2 ໃນວັນຕົ້ນສັບປະດາແຕ່ເຊົ້າ ພວກເຂົາກໍໄປເຖິງອຸບມຸງນັ້ນ
2 ໃນວັນອາທິດແຕ່ເຊົ້າພໍຕາເວັນກຳລັງຂຶ້ນ ພວກນາງກໍໄປເຖິງອຸບມຸງນັ້ນ.
ຫລັງຈາກວັນຊະບາໂຕ, ເວລາຮຸ່ງເຊົ້າວັນຕົ້ນສັບປະດາ ມາຣີຊາວມັກດາລາ ແລະ ມາຣີຄົນໜຶ່ງອີກໄດ້ໄປເບິ່ງທີ່ອຸບມຸງ.
ເມື່ອວັນຊະບາໂຕຜ່ານພົ້ນໄປແລ້ວ ມາຣີຊາວມັກດາລາ, ມາຣີແມ່ຂອງຢາໂກໂບ ແລະ ນາງຊາໂລເມກໍຊື້ເຄື່ອງຫອມເພື່ອເອົາໄປຫົດສົງສົບຂອງພຣະເຢຊູເຈົ້າ.
ແລະ ຖາມກັນວ່າ, “ຜູ້ໃດນໍຈະຊ່ວຍກຶ່ງກ້ອນຫີນນັ້ນອອກຈາກປາກອຸບມຸງໃຫ້ພວກເຮົາ?”
ແຕ່ຮຸ່ງເຊົ້າຂອງວັນຕົ້ນສັບປະດາ ພວກແມ່ຍິງໄດ້ນຳເອົາເຄື່ອງຫອມທີ່ຕຽມໄວ້ນັ້ນມາທີ່ອຸບມຸງ.
ຕອນເຊົ້າຂອງວັນຕົ້ນສັບປະດາໃນຂະນະທີ່ຍັງມືດຢູ່, ມາຣີຊາວມັກດາລາໄດ້ມາທີ່ອຸບມຸງຝັງສົບ ແລະ ເຫັນວ່າກ້ອນຫີນຖືກກຶ່ງອອກຈາກປາກອຸບມຸງແລ້ວ.