Biblia Todo Logo
Internet tuqin Biblia

- Anuncios ukanaka -




ມາຣະໂກ 13:3 - ພຣະຄຳພີລາວສະບັບສະໄໝໃໝ່

3 ຂະນະ​ທີ່​ພຣະເຢຊູເຈົ້າ​ນັ່ງ​ຢູ່​ເທິງ​ພູເຂົາ​ໝາກກອກ ກົງກັນຂ້າມ​ກັບ​ວິຫານ, ເປໂຕ, ຢາໂກໂບ, ໂຢຮັນ ແລະ ອັນເດອາ​ໄດ້​ມາ​ຖາມ​ພຣະອົງ​ເປັນ​ການ​ສ່ວນ​ໂຕ​ວ່າ,

Uka jalj uñjjattʼäta Copia luraña

ພຣະຄຳພີສັກສິ

3 ຕໍ່ມາ ເມື່ອ​ພຣະເຢຊູເຈົ້າ​ນັ່ງ​ຢູ່​ເທິງ​ພູເຂົາ​ໝາກກອກເທດ ກົງ​ກັບ​ດ້ານ​ໜ້າ​ຂອງ​ພຣະວິຫານ​ນັ້ນ ເປໂຕ, ຢາໂກໂບ, ໂຢຮັນ ແລະ ອັນເດອາ​ໄດ້​ມາ​ຫາ​ພຣະອົງ​ເປັນ​ການ​ສ່ວນ​ຕົວ.

Uka jalj uñjjattʼäta Copia luraña




ມາຣະໂກ 13:3
13 Jak'a apnaqawi uñst'ayäwi  

ບັນດາ​ສາວົກ​ຈຶ່ງ​ມາ​ຫາ​ພຣະອົງ ແລະ ຖາມ​ວ່າ, “ເປັນ​ຫຍັງ​ທ່ານ​ຈຶ່ງ​ໃຊ້​ຄຳອຸປະມາ​ເມື່ອ​ທ່ານ​ກ່າວ​ກັບ​ປະຊາຊົນ?”


ຫລັງຈາກນັ້ນ ພຣະເຢຊູເຈົ້າ​ອອກໄປ​ຈາກ​ປະຊາຊົນ ແລະ ເຂົ້າໄປ​ໃນ​ເຮືອນ. ບັນດາ​ສາວົກ​ຂອງ​ພຣະອົງ​ກໍ​ມາ​ຫາ​ພຣະອົງ ແລະ ກ່າວ​ວ່າ, “ຂໍ​ທ່ານ​ຊ່ວຍ​ອະທິບາຍ​ຄຳອຸປະມາ​ເລື່ອງ​ເຂົ້ານົກ​ແກ່​ພວກ​ຂ້ານ້ອຍ​ແດ່”.


ຫົກ​ວັນ​ຕໍ່ມາ ພຣະເຢຊູເຈົ້າ​ໄດ້​ພາ​ເປໂຕ ຢາໂກໂບ ແລະ ໂຢຮັນ ຜູ້​ເປັນ​ນ້ອງຊາຍ​ຂອງ​ຢາໂກໂບ​ຂຶ້ນ​ໄປ​ເທິງ​ພູ​ສູງ​ຢູ່​ຕ່າງຫາກ.


ເມື່ອ​ພຣະເຢຊູເຈົ້າ ແລະ ພວກສາວົກ​ເຂົ້າ​ມາ​ໃກ້​ນະຄອນ​ເຢຣູຊາເລັມ​ແລ້ວ ກໍ​ມາ​ຮອດ​ບ້ານ​ເບັດຟາເຄ​ທີ່​ພູເຂົາ​ໝາກກອກ, ພຣະເຢຊູເຈົ້າ​ໄດ້​ໃຊ້​ສາວົກ​ສອງ​ຄົນ​ລ່ວງໜ້າ​ໄປ​ກ່ອນ


ຂະນະ​ທີ່​ພຣະເຢຊູເຈົ້າ​ນັ່ງ​ຢູ່​ເທິງ​ພູເຂົາ​ໝາກກອກ​ນັ້ນ, ພວກສາວົກ​ໄດ້​ມາ​ຫາ​ພຣະອົງ​ເປັນ​ການ​ສ່ວນໂຕ. ແລະ ພວກເພິ່ນ​ຖາມ​ວ່າ, “ຂໍ​ບອກ​ພວກຂ້ານ້ອຍ​ວ່າ​ເຫດການ​ນີ້​ຈະ​ເກີດຂຶ້ນ​ເມື່ອ​ໃດ ແລະ ສິ່ງ​ໃດ​ເປັນ​ໝາຍສຳຄັນ​ເຖິງ​ການ​ມາ​ຂອງ​ພຣະອົງ ແລະ ເປັນ​ໝາຍສຳຄັນ​ວ່າ​ແມ່ນ​ຍຸກສຸດທ້າຍ?”


ແລ້ວ​ຢາໂກໂບ ແລະ ໂຢຮັນ​ລູກຊາຍ​ຂອງ​ເຊເບດາຍ​ໄດ້​ມາ​ຫາ​ພຣະເຢຊູເຈົ້າ ແລະ ເວົ້າ​ວ່າ, “ອາຈານ​ເອີຍ, ພວກຂ້ານ້ອຍ​ຢາກ​ໃຫ້​ທ່ານ​ເຮັດ​ຕາມ​ຄຳຂໍ​ຂອງ​ພວກຂ້ານ້ອຍ”.


“ຂໍ​ບອກ​ພວກຂ້ານ້ອຍ​ແດ່​ວ່າ​ເຫດການ​ນີ້​ຈະ​ເກີດຂຶ້ນ​ເມື່ອ​ໃດ? ແລະ ສິ່ງ​ໃດ​ຈະ​ເປັນ​ໝາຍສຳຄັນ​ວ່າ​ເຫດການ​ທັງໝົດ​ເຫລົ່ານີ້​ກຳລັງ​ຈະ​ສຳເລັດ?”


ພຣະອົງ​ໄດ້​ເອົາ​ເປໂຕ, ຢາໂກໂບ ແລະ ໂຢຮັນ​ໄປ​ກັບ​ພຣະອົງ, ພຣະອົງ​ເລີ່ມ​ໂສກເສົ້າ ແລະ ເປັນທຸກໃຈ​ຫລາຍ.


ພຣະອົງ​ກ່າວ​ກັບ​ພວກເຂົາ​ທຸກຄົນ​ເປັນ​ຄຳອຸປະມາ. ແຕ່​ເມື່ອ​ພຣະອົງ​ຢູ່​ຕາມ​ລຳພັງ​ກັບ​ພວກສາວົກ​ຂອງ​ພຣະອົງ​ແລ້ວ ພຣະອົງ​ກໍ​ອະທິບາຍ​ທຸກໆ​ສິ່ງ.


ພຣະອົງ​ບໍ່​ອະນຸຍາດ​ໃຫ້​ຜູ້ໃດ​ຕິດຕາມ​ພຣະອົງ​ໄປ​ຍົກເວັ້ນ​ເປໂຕ, ຢາໂກໂບ ແລະ ໂຢຮັນ​ນ້ອງຊາຍ​ຂອງ​ຢາໂກໂບ.


ຫົກ​ວັນ​ຕໍ່ມາ ພຣະເຢຊູເຈົ້າ​ໄດ້​ພາ​ເປໂຕ, ຢາໂກໂບ ແລະ ໂຢຮັນ​ຂຶ້ນ​ໄປ​ເທິງ​ພູ​ສູງ​ຢູ່​ຕ່າງຫາກ. ຢູ່​ທີ່​ນັ້ນ ຮ່າງກາຍ​ຂອງ​ພຣະອົງ​ກໍ​ປ່ຽນແປງ​ໄປ​ຕໍ່ໜ້າ​ພວກເພິ່ນ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka