Biblia Todo Logo
Internet tuqin Biblia

- Anuncios ukanaka -




ມາຣະໂກ 2:12 - ພຣະຄຳພີລາວສະບັບສະໄໝໃໝ່

12 ລາວ​ຈຶ່ງ​ລຸກຂຶ້ນ, ຍົກ​ເອົາ​ບ່ອນນອນ​ຂອງ​ຕົນ ແລະ ກໍ​ຍ່າງ​ອອກ​ໄປ​ຕໍ່ໜ້າ​ຄົນ​ທັງຫລາຍ. ທຸກຄົນ​ຕ່າງ​ກໍ​ປະຫລາດໃຈ ແລະ ສັນລະເສີນ​ພຣະເຈົ້າ ແລະ ເວົ້າ​ວ່າ, “ພວກເຮົາ​ບໍ່​ເຄີຍ​ພົບເຫັນ​ເຫດການ​ຢ່າງ​ນີ້​ຈັກ​ເທື່ອ!”

Uka jalj uñjjattʼäta Copia luraña

ພຣະຄຳພີສັກສິ

12 ໃນ​ຂະນະທີ່​ທຸກຄົນ​ກຳລັງ​ຄອຍ​ເບິ່ງ​ຢູ່​ນັ້ນ ຄົນເປ້ຍ​ກໍ​ລຸກ​ຂຶ້ນ ຍົກ​ເອົາ​ບ່ອນ​ນອນ​ຂອງຕົນ ແລະ ອອກ​ຈາກ​ເຮືອນ​ໄປ​ໃນ​ທັນທີ ປະຊາຊົນ​ທຸກຄົນ​ຕ່າງ​ກໍ​ງຶດ​ປະຫລາດ​ໃຈ ແລະ​ສັນລະເສີນ​ພຣະເຈົ້າ ແລະ​ເວົ້າ​ວ່າ, “ພວກເຮົາ​ບໍ່ເຄີຍ​ເຫັນ​ເຫດການ​ເຊັ່ນ​ນີ້​ຈັກເທື່ອ.”

Uka jalj uñjjattʼäta Copia luraña




ມາຣະໂກ 2:12
13 Jak'a apnaqawi uñst'ayäwi  

ປະຊາຊົນ​ທັງໝົດ​ກໍ​ປະຫລາດໃຈ ແລະ ເວົ້າ​ກັນ​ວ່າ, “ເປັນ​ໄປ​ໄດ້​ບໍ​ທີ່​ຄົນ​ນີ້​ຈະ​ເປັນ​ບຸດ​ຂອງ​ດາວິດ?”


ປະຊາຊົນ​ຕ່າງ​ກໍ​ພາກັນ​ປະຫລາດ​ໃຈ​ເມື່ອ​ພວກເຂົາ​ເຫັນ​ຄົນປາກກືກ​ເວົ້າ​ໄດ້, ຄົນພິການ​ຫາຍດີ​ເປັນ​ປົກກະຕິ, ຄົນຂາຫ້ານ​ຍ່າງ​ໄດ້ ແລະ ຄົນຕາບອດ​ເບິ່ງເຫັນ. ແລ້ວ​ພວກເຂົາ​ທັງຫລາຍ​ຕ່າງ​ກໍ​ພາກັນ​ສັນລະເສີນ​ພຣະເຈົ້າ​ຂອງ​ອິດສະຣາເອນ.


ແລະ ເມື່ອ​ພຣະອົງ​ຂັບໄລ່​ຜີມານຮ້າຍ​ນັ້ນ​ອອກ​ແລ້ວ, ຊາຍ​ທີ່​ເຄີຍ​ປາກກືກ​ນັ້ນ​ກໍ​ເວົ້າ​ໄດ້. ປະຊາຊົນ​ພາກັນ​ປະຫລາດໃຈ ແລະ ເວົ້າ​ກັນ​ວ່າ, “ບໍ່​ເຄີຍ​ເຫັນ​ເຫດການ​ຢ່າງນີ້​ຈັກເທື່ອ​ໃນ​ອິດສະຣາເອນ”.


ເມື່ອ​ປະຊາຊົນ​ໄດ້​ເຫັນ​ດັ່ງນີ້​ແລ້ວ​ພວກເຂົາ​ກໍ​ເຕັມ​ໄປ​ດ້ວຍ​ຄວາມຢ້ານ ແລະ ພວກເຂົາ​ໄດ້​ສັນລະເສີນ​ພຣະເຈົ້າ​ຜູ້​ໃຫ້​ສິດອຳນາດ​ຢ່າງ​ນີ້​ແກ່​ມະນຸດ.


ປະຊາຊົນ​ທຸກຄົນ​ຕ່າງ​ກໍ​ພາກັນ​ປະຫລາດໃຈ ແລະ ຖາມ​ກັນ​ວ່າ, “ນີ້​ແມ່ນ​ຫຍັງ? ເປັນ​ຄຳສັ່ງສອນ​ໃໝ່ ແລະ ທັງ​ຍັງ​ມີ​ສິດອຳນາດ! ທ່ານ​ຜູ້​ນີ້​ສັ່ງ​ວິນຍານສົກກະປົກ ແລະ ພວກມັນ​ກໍ​ຍອມ​ເຊື່ອຟັງ​ເພິ່ນ”.


“ເຮົາ​ສັ່ງ​ເຈົ້າ​ວ່າ, ຈົ່ງ​ລຸກຂຶ້ນ, ຍົກ​ເອົາ​ບ່ອນນອນ​ຂອງ​ເຈົ້າ ແລະ ເມືອ​ເຮືອນ​ສາ”.


ແລ້ວ​ພຣະອົງ​ໄດ້​ວາງ​ມື​ທັງ​ສອງ​ໃສ່​ນາງ, ໃນທັນໃດ​ນັ້ນ​ນາງ​ກໍ​ຢືດ​ໂຕ​ຊື່ ແລະ ສັນລະເສີນ​ພຣະເຈົ້າ.


ຄົນ​ໜຶ່ງ​ໃນ​ພວກເຂົາ​ເມື່ອ​ເຫັນ​ວ່າ​ຕົນ​ໄດ້​ດີ​ພະຍາດ​ແລ້ວ​ຈຶ່ງ​ກັບ​ມາ ແລະ ສັນລະເສີນ​ພຣະເຈົ້າ​ດ້ວຍ​ສຽງ​ດັງ.


ທຸກຄົນ​ຕ່າງ​ກໍ​ພາກັນ​ປະຫລາດໃຈ ແລະ ສັນລະເສີນ​ພຣະເຈົ້າ. ພວກເຂົາ​ຢ້ານກົວ​ຫລາຍ​ຈຶ່ງ​ກ່າວ​ວ່າ, “ວັນນີ້​ພວກເຮົາ​ໄດ້​ເຫັນ​ສິ່ງ​ທີ່​ເຫລືອເຊື່ອ”.


ຄົນ​ທັງຫລາຍ​ກໍ​ເຕັມ​ໄປ​ດ້ວຍ​ຄວາມ​ຢ້ານກົວ ແລະ ສັນລະເສີນ​ພຣະເຈົ້າ. ພວກເຂົາ​ເວົ້າ​ວ່າ, “ຜູ້ທຳນວາຍ​ຍິ່ງໃຫຍ່​ຜູ້​ໜຶ່ງ​ໄດ້​ມາ​ປາກົດ​ໃນ​ທ່າມກາງ​ພວກເຮົາ​ແລ້ວ. ພຣະເຈົ້າ​ໄດ້​ມາ​ຊ່ວຍ​ປະຊາຊົນ​ຂອງ​ພຣະອົງ​ແລ້ວ”.


ແຕ່​ປະຊາຊົນ​ຫລາຍ​ຄົນ​ກໍ​ຍັງ​ເຊື່ອ​ໃນ​ພຣະອົງ​ຢູ່. ພວກເຂົາ​ເວົ້າ​ວ່າ, “ເມື່ອ​ພຣະຄຣິດເຈົ້າ​ມາ, ພຣະອົງ​ຈະ​ສະແດງ​ໝາຍສຳຄັນ​ຫລວງຫລາຍ​ກວ່າ​ຜູ້​ນີ້​ບໍ?”


ບໍ່​ມີ​ຜູ້ໃດ​ເຄີຍ​ໄດ້​ຍິນ​ເລື່ອງ​ການຮັກສາ​ຄົນຕາບອດ​ຕັ້ງແຕ່​ເກີດ​ໃຫ້​ເຫັນຮຸ່ງ​ໄດ້.


ຫລັງ​ຈາກ​ໄດ້​ຂົ່ມຂູ່​ແລ້ວ​ພວກເຂົາ​ກໍ​ປ່ອຍ​ພວກເພິ່ນ​ໄປ. ພວກເຂົາ​ຕັດສິນໃຈ​ບໍ່​ໄດ້​ວ່າ​ຈະ​ລົງໂທດ​ພວກເພິ່ນ​ຢ່າງໃດ, ເພາະ​ປະຊາຊົນ​ທັງໝົດ​ພາກັນ​ສັນລະເສີນ​ພຣະເຈົ້າ​ໃນ​ສິ່ງ​ທີ່​ເກີດຂຶ້ນ​ນັ້ນ,


Jiwasaru arktasipxañani:

Anuncios ukanaka


Anuncios ukanaka