Biblia Todo Logo
Internet tuqin Biblia

- Anuncios ukanaka -




ມາຣະໂກ 2:13 - ພຣະຄຳພີລາວສະບັບສະໄໝໃໝ່

13 ອີກ​ຄັ້ງ​ຫນຶ່ງ ພຣະເຢຊູເຈົ້າ​ໄດ້​ອອກ​ໄປ​ທີ່​ແຄມຝັ່ງ​ທະເລສາບ. ປະຊາຊົນ​ຈໍານວນ​ຫລວງຫລາຍ​ໄດ້​ພາກັນ​ມາ​ຫາ​ພຣະອົງ ແລະ ພຣະອົງ​ໄດ້​ສັ່ງສອນ​ພວກເຂົາ.

Uka jalj uñjjattʼäta Copia luraña

ພຣະຄຳພີສັກສິ

13 ພຣະເຢຊູເຈົ້າ​ໄດ້​ກັບ​ໄປ​ອີກ​ທີ່​ແຄມ​ຝັ່ງ​ທະເລສາບ​ຄາລີເລ ປະຊາຊົນ​ໝູ່ໃຫຍ່​ໄດ້​ມາ​ຫາ​ພຣະອົງ ແລະ​ພຣະອົງ​ໄດ້​ສັ່ງສອນ​ພວກເຂົາ.

Uka jalj uñjjattʼäta Copia luraña




ມາຣະໂກ 2:13
11 Jak'a apnaqawi uñst'ayäwi  

ໃນ​ວັນ​ດຽວ​ກັນ​ນັ້ນ ພຣະເຢຊູເຈົ້າ​ໄດ້​ອອກ​ຈາກ​ເຮືອນ​ໄປ​ນັ່ງ​ຢູ່​ແຄມ​ຝັ່ງ​ທະເລສາບ.


ເມື່ອ​ພຣະເຢຊູເຈົ້າ​ອອກ​ຈາກ​ທີ່​ນັ້ນ​ໄປ​ແລ້ວ, ພຣະອົງ​ເຫັນ​ຊາຍ​ຄົນ​ໜຶ່ງ​ຊື່​ວ່າ​ມັດທາຍ ກຳລັງ​ນັ່ງ​ຢູ່​ທີ່​ດ່ານເກັບພາສີ, ພຣະອົງ​ຈຶ່ງ​ກ່າວ​ກັບ​ລາວ​ວ່າ, “ຈົ່ງ​ຕາມ​ເຮົາ​ມາ”. ມັດທາຍ​ກໍ​ລຸກຂຶ້ນ ແລະ ຕິດຕາມ​ພຣະອົງ​ໄປ.


ແຕ່​ພໍ​ຊາຍ​ຄົນ​ນີ້​ຈາກ​ໄປ​ແລ້ວ ລາວ​ພັດ​ໄປ​ປະກາດ​ເລື່ອງ​ນີ້​ໃຫ້​ແຜ່ກະຈາຍ​ໄປ​ທົ່ວ​ທຸກ​ບ່ອນ ຍ້ອນ​ຂ່າວ​ນີ້ ພຣະເຢຊູເຈົ້າ​ຈຶ່ງ​ບໍ່​ສາມາດ​ເຂົ້າ​ໄປ​ໃນ​ເມືອງ​ໄດ້​ຢ່າງ​ເປີດເຜີຍ​ອີກ​ຕໍ່​ໄປ ແຕ່​ພຣະອົງ​ໄດ້​ອາໄສ​ຢູ່​ນອກ​ເມືອງ​ໃນ​ບ່ອນ​ປ່ຽວ. ເຖິງ​ປານ​ນັ້ນ ກໍ​ຍັງ​ມີ​ຄົນ​ຈາກ​ທຸກ​ທີ່​ທຸກ​ບ່ອນ​ມາ​ຫາ​ພຣະອົງ.


ຕໍ່ມາ ພຣະເຢຊູເຈົ້າ​ກໍ​ອອກຈາກ​ທີ່​ນັ້ນ​ໄປ​ຍັງ​ແຂວງ​ຢູດາຍ ແລ້ວ​ພຣະອົງ​ກໍ​ຂ້າມ​ແມ່ນ້ຳຈໍແດນ​ທາງ​ຟາກ​ເບື້ອງ​ນັ້ນ. ມີ​ປະຊາຊົນ​ຈໍານວນ​ຫລວງຫລາຍ​ໄດ້​ມາ​ຫາ​ພຣະອົງ​ອີກ, ແລະ ພຣະອົງ​ກໍ​ໄດ້​ສັ່ງສອນ​ພວກເຂົາ​ເໝືອນດັ່ງ​ທີ່​ພຣະອົງ​ເຄີຍ​ເຮັດ​ມາ.


ດັ່ງນັ້ນ ປະຊາຊົນ​ຢ່າງ​ຫລວງຫລາຍ​ຈຶ່ງ​ມາ​ເຕົ້າໂຮມກັນ​ຢູ່​ທີ່​ນັ້ນ​ຈົນ​ບໍ່​ມີ​ບ່ອນ​ຫວ່າງ​ແມ່ນແຕ່​ທີ່​ນອກ​ປະຕູ​ທາງເຂົ້າ ແລະ ພຣະອົງ​ໄດ້​ສັ່ງສອນ​ພຣະທຳ​ສູ່​ພວກເຂົາ​ຟັງ.


ແລ້ວ​ພຣະເຢຊູເຈົ້າ​ໄດ້​ສັ່ງສອນ​ທີ່​ແຄມ​ທະເລສາບ​ອີກ. ປະຊາຊົນ​ໄດ້​ມາ​ເຕົ້າໂຮມກັນ​ອ້ອມ​ພຣະອົງ​ຢ່າງ​ແໜ້ນໜາ​ຫລາຍ ຈົນ​ພຣະອົງ​ຕ້ອງ​ລົງ​ໄປ​ນັ່ງ​ໃນ​ເຮືອ​ຢູ່​ແຄມ​ຝັ່ງ​ທະເລສາບ, ສ່ວນ​ປະຊາຊົນ​ນັ້ນ​ຢູ່​ເທິງ​ບົກ​ຕາມ​ແຄມ​ຝັ່ງ.


ແຕ່​ພວກເຂົາ​ບໍ່​ເຫັນ​ຊ່ອງທາງ​ທີ່​ຈະ​ເຮັດ​ໄດ້, ເພາະ​ປະຊາຊົນ​ທັງຫລາຍ​ຕັ້ງໃຈ​ຟັງ​ຖ້ອຍຄຳ​ຂອງ​ພຣະອົງ.


ປະຊາຊົນ​ທັງຫລາຍ​ກໍ​ໄດ້​ມາ​ທີ່​ວິຫານ​ຕັ້ງແຕ່​ຮຸ່ງເຊົ້າ​ເພື່ອ​ຟັງ​ພຣະອົງ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka