Biblia Todo Logo
Internet tuqin Biblia

- Anuncios ukanaka -




ມາຣະໂກ 13:8 - ພຣະຄຳພີລາວສະບັບສະໄໝໃໝ່

8 ປະເທດ​ຕໍ່​ປະເທດ ແລະ ອານາຈັກ​ຕໍ່​ອານາຈັກ​ຈະ​ສູ້ຮົບ​ກັນ. ຈະ​ເກີດ​ແຜ່ນດິນໄຫວ​ໃນ​ບ່ອນ​ຕ່າງໆ ແລະ ຈະ​ເກີດ​ການອຶດຢາກ​ອາຫານ. ເຫດການ​ເຫລົ່ານີ້​ແມ່ນ​ຂັ້ນ​ເລີ່ມຕົ້ນ​ຂອງ​ຄວາມເຈັບປວດ​ໃນ​ການເກີດລູກ.

Uka jalj uñjjattʼäta Copia luraña

ພຣະຄຳພີສັກສິ

8 ດ້ວຍວ່າ, ປະເທດ​ຕໍ່​ປະເທດ ອານາຈັກ​ຕໍ່​ອານາຈັກ​ຈະ​ສູ້ຮົບ​ກັນ, ທັງ​ຈະ​ເກີດ​ແຜ່ນດິນ​ໄຫວ​ໃນ​ບ່ອນ​ຕ່າງໆ ແລະ​ຈະ​ເກີດ​ການ​ອຶດຢາກ, ເຫດການ​ເຫຼົ່ານີ້ ຈະ​ເປັນ​ເໝືອນ​ຂັ້ນ​ຕົ້ນ​ຂອງ​ຄວາມ​ເຈັບປວດ​ໃນ​ການ​ເກີດ​ລູກ.

Uka jalj uñjjattʼäta Copia luraña




ມາຣະໂກ 13:8
21 Jak'a apnaqawi uñst'ayäwi  

ເຫດການ​ທັງໝົດ​ເຫລົ່ານີ້​ແມ່ນ​ຂັ້ນ​ເລີ່ມຕົ້ນ​ຂອງ​ຄວາມເຈັບປວດ​ໃນ​ການເກີດລູກ.


ເມື່ອ​ພວກເຈົ້າ​ໄດ້​ຍິນ​ເຖິງ​ເລື່ອງ​ສົງຄາມ ແລະ ຂ່າວລື​ເລື່ອງ​ການເຮັດສົງຄາມ ຢ່າ​ຕື່ນຕົກໃຈ. ເຫດການ​ເຫລົ່ານີ້​ຈະ​ຕ້ອງ​ເກີດຂຶ້ນ ແຕ່​ວ່າ​ເວລາ​ສຸດທ້າຍ​ຈະ​ຍັງ​ບໍ່​ມາ​ເຖິງ.


“ພວກເຈົ້າ​ຈົ່ງ​ລະວັງ​ໂຕ​ໃຫ້​ດີ. ພວກເຈົ້າ​ຈະ​ຖືກ​ມອບ​ໃຫ້​ສະພາ​ທ້ອງຖິ່ນ ແລະ ຈະ​ຖືກ​ຂ້ຽນຕີ​ໃນ​ທຳມະສາລາ. ພວກເຈົ້າ​ຈະ​ຢືນ​ຢູ່​ຕໍ່ໜ້າ​ບັນດາ​ຜູ້ປົກຄອງ ແລະ ກະສັດ​ທັງຫລາຍ​ເພື່ອ​ເປັນ​ພະຍານ​ແກ່​ພວກເຂົາ​ເພື່ອ​ເຮົາ.


ຄົນ​ໜຶ່ງ​ໃນ​ພວກເຂົາ​ທີ່​ຊື່​ອາຄະໂບ, ໄດ້​ຢືນ​ຂຶ້ນ ແລະ ໄດ້​ທຳນວາຍ​ຜ່ານທາງ​ພຣະວິນຍານ​ວ່າ​ຈະ​ເກີດ​ມີ​ການ​ອຶດຢາກ​ອາຫານ​ຢ່າງ​ຮ້າຍແຮງ​ຂຶ້ນ​ທົ່ວ​ຈັກກະພົບ​ໂຣມ. (ເຫດການ​ຄັ້ງ​ນີ້​ເກີດ​ຂຶ້ນ​ໃນ​ສະໄໝ​ຂອງ​ກະລາວດີໂອ.)


ໃນ​ຂະນະ​ທີ່​ຄົນ​ທັງຫລາຍ​ກຳລັງ​ເວົ້າ​ກັນ​ວ່າ, “ສະຫງົບສຸກ ແລະ ປອດໄພ” ເມື່ອ​ນັ້ນ​ຄວາມພິນາດ​ກໍ​ຈະ​ມາ​ເຖິງ​ພວກເຂົາ​ໃນ​ທັນທີ, ເໝືອນດັ່ງ​ການ​ເຈັບ​ທ້ອງ​ເກີດລູກ​ຂອງ​ແມ່ຍິງ​ຖືພາ ແລະ ພວກເຂົາ​ກໍ​ຈະ​ໜີ​ບໍ່​ພົ້ນ.


ແລ້ວ​ມ້າ​ອີກ​ໂຕ​ໜຶ່ງ​ກໍ​ອອກ​ມາ​ເປັນ​ສີແດງເຂັ້ມ. ຜູ້ຂີ່ມ້າ​ນີ້​ໄດ້​ຮັບ​ລິດອຳນາດ​ທີ່​ຈະ​ນຳ​ສັນຕິສຸກ​ອອກຈາກ​ແຜ່ນດິນໂລກ ແລະ ເຮັດໃຫ້​ມະນຸດ​ຂ້າ​ກັນ. ເພິ່ນ​ໄດ້​ຮັບ​ດາບ​ໃຫຍ່​ດວງ​ໜຶ່ງ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka