Biblia Todo Logo
Internet tuqin Biblia

- Anuncios ukanaka -




ມາຣະໂກ 16:5 - ພຣະຄຳພີລາວສະບັບສະໄໝໃໝ່

5 ເມື່ອ​ພວກເຂົາ​ເຂົ້າ​ໄປ​ໃນ​ອຸບມຸງ​ກໍ​ໄດ້​ເຫັນ​ຊາຍໜຸ່ມ​ຜູ້​ໜຶ່ງ​ນຸ່ງ​ເສື້ອຄຸມ​ຍາວ​ສີຂາວ ນັ່ງ​ຢູ່​ເບື້ອງຂວາ ພວກນາງ​ກໍ​ຕົກໃຈຢ້ານ​ຫລາຍ.

Uka jalj uñjjattʼäta Copia luraña

ພຣະຄຳພີສັກສິ

5 ເມື່ອ​ພວກ​ນາງ​ເຂົ້າ​ໄປ​ໃນ​ອຸບມຸງ​ແລ້ວ ກໍໄດ້​ເຫັນ​ຊາຍ​ໜຸ່ມ​ຜູ້ໜຶ່ງ ນຸ່ງ​ເສື້ອລ່າມ​ສີຂາວ​ນັ່ງ​ຢູ່​ເບື້ອງຂວາ ພວກ​ນາງ​ກໍ​ມີ​ຄວາມ​ສະທ້ານ​ຢ້ານກົວ ຕົກໃຈ​ຫລາຍ.

Uka jalj uñjjattʼäta Copia luraña




ມາຣະໂກ 16:5
14 Jak'a apnaqawi uñst'ayäwi  

ເທວະດາ​ຕົນ​ນີ້​ມີ​ລັກສະນະ​ເໝືອນ​ແສງຟ້າແມບ, ເຄື່ອງນຸ່ງ​ກໍ​ຂາວ​ເໝືອນ​ຫິມະ.


ປະຊາຊົນ​ທຸກຄົນ​ຕ່າງ​ກໍ​ພາກັນ​ປະຫລາດໃຈ ແລະ ຖາມ​ກັນ​ວ່າ, “ນີ້​ແມ່ນ​ຫຍັງ? ເປັນ​ຄຳສັ່ງສອນ​ໃໝ່ ແລະ ທັງ​ຍັງ​ມີ​ສິດອຳນາດ! ທ່ານ​ຜູ້​ນີ້​ສັ່ງ​ວິນຍານສົກກະປົກ ແລະ ພວກມັນ​ກໍ​ຍອມ​ເຊື່ອຟັງ​ເພິ່ນ”.


ພຣະອົງ​ໄດ້​ເອົາ​ເປໂຕ, ຢາໂກໂບ ແລະ ໂຢຮັນ​ໄປ​ກັບ​ພຣະອົງ, ພຣະອົງ​ເລີ່ມ​ໂສກເສົ້າ ແລະ ເປັນທຸກໃຈ​ຫລາຍ.


ແຕ່​ພໍ​ພວກເຂົາ​ແນມເບິ່ງ​ກໍ​ເຫັນ​ວ່າ​ຫີນ​ກ້ອນ​ໃຫຍ່​ນັ້ນ​ຖືກ​ກຶ່ງ​ອອກ​ແລ້ວ.


ໃນທັນໃດ​ນັ້ນ ເມື່ອ​ປະຊາຊົນ​ທັງຫລາຍ​ເຫັນ​ພຣະເຢຊູເຈົ້າ, ພວກເຂົາ​ກໍ​ປະຫລາດໃຈ​ຫລາຍ ແລະ ພາກັນ​ຟ້າວ​ແລ່ນ​ເຂົ້າ​ມາ​ຄຳນັບ​ພຣະອົງ.


ເມື່ອ​ເຊກາຣີຢາ​ເຫັນ​ເທວະດາ​ນັ້ນ​ກໍ​ຕື່ນຕົກໃຈ ແລະ ມີ​ຄວາມ​ຢ້ານກົວ.


ແລ້ວ​ສາວົກ​ຄົນ​ອື່ນ​ທີ່​ມາ​ຮອດ​ອຸບມຸງ​ກ່ອນ​ກໍ​ໄດ້​ເຂົ້າ​ມາ​ທາງ​ໃນ​ນຳ​ກັນ, ເພິ່ນ​ໄດ້​ເຫັນ ແລະ ໄດ້​ເຊື່ອ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka