Biblia Todo Logo
Internet tuqin Biblia

- Anuncios ukanaka -




ມາຣະໂກ 16:6 - ພຣະຄຳພີລາວສະບັບສະໄໝໃໝ່

6 ຊາຍໜຸ່ມ​ໄດ້​ກ່າວ​ແກ່​ພວກເຂົາ​ວ່າ, “ຢ່າ​ຕື່ນຕົກໃຈ​ເລີຍ, ພວກເຈົ້າ​ມາ​ຊອກຫາ​ພຣະເຢຊູເຈົ້າ​ຊາວ​ນາຊາເຣັດ ຜູ້​ຖືກ​ຄຶງ​ໄວ້​ທີ່​ໄມ້ກາງແຂນ. ພຣະອົງ​ເປັນຄືນມາ​ແລ້ວ! ພຣະອົງ​ບໍ່​ໄດ້​ຢູ່​ທີ່​ນີ້. ຈົ່ງ​ເບິ່ງ​ບ່ອນ​ທີ່​ພວກເຂົາ​ວາງ​ຮ່າງກາຍ​ຂອງ​ພຣະອົງ​ໄວ້​ແມ.

Uka jalj uñjjattʼäta Copia luraña

ພຣະຄຳພີສັກສິ

6 ຊາຍໜຸ່ມ​ກ່າວ​ແກ່​ພວກ​ນາງ​ວ່າ, “ຢ່າ​ສູ່​ຕົກໃຈ​ເລີຍ ພວກ​ນາງ​ມາ​ຊອກ​ຫາ​ເຢຊູ​ໄທ​ນາຊາເຣັດ ຜູ້​ຖືກ​ຄຶງ​ໄວ້​ທີ່​ໄມ້ກາງແຂນ ພຣະອົງ​ເປັນ​ຄືນ​ມາ​ແລ້ວ ພຣະອົງ​ບໍ່ໄດ້​ຢູ່​ທີ່​ນີ້ ເພາະ​ນີ້​ແຫຼະ ບ່ອນ​ທີ່​ພວກເຂົາ​ວາງ​ພຣະສົບ​ຂອງ​ພຣະອົງ​ໄວ້

Uka jalj uñjjattʼäta Copia luraña




ມາຣະໂກ 16:6
23 Jak'a apnaqawi uñst'ayäwi  

ດ້ວຍວ່າ ໂຢນາ​ຢູ່​ໃນ​ທ້ອງ​ປາ​ໃຫຍ່​ສາມ​ວັນ​ສາມ​ຄືນ​ສັນໃດ, ບຸດມະນຸດ​ກໍ​ຈະ​ຢູ່​ໃນ​ໃຈກາງ​ແຜ່ນດິນ​ໂລກ​ສາມ​ວັນ​ສາມ​ຄືນ​ສັນນັ້ນ.


“ເຢຊູ​ຊາວ​ນາຊາເຣັດ, ທ່ານ​ຕ້ອງການ​ສິ່ງໃດ​ຈາກ​ພວກຂ້ານ້ອຍ? ທ່ານ​ມາ​ເພື່ອ​ທຳລາຍ​ພວກຂ້ານ້ອຍ​ບໍ? ຂ້ານ້ອຍ​ຮູ້​ວ່າ​ທ່ານ​ເປັນ​ຜູ້ໃດ ທ່ານ​ຄື​ອົງ​ບໍລິສຸດ​ຂອງ​ພຣະເຈົ້າ!”


ປະຊາຊົນ​ທຸກຄົນ​ຕ່າງ​ກໍ​ພາກັນ​ປະຫລາດໃຈ ແລະ ຖາມ​ກັນ​ວ່າ, “ນີ້​ແມ່ນ​ຫຍັງ? ເປັນ​ຄຳສັ່ງສອນ​ໃໝ່ ແລະ ທັງ​ຍັງ​ມີ​ສິດອຳນາດ! ທ່ານ​ຜູ້​ນີ້​ສັ່ງ​ວິນຍານສົກກະປົກ ແລະ ພວກມັນ​ກໍ​ຍອມ​ເຊື່ອຟັງ​ເພິ່ນ”.


ພວກເຂົາ​ຈະ​ເຢາະເຢີ້ຍ​ພຣະອົງ ແລະ ຈະ​ຖົ່ມ​ນ້ຳລາຍ​ໃສ່​ພຣະອົງ, ຈະ​ຂ້ຽນຕີ​ພຣະອົງ ແລະ ຈະ​ຂ້າ​ພຣະອົງ. ສາມ​ວັນ​ຕໍ່ມາ​ພຣະອົງ​ຈະ​ເປັນຄືນມາ”.


ພຣະອົງ​ໄດ້​ເອົາ​ເປໂຕ, ຢາໂກໂບ ແລະ ໂຢຮັນ​ໄປ​ກັບ​ພຣະອົງ, ພຣະອົງ​ເລີ່ມ​ໂສກເສົ້າ ແລະ ເປັນທຸກໃຈ​ຫລາຍ.


ໃນທັນໃດ​ນັ້ນ ເມື່ອ​ປະຊາຊົນ​ທັງຫລາຍ​ເຫັນ​ພຣະເຢຊູເຈົ້າ, ພວກເຂົາ​ກໍ​ປະຫລາດໃຈ​ຫລາຍ ແລະ ພາກັນ​ຟ້າວ​ແລ່ນ​ເຂົ້າ​ມາ​ຄຳນັບ​ພຣະອົງ.


ແລ້ວ​ພຣະອົງ​ກໍ​ກ່າວ​ແກ່​ພວກເພິ່ນ​ວ່າ, “ນີ້​ຄື​ສິ່ງ​ທີ່​ຂຽນ​ໄວ້​ຄື ພຣະຄຣິດເຈົ້າ​ຕ້ອງ​ທົນທຸກທໍລະມານ ແລະ ຕ້ອງ​ເປັນຄືນມາຈາກຕາຍ​ໃນ​ວັນ​ທີ​ສາມ,


ແຕ່​ພຣະເຈົ້າ​ໄດ້​ເຮັດ​ໃຫ້​ພຣະອົງ​ເປັນຄືນມາຈາກຕາຍ ໄດ້​ປົດປ່ອຍ​ພຣະອົງ​ອອກ​ຈາກ​ຄວາມເຈັບປວດ, ອອກ​ຈາກ​ອຳນາດ​ແຫ່ງ​ຄວາມຕາຍ, ເພາະ​ຄວາມຕາຍ​ບໍ່​ສາມາດ​ຈະ​ກັກ​ຈ່ອງ​ພຣະອົງ​ໄວ້​ໄດ້.


ກໍ​ຂໍ​ໃຫ້​ພວກທ່ານ ແລະ ປະຊາຊົນ​ອິດສະຣາເອນ​ທັງໝົດ​ໄດ້​ຮູ້​ວ່າ: ສິ່ງ​ນີ້​ເປັນ​ໄປ​ໂດຍ​ນາມ​ຂອງ​ພຣະເຢຊູຄຣິດເຈົ້າ​ຊາວ​ນາຊາເຣັດ ທີ່​ພວກທ່ານ​ທັງຫລາຍ​ໄດ້​ຄຶງ​ໄວ້​ທີ່​ໄມ້ກາງແຂນ ແຕ່​ພຣະເຈົ້າ​ໄດ້​ບັນດານ​ໃຫ້​ພຣະອົງ​ເປັນຄືນມາຈາກຕາຍ​ແລ້ວ, ໂດຍ​ນາມ​ຂອງ​ພຣະອົງ​ນັ້ນ​ເອງ ຊາຍ​ຜູ້​ທີ່​ຢືນ​ຢູ່​ຕໍ່ໜ້າ​ພວກທ່ານ​ນີ້​ຈຶ່ງ​ໄດ້​ຮັບ​ການຮັກສາ​ໃຫ້​ຫາຍດີ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka