Biblia Todo Logo
Internet tuqin Biblia

- Anuncios ukanaka -




ມາຣະໂກ 13:11 - ພຣະຄຳພີລາວສະບັບສະໄໝໃໝ່

11 ເມື່ອ​ໃດ​ກໍ​ຕາມ​ທີ່​ເຈົ້າ​ຖືກ​ຈັບ ແລະ ຖືກ​ສົ່ງ​ໄປ​ຂຶ້ນ​ສານ, ພວກເຈົ້າ​ຢ່າ​ກັງວົນ​ໄປ​ກ່ອນ​ລ່ວງໜ້າ​ວ່າ​ຈະ​ເວົ້າ​ຢ່າງໃດ. ຈົ່ງ​ເວົ້າ​ໄປ​ຕາມ​ຖ້ອຍຄຳ​ທີ່​ໃຫ້​ແກ່​ພວກເຈົ້າ​ໃນ​ເວລາ​ນັ້ນ, ເພາະ​ບໍ່ແມ່ນ​ພວກເຈົ້າ​ທີ່​ເປັນ​ຜູ້​ເວົ້າ ແຕ່​ແມ່ນ​ພຣະວິນຍານບໍລິສຸດເຈົ້າ.

Uka jalj uñjjattʼäta Copia luraña

ພຣະຄຳພີສັກສິ

11 ແຕ່​ເມື່ອ​ເຂົາ​ມອບ​ເຈົ້າ​ໄວ້​ນັ້ນ ພວກເຈົ້າ​ຢ່າ​ເປັນທຸກ​ຮ້ອນໃຈ​ກ່ອນ​ວ່າ ຈະ​ເວົ້າ​ຢ່າງ​ໃດ, ແຕ່​ຈົ່ງ​ເວົ້າ​ຕາມ​ຖ້ອຍຄຳ​ທີ່​ພຣະເຈົ້າ​ໂຜດ​ໃຫ້​ເຈົ້າ​ເວົ້າ ເພາະວ່າ​ບໍ່ແມ່ນ​ເຈົ້າ​ເອງ​ເປັນ​ຜູ້​ເວົ້າ ແຕ່​ແມ່ນ​ພຣະວິນຍານ​ບໍຣິສຸດເຈົ້າ ທີ່​ເປັນ​ຜູ້​ນຳພາ​ໃຫ້​ເວົ້າ.

Uka jalj uñjjattʼäta Copia luraña




ມາຣະໂກ 13:11
25 Jak'a apnaqawi uñst'ayäwi  

“ຈົ່ງ​ລະວັງ​ໂຕ​ໃຫ້​ດີ ພວກເຈົ້າ​ຈະ​ຖືກ​ມອບ​ໃຫ້​ສະພາ​ທ້ອງຖິ່ນ ແລະ ຈະ​ຖືກ​ຂ້ຽນຕີ​ໃນ​ທຳມະສາລາ.


“ອ້າຍ​ເອື້ອຍ​ນ້ອງ​ຈະ​ທໍລະຍົດ​ກັນ​ໃຫ້​ເຖິງ​ຕາຍ ແລະ ພໍ່​ຈະ​ທໍລະຍົດ​ລູກ. ລູກ​ຈະ​ລຸກຂຶ້ນ​ຕໍ່ສູ້​ພໍ່​ແມ່​ຂອງ​ຕົນ​ຈົນ​ເຖິງ​ແກ່​ຄວາມຕາຍ.


“ພວກເຈົ້າ​ຈົ່ງ​ລະວັງ​ໂຕ​ໃຫ້​ດີ. ພວກເຈົ້າ​ຈະ​ຖືກ​ມອບ​ໃຫ້​ສະພາ​ທ້ອງຖິ່ນ ແລະ ຈະ​ຖືກ​ຂ້ຽນຕີ​ໃນ​ທຳມະສາລາ. ພວກເຈົ້າ​ຈະ​ຢືນ​ຢູ່​ຕໍ່ໜ້າ​ບັນດາ​ຜູ້ປົກຄອງ ແລະ ກະສັດ​ທັງຫລາຍ​ເພື່ອ​ເປັນ​ພະຍານ​ແກ່​ພວກເຂົາ​ເພື່ອ​ເຮົາ.


“ແຕ່​ກ່ອນ​ເຫດການ​ທັງປວງ​ເຫລົ່ານີ້​ຈະ​ເກີດຂຶ້ນ ພວກເຂົາ​ຈະ​ຈັບກຸມ​ພວກເຈົ້າ ແລະ ຂົ່ມເຫັງ​ພວກເຈົ້າ. ພວກເຂົາ​ຈະ​ມອບ​ພວກເຈົ້າ​ໄວ້​ໃນ​ທຳມະສາລາ ແລະ ຂັງ​ພວກເຈົ້າ​ໄວ້​ໃນ​ຄຸກ. ພວກເຈົ້າ​ຈະ​ຖືກ​ຄຸມໂຕ​ໄປ​ພົບ​ບັນດາ​ກະສັດ ແລະ ບັນດາ​ຜູ້ປົກຄອງ ແລະ ທັງໝົດ​ນີ້​ເປັນ​ເພາະ​ເຫັນ​ແກ່​ນາມ​ຂອງ​ເຮົາ.


ໂຢຮັນ​ຕອບ​ວ່າ, “ມະນຸດ​ສາມາດ​ຮັບ​ພຽງແຕ່​ສິ່ງ​ທີ່​ມອບ​ໃຫ້​ພວກເຂົາ​ຈາກ​ສະຫວັນ​ເທົ່ານັ້ນ.


ພວກເພິ່ນ​ທຸກຄົນ​ຈຶ່ງ​ເຕັມ​ໄປ​ດ້ວຍ​ພຣະວິນຍານບໍລິສຸດເຈົ້າ ແລະ ເລີ່ມ​ເວົ້າ​ພາສາ​ແປກໆ ຕາມ​ທີ່​ພຣະວິນຍານບໍລິສຸດເຈົ້າ​ໃຫ້​ພວກເພິ່ນ​ເວົ້າ​ໄດ້.


ພຣະເຈົ້າ​ຂອງ​ອັບຣາຮາມ, ອີຊາກ ແລະ ຢາໂຄບ, ພຣະເຈົ້າ​ຂອງ​ບັນພະບຸລຸດ​ຂອງ​ພວກເຮົາ​ມອບ​ສະຫງ່າລາສີ​ໃຫ້​ແກ່​ພຣະເຢຊູເຈົ້າ​ຜູ້ຮັບໃຊ້​ຂອງ​ພຣະອົງ ເຊິ່ງ​ທ່ານ​ທັງຫລາຍ​ໄດ້​ມອບ​ພຣະອົງ​ໃຫ້​ໄປ​ຖືກ​ຂ້າ ແລະ ໄດ້​ປະຕິເສດ​ພຣະອົງ​ຕໍ່ໜ້າ​ປີລາດ, ເຖິງ​ແມ່ນ​ວ່າ​ປີລາດ​ຕັ້ງໃຈ​ໄວ້​ແລ້ວ​ຈະ​ປ່ອຍ​ພຣະອົງ​ໄປ.


ຫລັງ​ຈາກ​ພວກເຂົາ​ໄດ້​ອະທິຖານ​ຈົບ​ແລ້ວ, ບ່ອນ​ທີ່​ພວກເຂົາ​ເຕົ້າໂຮມກັນ​ຢູ່​ນັ້ນ​ກໍ​ສັ່ນສະເທືອນ. ແລະ ພວກເຂົາ​ທັງໝົດ​ກໍ​ເຕັມ​ດ້ວຍ​ພຣະວິນຍານບໍລິສຸດເຈົ້າ ແລະ ກ່າວ​ພຣະຄຳ​ຂອງ​ພຣະເຈົ້າ​ຢ່າງ​ກ້າຫານ.


ແຕ່​ພວກເຂົາ​ບໍ່​ສາມາດ​ລຸກຂຶ້ນ​ຕໍ່ສູ້​ສະຕິປັນຍາ​ທີ່​ພຣະວິນຍານບໍລິສຸດເຈົ້າ​ມອບ​ໃຫ້​ເພິ່ນ​ໃນ​ຂະນະ​ທີ່​ເພິ່ນ​ກ່າວ.


ບັນດາ​ຄົນ​ທັງໝົດ​ທີ່​ນັ່ງ​ຢູ່​ໃນ​ສະພາ​ແຊນເຮດຣິນ​ໄດ້​ຈ້ອງ​ເບິ່ງ​ຊະເຕຟາໂນ​ດ້ວຍ​ຄວາມຕັ້ງໃຈ ແລະ ພວກເຂົາ​ເຫັນ​ໜ້າ​ຂອງ​ເພິ່ນ​ເປັນ​ເໝືອນ​ໜ້າ​ຂອງ​ເທວະດາ.


ແຕ່​ຊະເຕຟາໂນ, ເຕັມ​ໄປ​ດ້ວຍ​ພຣະວິນຍານບໍລິສຸດເຈົ້າ, ໄດ້​ເງີຍໜ້າ​ຂຶ້ນ​ສູ່​ສະຫວັນ ແລະ ເຫັນ​ສະຫງ່າລາສີ​ຂອງ​ພຣະເຈົ້າ ແລະ ເຫັນ​ພຣະເຢຊູເຈົ້າ​ຢືນ​ຢູ່​ເບື້ອງຂວາ​ມື​ຂອງ​ພຣະເຈົ້າ.


ນີ້​ຄື​ສິ່ງ​ທີ່​ພວກເຮົາ​ກ່າວ, ບໍ່ແມ່ນ​ດ້ວຍ​ຖ້ອຍຄຳ​ທີ່​ສະຕິປັນຍາ​ຂອງ​ມະນຸດ​ໄດ້​ສັ່ງສອນ​ໄວ້, ແຕ່​ດ້ວຍ​ຖ້ອຍຄຳ​ທີ່​ພຣະວິນຍານ​ໄດ້​ສັ່ງສອນ​ໄວ້, ເປັນ​ການສະແດງ​ຄວາມຈິງ​ດ້ານ​ຈິດວິນຍານ​ດ້ວຍ​ຖ້ອຍຄຳ​ຝ່າຍ​ຈິດວິນຍານ​ທີ່​ໄດ້​ສັ່ງສອນ​ໄວ້.


ເຊິ່ງ​ບໍ່​ໄດ້​ກະທຳ​ໃຫ້​ເປັນ​ທີ່​ຮູ້ຈັກ​ແກ່​ປະຊາຊົນ​ໃນ​ຍຸກ​ອື່ນໆ ເໝືອນ​ດັ່ງ​ໃນ​ເວລານີ້​ໄດ້​ເປີດເຜີຍ​ໂດຍ​ພຣະວິນຍານ​ແກ່​ບັນດາ​ອັກຄະສາວົກ ແລະ ຜູ້ທຳນວາຍ​ບໍລິສຸດ​ຂອງ​ພຣະເຈົ້າ.


ຖ້າ​ຜູ້ໃດ​ໃນ​ພວກເຈົ້າ​ຂາດ​ສະຕິປັນຍາ ຜູ້​ນັ້ນ​ກໍ​ຈົ່ງ​ຂໍ​ຈາກ​ພຣະເຈົ້າ ຜູ້​ໃຫ້​ແກ່​ທຸກຄົນ​ດ້ວຍ​ໃຈກວ້າງຂວາງ​ໂດຍ​ບໍ່​ຕຳໜິ ແລ້ວ​ຜູ້​ນັ້ນ​ກໍ​ຈະ​ໄດ້​ຮັບ.


ພວກເພິ່ນ​ໄດ້​ຮັບ​ການ​ເປີດເຜີຍ​ວ່າ​ສິ່ງ​ຕ່າງໆ​ທີ່​ໄດ້​ທຳນວາຍ​ເຖິງ​ນັ້ນ ບໍ່​ແມ່ນ​ເພື່ອ​ເປັນ​ການ​ຮັບໃຊ້​ພວກເພິ່ນ​ເອງ​ແຕ່​ເພື່ອ​ພວກເຈົ້າ, ບັດນີ້ ບັນດາ​ຜູ້​ປະກາດ​ຂ່າວປະເສີດ​ໄດ້​ກ່າວ​ເຖິງ​ສິ່ງ​ຕ່າງໆ​ເຫລົ່ານີ້​ແກ່​ພວກເຈົ້າ​ແລ້ວ​ໂດຍ​ທາງ​ພຣະວິນຍານບໍລິສຸດເຈົ້າ​ທີ່​ໄດ້​ສົ່ງ​ມາ​ຈາກ​ສະຫວັນ. ແມ່ນ​ແຕ່​ພວກ​ເທວະດາ​ກໍ​ຍັງ​ປາຖະໜາ​ຈະ​ເຂົ້າໃຈ​ສິ່ງ​ເຫລົ່ານີ້.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka