10 ຂ່າວປະເສີດຈະຕ້ອງປະກາດໄປທົ່ວປະຊາຊາດທັງໝົດກ່ອນ.
ໃນການພິພາກສາ, ຊາວເມືອງນີເນເວຈະຢືນຂຶ້ນພ້ອມກັບຄົນຍຸກນີ້ ແລະ ຈະກ່າວໂທດພວກເຂົາ ເພາະຊາວເມືອງນີເນເວໄດ້ຖິ້ມໃຈເກົ່າເອົາໃຈໃໝ່ເພາະຄຳເທດສະໜາຂອງໂຢນາ ແລະ ບັດນີ້ ຜູ້ທີ່ຍິ່ງໃຫຍ່ກວ່າໂຢນາກໍຢູ່ທີ່ນີ້.
ແລະ ຂ່າວປະເສີດເລື່ອງອານາຈັກນີ້ຈະໄດ້ປະກາດໄປທົ່ວໂລກ ເພື່ອເປັນພະຍານແກ່ຄົນທຸກຊາດ ແລ້ວຍຸກສຸດທ້າຍຈະມາເຖິງ.
ພຣະອົງກໍກ່າວແກ່ພວກເພິ່ນວ່າ, “ຈົ່ງອອກໄປທົ່ວໂລກ ປະກາດຂ່າວປະເສີດແກ່ມະນຸດທັງໝົດ.
ກ່ອນອື່ນ ເຮົາຂອບພຣະຄຸນພຣະເຈົ້າຂອງເຮົາຜ່ານທາງພຣະເຢຊູຄຣິດເຈົ້າເພື່ອພວກເຈົ້າທຸກຄົນ, ເພາະຄວາມເຊື່ອຂອງພວກເຈົ້າກຳລັງຖືກກ່າວໄປທົ່ວໂລກ.
ແຕ່ເຮົາຂໍຖາມວ່າ, “ພວກເຂົາບໍ່ໄດ້ຍິນບໍ?” ແນ່ນອນພວກເຂົາໄດ້ຍິນແລ້ວ. “ສຽງຂອງພວກເຂົາໄດ້ອອກໄປທົ່ວໂລກ ຖ້ອຍຄຳຂອງພວກເຂົາໄປເຖິງທີ່ສຸດປາຍແຜ່ນດິນໂລກ”.
ຄືດ້ວຍລິດອຳນາດແຫ່ງໝາຍສຳຄັນ ແລະ ການອັດສະຈັນຕ່າງໆ ໂດຍທາງລິດອຳນາດຂອງພຣະວິນຍານບໍລິສຸດເຈົ້າ ເຮົາຈຶ່ງໄດ້ປະກາດຂ່າວປະເສີດຂອງພຣະຄຣິດເຈົ້າຢ່າງຄົບຖ້ວນໃນທຸກບ່ອນ ຕັ້ງແຕ່ນະຄອນເຢຣູຊາເລັມໄປທົ່ວຈົນມາຮອດອີລີຣິກົມ.
ຖ້າພວກເຈົ້າດໍາເນີນຕໍ່ໄປໃນຄວາມເຊື່ອຂອງພວກເຈົ້າ ເຊິ່ງໄດ້ວາງຮາກລົງຢ່າງໝັ້ນຄົງ ແລະ ຖາວອນແລ້ວ ຢ່າໄດ້ໜີຈາກຄວາມຫວັງທີ່ມີຢູ່ໃນຂ່າວປະເສີດ. ນີ້ແມ່ນຂ່າວປະເສີດທີ່ພວກເຈົ້າໄດ້ຍິນ ແລະ ໄດ້ປະກາດແກ່ທຸກຊີວິດທີ່ຢູ່ໃຕ້ສະຫວັນ ແລະ ເຮົາຄືໂປໂລໄດ້ກາຍເປັນຜູ້ຮັບໃຊ້.
ທີ່ໄດ້ມາເຖິງພວກເຈົ້ານັ້ນ. ໃນທຳນອງດຽວກັນນັ້ນ ຂ່າວປະເສີດນີ້ກໍກຳລັງເກີດຜົນ ແລະ ຂະຫຍາຍໄປທົ່ວໂລກ ເໝືອນທີ່ກຳລັງມີຢູ່ໃນທ່າມກາງພວກເຈົ້າຕັ້ງແຕ່ວັນທີ່ພວກເຈົ້າໄດ້ຍິນຂ່າວປະເສີດ ແລະ ເຂົ້າໃຈພຣະຄຸນຂອງພຣະເຈົ້າຢ່າງແທ້ຈິງ.
ແລ້ວຂ້າພະເຈົ້າກໍເຫັນເທວະດາອີກຕົນໜຶ່ງກຳລັງບິນຢູ່ໃນກາງອາກາດ ແລະ ເທວະດາຕົນນັ້ນມີຂ່າວປະເສີດນິລັນດອນເພື່ອປະກາດແກ່ຜູ້ທີ່ດຳເນີນຊີວິດຢູ່ເທິງແຜ່ນດິນໂລກ, ແກ່ທຸກຊົນຊາດ, ທຸກຊົນເຜົ່າ, ທຸກພາສາ ແລະ ແກ່ທຸກໆຄົນ.