Biblia Todo Logo
Internet tuqin Biblia

- Anuncios ukanaka -




ມາຣະໂກ 14:1 - ພຣະຄຳພີລາວສະບັບສະໄໝໃໝ່

1 ບັດນີ້ ຍັງ​ອີກ​ສອງ​ວັນ​ກໍ​ຈະ​ເຖິງ​ເທດສະການ​ປັດສະຄາ ແລະ ເທດສະການ​ເຂົ້າຈີ່​ບໍ່​ມີ​ເຊື້ອແປ້ງ, ພວກຫົວໜ້າ​ປະໂລຫິດ ແລະ ພວກ​ຄູສອນກົດບັນຍັດ​ຕ່າງ​ກໍ​ກຳລັງ​ຊອກຫາ​ກົນອຸບາຍ​ທີ່​ຈະ​ຈັບ​ພຣະເຢຊູເຈົ້າ ແລະ ຂ້າ​ພຣະອົງ.

Uka jalj uñjjattʼäta Copia luraña

ພຣະຄຳພີສັກສິ

1 ຍັງ​ອີກ​ສອງ​ວັນ ກໍ​ຈະ​ເຖິງ​ເທດສະການ​ປັດສະຄາ ແລະ​ເທດສະການ​ກິນ​ເຂົ້າຈີ່​ບໍ່ມີ​ເຊື້ອແປ້ງ ພວກ​ຫົວໜ້າ​ປະໂຣຫິດ​ແລະ​ພວກ​ທຳມະຈານ ຕ່າງ​ກໍ​ຄິດ​ຫາ​ອຸບາຍ​ຈັບ​ພຣະເຢຊູເຈົ້າ ເພື່ອ​ຈະ​ສັງຫານ​ພຣະອົງ.

Uka jalj uñjjattʼäta Copia luraña




ມາຣະໂກ 14:1
23 Jak'a apnaqawi uñst'ayäwi  

ແຕ່​ພວກ​ຟາຣີຊາຍ​ຈຶ່ງ​ໄດ້​ອອກ​ໄປ ແລະ ວາງແຜນ​ວ່າ​ພວກເຂົາ​ຈະ​ຂ້າ​ພຣະເຢຊູເຈົ້າ​ໄດ້​ຢ່າງໃດ.


“ດັ່ງນັ້ນ, ເມື່ອ​ພວກເຈົ້າ​ຊ່ວຍເຫລືອ​ຄົນ​ຂັດສົນ, ຢ່າ​ເປົ່າ​ແກ​ໄປ​ກ່ອນ​ໜ້າ​ເໝືອນດັ່ງ​ຄົນໜ້າຊື່ໃຈຄົດ​ເຮັດ​ໃນ​ທຳມະສາລາ ແລະ ຕາມ​ຖະໜົນ​ຫົນທາງ​ເພື່ອ​ໃຫ້​ຄົນ​ອື່ນ​ຍົກຍ້ອງ. ເຮົາ​ບອກ​ພວກເຈົ້າ​ຕາມ​ຄວາມຈິງ​ວ່າ, ພວກເຂົາ​ໄດ້​ຮັບ​ບຳເໜັດ​ຂອງ​ຕົນ​ຢ່າງ​ເຕັມທີ່​ແລ້ວ.


ໃນ​ວັນ​ທີ​ໜຶ່ງ​ຂອງ​ເທດສະການ​ເຂົ້າຈີ່​ບໍ່ມີເຊື້ອແປ້ງ, ເຊິ່ງ​ຕາມ​ທຳນຽມ​ຈະ​ຖວາຍ​ລູກແກະ​ປັດສະຄາ, ບັນດາ​ສາວົກ​ຂອງ​ພຣະເຢຊູເຈົ້າ​ໄດ້​ຖາມ​ພຣະອົງ​ວ່າ, “ທ່ານ​ຢາກ​ໃຫ້​ພວກຂ້ານ້ອຍ​ໄປ​ຈັດຕຽມ​ອາຫານ​ປັດສະຄາ​ໃຫ້​ທ່ານ​ຮັບປະທານ​ຢູ່​ທີ່​ໃດ?”


ຄື​ພວກເຂົາ​ເວົ້າ​ວ່າ, “ແຕ່​ຢ່າ​ເຮັດ​ໃນ​ລະຫວ່າງ​ເທດສະການ ບໍ່​ດັ່ງນັ້ນ​ປະຊາຊົນ​ອາດ​ຈະ​ກໍ່​ຄວາມວຸ້ນວາຍ”.


ແລ້ວ​ພວກຫົວໜ້າ​ປະໂລຫິດ ແລະ ພວກ​ຟາຣີຊາຍ​ຈຶ່ງ​ໄດ້​ເອີ້ນ​ປະຊຸມ​ສະພາ​ແຊນເຮດຣິນ. ພວກເຂົາ​ຖາມ​ກັນ​ວ່າ, “ພວກເຮົາ​ເຮັດ​ຫຍັງ​ໄດ້​ແດ່? ຊາຍ​ຄົນ​ນີ້​ກຳລັງ​ສະແດງ​ໝາຍສຳຄັນ​ຫລາຍ​ຢ່າງ.


ເມື່ອ​ໃກ້​ຈະ​ເຖິງ​ເທດສະການ​ປັດສະຄາ​ແລ້ວ, ພຣະເຢຊູເຈົ້າ​ຮູ້​ວ່າ​ເຖິງ​ເວລາ​ແລ້ວ​ທີ່​ພຣະອົງ​ຈະ​ຈາກ​ໂລກ​ນີ້​ໄປ​ຫາ​ພຣະບິດາເຈົ້າ. ພຣະອົງ​ຮັກ​ຄົນ​ຂອງ​ພຣະອົງ​ຜູ້​ທີ່​ຢູ່​ໃນ​ໂລກ​ນີ້, ພຣະອົງ​ໄດ້​ຮັກ​ພວກເຂົາ​ຈົນ​ເຖິງ​ທີ່ສຸດ.


ຫລັງຈາກ​ຈັບ​ເປໂຕ​ແລ້ວ, ເພິ່ນ​ກໍ​ຂັງ​ເປໂຕ​ໄວ້​ໃນ​ຄຸກ ໂດຍ​ມີ​ທະຫານ​ສີ່​ໝູ່ ໝູ່​ລະ​ສີ່​ຄົນ​ເປັນ​ຜູ້​ເຝົ້າ​ຍາມ. ເຮໂຣດ​ຕັ້ງໃຈ​ຈະ​ນຳ​ເປໂຕ​ອອກ​ມາ​ສືບສວນ​ໃນ​ທີ່​ສາທາລະນະ ຫລັງຈາກ​ເທດສະການ​ປັດສະຄາ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka