Biblia Todo Logo
Internet tuqin Biblia

- Anuncios ukanaka -




ມາຣະໂກ 16:9 - ພຣະຄຳພີລາວສະບັບສະໄໝໃໝ່

9 ເມື່ອ​ຮຸ່ງເຊົ້າ​ຂອງ​ວັນ​ຕົ້ນ​ສັບປະດາ ຫລັງ​ຈາກ​ທີ່​ພຣະເຢຊູເຈົ້າ​ເປັນຄືນມາຈາກຕາຍ​ແລ້ວ, ພຣະອົງ​ໄດ້​ປາກົດ​ແກ່​ນາງ​ມາຣີ​ຊາວ​ມັກດາລາ​ເປັນ​ຜູ້ທຳອິດ ຄື​ຜູ້​ທີ່​ພຣະເຢຊູເຈົ້າ​ໄດ້​ຂັບໄລ່​ຜີມານຮ້າຍ​ເຈັດ​ໂຕ​ອອກ​ນັ້ນ.

Uka jalj uñjjattʼäta Copia luraña

ພຣະຄຳພີສັກສິ

9 ເມື່ອ​ຮຸ່ງ​ເຊົ້າ​ຂອງ​ວັນ​ອາທິດ ຫລັງຈາກ​ພຣະເຢຊູເຈົ້າ ເປັນ​ຄືນ​ມາ​ຈາກ​ຕາຍ​ແລ້ວ ພຣະອົງ​ໄດ້​ປາກົດ​ແກ່​ນາງ​ມາຣີ​ໄທ​ມັກດາລາ​ເປັນ​ຜູ້​ທຳອິດ ຄື​ຜູ້​ທີ່​ພຣະອົງ​ໄດ້​ຂັບໄລ່​ຜີມານຮ້າຍ​ເຈັດ​ໂຕ​ອອກ​ນັ້ນ.

Uka jalj uñjjattʼäta Copia luraña




ມາຣະໂກ 16:9
12 Jak'a apnaqawi uñst'ayäwi  

ໃນ​ພວກແມ່ຍິງ​ເຫລົ່ານີ້​ມີ​ມາຣີ​ຊາວ​ມັກດາລາ, ມາຣີ​ແມ່​ຂອງ​ຢາໂກໂບ ແລະ ໂຢເຊັບ ແລະ ແມ່​ຂອງ​ລູກ​ເຊເບດາຍ.


ມີ​ແມ່ຍິງ​ບາງຄົນ​ທີ່​ເຝົ້າ​ເບິ່ງ​ຢູ່​ຫ່າງໆ. ໃນ​ພວກເຂົາ​ນັ້ນ​ມີ​ມາຣີ​ຊາວ​ມັກດາລາ, ມາຣີ​ແມ່​ຂອງ​ຢາໂກໂບ​ຜູ້​ເປັນ​ນ້ອງຊາຍ, ໂຢເຊ ແລະ ນາງ​ຊາໂລເມ.


ສ່ວນ​ມາຣີ​ຊາວ​ມັກດາລາ ແລະ ມາຣີ​ແມ່​ຂອງ​ໂຢເຊັບ​ກໍ​ໄດ້​ເຫັນ​ບ່ອນ​ທີ່​ໄວ້​ສົບ​ຂອງ​ພຣະເຢຊູເຈົ້າ.


ພວກເຂົາ​ຢ້ານ​ຈົນ​ໂຕສັ່ນ ແລະ ສັບສົນ ຈຶ່ງ​ພາກັນ​ຟ້າວ​ອອກ​ໜີ​ໄປ​ຈາກ​ອຸບມຸງ. ພວກເຂົາ​ບໍ່​ໄດ້​ເວົ້າ​ອັນ​ໃດ​ກັບ​ຜູ້ໃດ ເພາະ​ວ່າ​ພວກເຂົາ​ຢ້ານ. (ເອກະສານ​ເກົ່າ​ທີ່ສຸດ ແລະ ຫລັກຖານ​ບູຮານ​ອື່ນໆບໍ່​ມີ ຂໍ້ ມຣກ 16:9-20.)


ເຊິ່ງ​ມີ​ມາຣີ​ຊາວ​ມັກດາລາ, ໂຢຮັນນາ, ມາຣີ​ແມ່​ຂອງ​ຢາໂກໂບ ແລະ ພ້ອມ​ກັບ​ແມ່ຍິງ​ຄົນ​ອື່ນ​ທີ່​ຢູ່​ກັບ​ພວກເຂົາ​ທີ່​ໄດ້​ເລົ່າ​ເຫດການ​ນີ້​ໃຫ້​ພວກ​ອັກຄະສາວົກ​ຟັງ.


ພ້ອມ​ກັບ​ບັນດາ​ແມ່ຍິງ​ທີ່​ພຣະອົງ​ໄດ້​ຮັກສາ​ໃຫ້​ພົ້ນ​ຈາກ​ວິນຍານຊົ່ວຮ້າຍ ແລະ ຫາຍດີ​ຈາກ​ພະຍາດ​ຕ່າງໆ​ຄື: ມາຣີ (ຜູ້​ທີ່​ເອີ້ນ​ວ່າ​ຊາວ​ມັກດາລາ) ຜູ້​ທີ່​ພຣະອົງ​ຂັບໄລ່​ວິນຍານຊົ່ວຮ້າຍ​ເຈັດ​ໂຕ​ອອກ​ຈາກ​ນາງ,


ແລະ ໄດ້​ເຫັນ​ເທວະດາ​ສອງ​ຕົນ​ໃສ່​ຊຸດ​ສີຂາວ ນັ່ງ​ຢູ່​ໃນ​ບ່ອນ​ທີ່​ພວກເຂົາ​ເຄີຍ​ວາງ​ສົບ​ຂອງ​ພຣະເຢຊູເຈົ້າ, ຕົນ​ໜຶ່ງ​ຢູ່​ເບື້ອງຫົວ ອີກ​ຕົນ​ໜຶ່ງ​ຢູ່​ເບື້ອງຕີນ.


ໃນ​ວັນ​ຕົ້ນ​ອາທິດ ພວກເຮົາ​ໄດ້​ມາ​ປະຊຸມ​ກັນ​ເພື່ອ​ຫັກ​ເຂົ້າຈີ່. ໂປໂລ​ກ່າວ​ແກ່​ຄົນ​ທັງຫລາຍ ແລະ ເພາະ​ເພິ່ນ​ຕັ້ງໃຈ​ຈະ​ຈາກ​ໄປ​ໃນ​ວັນ​ຕໍ່​ໄປ​ຈຶ່ງ​ສືບຕໍ່​ເວົ້າ​ຈົນ​ເຖິງ​ທ່ຽງຄືນ.


ໃນ​ມື້​ທີໜຶ່ງ​ຂອງ​ທຸກໆ​ອາທິດ, ພວກເຈົ້າ​ແຕ່ລະຄົນ​ຄວນ​ແຍກ​ເງິນ​ຈຳນວນ​ໜຶ່ງ​ທີ່​ເໝາະສົມ​ກັບ​ລາຍໄດ້​ຂອງ​ຕົນ ເກັບ​ສະສົມ​ເງິນ​ນີ້​ໄວ້ ເພື່ອ​ວ່າ​ເມື່ອ​ເຮົາ​ມາ​ຈະ​ບໍ່​ມີ​ການແຜ່ຊັບ​ອີກ.


ໃນ​ວັນ​ຂອງ​ອົງພຣະຜູ້ເປັນເຈົ້າ ຂ້າພະເຈົ້າ​ຢູ່​ໃນ​ພຣະວິນຍານ ແລະ ໄດ້​ຍິນ​ສຽງ​ຄ້າຍຄື​ສຽງແກ​ດັງ​ຂຶ້ນ​ທາງ​ດ້ານຫລັງ​ຂອງ​ຂ້າພະເຈົ້າ,


Jiwasaru arktasipxañani:

Anuncios ukanaka


Anuncios ukanaka