄົນບາບ?”


ແລ້ວ​ກໍ​ເກີດ​ຄວາມ​ວຸ້ນວາຍ​ຄັ້ງ​ໃຫຍ່ ແລະ ມີ​ພວກ​ຄູສອນກົດບັນຍັດ​ທີ່​ເປັນ​ຟາຣີຊາຍ​ບາງຄົນ​ໄດ້​ລຸກຂຶ້ນ ແລະ ຄັດຄ້ານ​ຢ່າງ​ດຸເດືອດ. ພວກເຂົາ​ເວົ້າ​ວ່າ, “ເຮົາ​ເຫັນ​ວ່າ​ຊາຍ​ຄົນ​ນີ້​ບໍ່​ໄດ້​ເຮັດ​ຫຍັງ​ຜິດ, ອາດ​ເປັນ​ວິນຍານ ຫລື ເທວະດາ​ເວົ້າ​ກັບ​ລາວ​ກໍ​ໄດ້?”


ບຸກຄົນ​ທີ່​ມີ​ພຣະວິນຍານ​ກໍ​ຕັດສິນ​ກ່ຽວກັບ​ທຸກໆ​ສິ່ງ​ໄດ້, ແຕ່​ບຸກຄົນ​ດັ່ງກ່າວ​ນັ້ນ​ບໍ່ໄດ້​ຂຶ້ນຢູ່​ກັບ​ການຕັດສິນ​ຂອງ​ມະນຸດ​ເທົ່ານັ້ນ,


ຈົ່ງ​ພິຈາລະນາ​ເຖິງ​ພຣະອົງ​ຜູ້​ໄດ້​ອົດທົນ​ຕໍ່​ການຕໍ່ຕ້ານ​ຢ່າງ​ນັ້ນ​ຈາກ​ຄົນບາບ​ທັງຫລາຍ, ເພື່ອ​ວ່າ​ພວກເຈົ້າ​ຈະ​ໄດ້​ບໍ່​ອິດເມື່ອຍ ແລະ ທໍ້ຖອຍ​ໃຈ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka