Biblia Todo Logo
Internet tuqin Biblia

- Anuncios ukanaka -




ມາຣະໂກ 15:6 - ພຣະຄຳພີລາວສະບັບສະໄໝໃໝ່

6 ບັດນີ້ ເປັນ​ທຳນຽມ​ໃນ​ເທດສະການ​ທີ່​ຈະ​ປ່ອຍ​ນັກໂທດ​ໜຶ່ງ​ຄົນ​ຕາມ​ທີ່​ປະຊາຊົນ​ຂໍຮ້ອງ.

Uka jalj uñjjattʼäta Copia luraña

ພຣະຄຳພີສັກສິ

6 ໃນ​ເທດສະການ​ປັດສະຄາ​ທຸກ​ປີ, ປີລາດ​ເຄີຍ​ປ່ອຍ​ນັກໂທດ​ຄົນ​ໜຶ່ງ​ໃຫ້​ເປັນ​ອິດສະຫລະ ຕາມ​ທີ່​ປະຊາຊົນ​ຂໍຮ້ອງ.

Uka jalj uñjjattʼäta Copia luraña




ມາຣະໂກ 15:6
10 Jak'a apnaqawi uñst'ayäwi  

“ພວກເຈົ້າ​ກໍ​ຮູ້​ຢູ່​ແລ້ວ​ວ່າ​ຍັງ​ອີກ​ສອງ​ວັນ​ກໍ​ຈະ​ເຖິງ​ເທດສະການ​ປັດສະຄາ ແລະ ບຸດມະນຸດ​ຈະ​ຖືກ​ມອບ​ໃຫ້​ພວກເຂົາ​ຄຶງ​ໄວ້​ທີ່​ໄມ້ກາງແຂນ”.


ພວກເຂົາ​ເວົ້າ​ວ່າ, “ແຕ່​ພວກເຮົາ​ບໍ່​ຕ້ອງ​ເຮັດ​ໃນ​ລະຫວ່າງ​ເທດສະການ ເພາະ​ອາດ​ຈະ​ເກີດ​ຄວາມວຸ້ນວາຍ​ຂຶ້ນ​ໃນ​ທ່າມກາງ​ປະຊາຊົນ”.


ມີ​ຊາຍ​ຄົນ​ໜຶ່ງ​ຊື່​ວ່າ​ບາຣາບາ ຖືກ​ຂັງຄຸກ​ຮ່ວມ​ກັບ​ພວກກະບົດ​ທີ່​ໄດ້​ຂ້າ​ຄົນ​ໃນ​ການກະບົດ​ນັ້ນ.


ແຕ່​ເປໂຕ​ຕ້ອງ​ລໍຖ້າ​ຢູ່​ທາງນອກ​ປະຕູ. ສາວົກ​ຄົນ​ອື່ນ​ຜູ້​ທີ່​ຮູ້ຈັກ​ກັບ​ມະຫາ​ປະໂລຫິດ​ໄດ້​ກັບ​ອອກມາ​ເວົ້າ​ກັບ​ຍິງ​ທີ່​ເຮັດ​ໜ້າທີ່​ຢູ່​ທີ່​ນັ້ນ ແລະ ພາ​ເປໂຕ​ເຂົ້າໄປ​ທາງ​ໃນ.


ໃນທີ່ສຸດ​ປີລາດ​ກໍ​ມອບ​ພຣະເຢຊູເຈົ້າ​ໃຫ້​ພວກເຂົາ​ເພື່ອ​ນໍາ​ໄປ​ຄຶງ​ໄວ້​ທີ່​ໄມ້ກາງແຂນ. ດັ່ງນັ້ນ ພວກທະຫານ​ຈຶ່ງ​ຄຸມໂຕ​ພຣະເຢຊູເຈົ້າ​ອອກ​ໄປ.


ເມື່ອ​ສອງ​ປີ​ຜ່ານ​ໄປ, ໂປກີໂອເຟຊະໂຕ​ມາ​ຮັບ​ຕຳແໜ່ງ​ແທນ​ເຟລິກ, ແຕ່​ເຟລິກ​ຢາກ​ເອົາ​ໃຈ​ພວກ​ຢິວ​ຈຶ່ງ​ປະ​ໂປໂລ​ໄວ້​ໃນ​ຄຸກ.


ເຟຊະໂຕ​ຢາກ​ເອົາ​ໃຈ​ພວກ​ຢິວ​ຈຶ່ງ​ກ່າວ​ກັບ​ໂປໂລ​ວ່າ, “ເຈົ້າ​ເຕັມໃຈ​ຈະ​ຂຶ້ນ​ໄປ​ເຢຣູຊາເລັມ​ເພື່ອ​ສູ້​ຄະດີ​ຕາມ​ຂໍ້​ກ່າວຫາ​ເຫລົ່ານີ້​ຕໍ່ໜ້າ​ເຮົາ​ຢູ່​ທີ່​ນັ້ນ​ບໍ?”


Jiwasaru arktasipxañani:

Anuncios ukanaka


Anuncios ukanaka