ມາຣະໂກ 14:3 - ພຣະຄຳພີລາວສະບັບສະໄໝໃໝ່3 ໃນຂະນະທີ່ພຣະອົງຢູ່ທີ່ບ້ານເບັດທານີ, ກຳລັງນັ່ງເອນໂຕຢູ່ທີ່ໂຕະອາຫານທີ່ຢູ່ໃນເຮືອນຂອງຊີໂມນຜູ້ທີ່ເປັນພະຍາດຂີ້ທູດ, ມີຍິງຄົນໜຶ່ງເຂົ້າມາພ້ອມດ້ວຍເຕົ້າຫີນຂາວ ເຊິ່ງບັນຈຸນ້ຳຫອມທີ່ມີລາຄາແພງ, ນ້ຳຫອມນັ້ນເຮັດຈາກເຄື່ອງຫອມບໍລິສຸດ. ນາງໄດ້ຫັກຄໍເຕົ້ານັ້ນ ແລະ ຖອກນ້ຳຫອມຫົດສົງຫົວພຣະອົງ. Uka jalj uñjjattʼätaພຣະຄຳພີສັກສິ3 ໃນເວລາດຽວກັນນັ້ນ ພຣະເຢຊູເຈົ້າໄດ້ໄປທີ່ເຮືອນຂອງຊີໂມນ, ຊາຍທີ່ເປັນໂຣກຂີ້ທູດໃນບ້ານເບັດທານີ, ຂະນະທີ່ພຣະເຢຊູເຈົ້າຮັບປະທານຢູ່ນັ້ນ ກໍມີຍິງຜູ້ໜຶ່ງຖືເຕົ້າຫີນຂາວ ຊຶ່ງບັນຈຸນໍ້າມັນຫອມຊະນິດໜຶ່ງ ລາຄາແພງຫລາຍເຂົ້າມາຫາພຣະອົງ ແລ້ວຫັກຄໍເຕົ້ານັ້ນ ແລະຖອກນໍ້າມັນຫອມຫົດສົງຫົວພຣະອົງ. Uka jalj uñjjattʼäta |