Biblia Todo Logo
Internet tuqin Biblia

- Anuncios ukanaka -




ມາຣະໂກ 16:7 - ພຣະຄຳພີລາວສະບັບສະໄໝໃໝ່

7 ແຕ່​ຈົ່ງ​ໄປ​ບອກ​ພວກສາວົກ​ຂອງ​ພຣະອົງ ແລະ ເປໂຕ​ວ່າ, ‘ພຣະອົງ​ກຳລັງ​ໄປ​ແຂວງ​ຄາລີເລ​ກ່ອນໜ້າ​ພວກເຈົ້າ. ພວກເຈົ້າ​ຈະ​ເຫັນ​ພຣະອົງ​ໃນ​ທີ່​ນັ້ນ ຕາມ​ທີ່​ພຣະອົງ​ໄດ້​ບອກ​ພວກເຈົ້າ​ໄວ້​ແລ້ວ’”.

Uka jalj uñjjattʼäta Copia luraña

ພຣະຄຳພີສັກສິ

7 ບັດນີ້ ຈົ່ງ​ໄປ​ບອກ​ພວກ​ສາວົກ​ຂອງ​ພຣະອົງ​ພ້ອມ​ທັງ​ເປໂຕ​ດ້ວຍ ວ່າ, ‘ພຣະອົງ​ຈະ​ໄປ​ທີ່​ແຂວງ​ຄາລີເລ​ກ່ອນ​ເຈົ້າ​ທັງຫລາຍ. ເຈົ້າ​ທັງຫລາຍ​ຈະ​ເຫັນ​ພຣະອົງ​ໃນ​ທີ່ນັ້ນ ຕາມ​ທີ່​ພຣະອົງ​ໄດ້​ບອກ​ພວກເຈົ້າ​ໄວ້​ແລ້ວ.”’

Uka jalj uñjjattʼäta Copia luraña




ມາຣະໂກ 16:7
12 Jak'a apnaqawi uñst'ayäwi  

ແຕ່​ຫລັງຈາກ​ທີ່​ເຮົາ​ເປັນຄືນມາຈາກຕາຍ​ແລ້ວ ເຮົາ​ຈະ​ໄປ​ທີ່​ແຂວງ​ຄາລີເລ​ກ່ອນໜ້າ​ພວກເຈົ້າ”.


ແລ້ວ​ພຣະເຢຊູເຈົ້າ​ກ່າວ​ກັບ​ພວກເຂົາ​ວ່າ, “ຢ່າ​ຢ້ານ​ເລີຍ, ຈົ່ງ​ໄປ​ບອກ​ບັນດາ​ພີ່ນ້ອງ​ຂອງ​ເຮົາ​ໃຫ້​ໄປ​ຍັງ​ແຂວງ​ຄາລີເລ, ພວກເຂົາ​ຈະ​ເຫັນ​ເຮົາ​ຢູ່​ທີ່​ນັ້ນ”.


ແລ້ວ​ຈົ່ງ​ຟ້າວ​ໄປ​ບອກ​ພວກສາວົກ​ຂອງ​ພຣະອົງ​ວ່າ, ‘ພຣະອົງ​ເປັນຄືນມາຈາກຕາຍ​ແລ້ວ ແລະ ກຳລັງ​ໄປ​ແຂວງ​ຄາລີເລ​ກ່ອນໜ້າ​ພວກເຈົ້າ. ພວກເຈົ້າ​ຈະ​ເຫັນ​ພຣະອົງ​ໃນ​ທີ່​ນັ້ນ’. ບັດນີ້ ເຮົາ​ໄດ້​ບອກ​ພວກເຈົ້າ​ໄວ້​ແລ້ວ”.


ແຕ່​ຫລັງຈາກ​ທີ່​ເຮົາ​ເປັນຄືນມາຈາກຕາຍ​ແລ້ວ ເຮົາ​ຈະ​ໄປ​ທີ່​ແຂວງ​ຄາລີເລ​ກ່ອນໜ້າ​ພວກເຈົ້າ”.


ແລ້ວ​ທຸກຄົນ​ໄດ້​ປະຖິ້ມ​ພຣະອົງ ແລະ ໜີ​ໄປ.


ພວກເຂົາ​ຢ້ານ​ຈົນ​ໂຕສັ່ນ ແລະ ສັບສົນ ຈຶ່ງ​ພາກັນ​ຟ້າວ​ອອກ​ໜີ​ໄປ​ຈາກ​ອຸບມຸງ. ພວກເຂົາ​ບໍ່​ໄດ້​ເວົ້າ​ອັນ​ໃດ​ກັບ​ຜູ້ໃດ ເພາະ​ວ່າ​ພວກເຂົາ​ຢ້ານ. (ເອກະສານ​ເກົ່າ​ທີ່ສຸດ ແລະ ຫລັກຖານ​ບູຮານ​ອື່ນໆບໍ່​ມີ ຂໍ້ ມຣກ 16:9-20.)


ຕໍ່ມາ ພຣະເຢຊູເຈົ້າ​ປາກົດ​ແກ່​ພວກສາວົກ​ຂອງ​ພຣະອົງ​ອີກ​ທີ່​ທະເລ​ຄາລີເລ. ເຫດການ​ເກີດຂຶ້ນ​ດັ່ງນີ້​ຄື


ແລະ ບັນດາ​ຜູ້​ທີ່​ເຄີຍ​ເດີນທາງ​ກັບ​ພຣະອົງ​ຈາກ​ແຂວງ​ຄາລີເລ​ມາ​ເຢຣູຊາເລັມ​ໄດ້​ເຫັນ​ພຣະອົງ​ເປນ​ເວລາ​ຫລາຍ​ວັນ. ບັດນີ້ ພວກເຂົາ​ໄດ້​ເປັນ​ພະຍານ​ເລື່ອງ​ຂອງ​ພຣະອົງ​ກັບ​ປະຊາຊົນ​ຂອງ​ພວກເຮົາ.


ແລະ ພຣະອົງ​ໄດ້​ປາກົດ​ແກ່​ເກຟາ, ຫລັງຈາກ​ນັ້ນ ພຣະອົງ​ກໍ​ໄດ້​ປາກົດ​ແກ່​ອັກຄະສາວົກ​ທັງ​ສິບສອງ​ຄົນ.


ບັດນີ້​ພວກເຈົ້າ​ຄວນ​ຈະ​ໃຫ້​ອະໄພ ແລະ ເລົ້າໂລມໃຈ​ລາວ ເພື່ອ​ວ່າ​ລາວ​ຈະ​ບໍ່​ໄດ້​ຖືກ​ຄອບງຳ​ໂດຍ​ຄວາມໂສກເສົ້າ​ຫລາຍ​ເກີນ​ໄປ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka