Biblia Todo Logo
Internet tuqin Biblia

- Anuncios ukanaka -




ມາຣະໂກ 16:10 - ພຣະຄຳພີລາວສະບັບສະໄໝໃໝ່

10 ມາຣີ​ຈຶ່ງ​ໄປ​ບອກ​ບັນດາ​ຜູ້​ທີ່​ເຄີຍ​ຢູ່​ກັບ​ພຣະອົງ, ຜູ້​ທີ່​ກຳລັງ​ໄວ້ທຸກ ແລະ ຮ້ອງໄຫ້​ຢູ່.

Uka jalj uñjjattʼäta Copia luraña

ພຣະຄຳພີສັກສິ

10 ນາງ​ຈຶ່ງ​ໄປ​ບອກ​ພວກ​ທີ່​ເຄີຍ​ຢູ່​ກັບ​ພຣະອົງ ພວກເຂົາ​ກຳລັງ​ໄວ້ທຸກ ແລະ​ຮ້ອງໄຫ້​ຢູ່,

Uka jalj uñjjattʼäta Copia luraña




ມາຣະໂກ 16:10
8 Jak'a apnaqawi uñst'ayäwi  

ເມື່ອ​ຊາຍ​ໜຸ່ມ​ໄດ້​ຍິນ​ເຊັ່ນ​ນັ້ນ, ລາວ​ກໍ​ຈາກ​ໄປ​ດ້ວຍ​ຄວາມທຸກໃຈ​ເພາະ​ລາວ​ເປັນ​ຄົນຮັ່ງມີ​ຫລາຍ.


“ເມື່ອ​ນັ້ນ​ໝາຍສຳຄັນ​ຂອງ​ບຸດມະນຸດ​ຈະ​ປາກົດ​ຂຶ້ນ​ໃນ​ສະຫວັນ ແລະ ປະຊາຊາດ​ທັງປວງ​ແຫ່ງ​ແຜ່ນດິນໂລກ​ຈະ​ຮ້ອງໄຫ້​ຄວນຄາງ​ເມື່ອ​ພວກເຂົາ​ຈະ​ເຫັນ​ບຸດມະນຸດ​ກຳລັງ​ມາ​ເທິງ​ເມກ​ແຫ່ງ​ສະຫວັນ​ດ້ວຍ​ລິດອຳນາດ ແລະ ສະຫງ່າລາສີ​ອັນ​ຍິ່ງໃຫຍ່.


ພຣະເຢຊູເຈົ້າ​ຕອບ​ວ່າ, “ຈະ​ໃຫ້​ແຂກ​ຂອງ​ເຈົ້າບ່າວ​ໂສກເສົ້າ​ໃນ​ຂະນະ​ທີ່​ເຈົ້າບ່າວ​ຢູ່​ນຳ​ໄດ້​ຢ່າງໃດ? ແຕ່​ເວລາ​ນັ້ນ​ຈະ​ມາ​ເຖິງ ຄື​ເມື່ອ​ເຈົ້າບ່າວ​ຈະ​ຖືກ​ນຳ​ໂຕ​ໄປ​ຈາກ​ພວກເຂົາ ແລ້ວ​ພວກເຂົາ​ຈະ​ຖືສິນອົດອາຫານ.


ໃນທັນໃດນັ້ນ ໄກ່​ກໍ​ຂັນ​ເປັນ​ເທື່ອ​ທີ​ສອງ. ເປໂຕ​ຈຶ່ງ​ຈື່​ໄດ້​ເຖິງ​ຄຳ​ທີ່​ພຣະເຢຊູເຈົ້າ​ໄດ້​ກ່າວ​ແກ່​ລາວ​ວ່າ: “ກ່ອນ​ໄກ່​ຂັນ​ສອງ​ເທື່ອ ເຈົ້າ​ຈະ​ປະຕິເສດ​ວ່າ ບໍ່​ຮູ້ຈັກ​ເຮົາ​ເຖິງ​ສາມ​ເທື່ອ”. ແລ້ວ​ເປໂຕ​ຈຶ່ງ​ຮ້ອງໄຫ້​ອອກມາ​ດ້ວຍ​ຄວາມເສຍໃຈ.


ພຣະອົງ​ຖາມ​ພວກເພິ່ນ​ວ່າ, “ຂະນະ​ທີ່​ຍ່າງ​ມາ​ຕາມ​ທາງ​ນັ້ນ​ພວກເຈົ້າ​ໄດ້​ສົນທະນາ​ກັນ​ເຖິງ​ເລື່ອງ​ຫຍັງ?” ແລ້ວ​ພວກເພິ່ນ​ກໍ​ຢຸດ​ຢືນ​ຢູ່, ຕ່າງ​ກໍ​ມີ​ສີ​ໜ້າ​ໂສກເສົ້າ.


ເພາະ​ເຮົາ​ໄດ້​ບອກ​ສິ່ງ​ເຫລົ່ານີ້​ແກ່​ພວກເຈົ້າ​ໄວ້​ແລ້ວ ພວກເຈົ້າ​ຈຶ່ງ​ເຕັມ​ໄປ​ດ້ວຍ​ຄວາມທຸກໂສກ.


ດັ່ງນັ້ນ ນາງ​ມາຣີ​ຊາວ​ມັກດາລາ​ຈຶ່ງ​ໄປ​ບອກ​ຂ່າວ​ນີ້​ແກ່​ພວກສາວົກ​ວ່າ, “ຂ້ານ້ອຍ​ໄດ້​ເຫັນ​ອົງພຣະຜູ້ເປັນເຈົ້າ​ແລ້ວ!” ແລະ ໄດ້​ເລົ່າ​ເຖິງ​ສິ່ງ​ທີ່​ພຣະອົງ​ໄດ້ກ່າວ​ກັບ​ນາງ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka