ໃນຂະນະທີ່ພຣະອົງຢູ່ທີ່ບ້ານເບັດທານີ, ກຳລັງນັ່ງເອນໂຕຢູ່ທີ່ໂຕະອາຫານທີ່ຢູ່ໃນເຮືອນຂອງຊີໂມນຜູ້ທີ່ເປັນພະຍາດຂີ້ທູດ, ມີຍິງຄົນໜຶ່ງເຂົ້າມາພ້ອມດ້ວຍເຕົ້າຫີນຂາວ ເຊິ່ງບັນຈຸນ້ຳຫອມທີ່ມີລາຄາແພງ, ນ້ຳຫອມນັ້ນເຮັດຈາກເຄື່ອງຫອມບໍລິສຸດ. ນາງໄດ້ຫັກຄໍເຕົ້ານັ້ນ ແລະ ຖອກນ້ຳຫອມຫົດສົງຫົວພຣະອົງ.