Biblia Todo Logo
Internet tuqin Biblia

- Anuncios ukanaka -




ມາຣະໂກ 12:9 - ພຣະຄຳພີລາວສະບັບສະໄໝໃໝ່

9 “ພຣະເຢຊູເຈົ້າ​ຖາມ​ວ່າ ແລ້ວ​ເຈົ້າຂອງ​ສວນອະງຸ່ນ​ຈະ​ເຮັດ​ຢ່າງໃດ? ເພິ່ນ​ຈະ​ມາ​ຂ້າ​ພວກ​ຄົນເຊົ່າສວນ ແລະ ເອົາ​ສວນອະງຸ່ນ​ນັ້ນ​ໃຫ້​ຄົນ​ອື່ນ​ເຊົ່າ.

Uka jalj uñjjattʼäta Copia luraña

ພຣະຄຳພີສັກສິ

9 ພຣະເຢຊູເຈົ້າ​ຖາມ​ວ່າ, “ເມື່ອ​ເປັນ​ເຊັ່ນ​ນັ້ນ ເຈົ້າ​ຂອງ​ສວນ​ຈະ​ເຮັດ​ຢ່າງ​ໃດ? ເພິ່ນ​ຈະ​ມາ​ຂ້າ​ຄົນ​ເຊົ່າ​ສວນ​ເຫຼົ່ານັ້ນ​ເສຍ ແລະ​ຈະ​ເອົາ​ສວນ​ອະງຸ່ນ​ໃຫ້​ຄົນອື່ນ​ເຊົ່າ.

Uka jalj uñjjattʼäta Copia luraña




ມາຣະໂກ 12:9
33 Jak'a apnaqawi uñst'ayäwi  

ມັນ​ຈຶ່ງ​ອອກ​ໄປ​ນຳ​ເອົາ​ວິນຍານຊົ່ວ​ອື່ນໆ​ອີກ​ເຈັດ​ໂຕ​ທີ່​ຊົ່ວຮ້າຍ​ກວ່າ​ມັນ​ອີກ ແລ້ວ​ພວກມັນ​ກໍ​ໄດ້​ເຂົ້າ​ໄປ​ອາໄສ​ຢູ່​ທີ່​ເຮືອນ​ນັ້ນ ແລະ ໃນທີ່ສຸດ​ສະພາບ​ຂອງ​ຄົນ​ນັ້ນ​ກໍ​ຊົ່ວຮ້າຍ​ລົງ​ກວ່າ​ຕອນ​ຕົ້ນ​ອີກ. ຄົນ​ໃນ​ຍຸກ​ທີ່​ຊົ່ວຮ້າຍ​ນີ້​ກໍ​ຈະ​ເປັນ​ຢ່າງ​ນີ້”.


ເມື່ອ​ໃກ້​ຈະ​ເຖິງ​ລະດູ​ເກັບກ່ຽວ ເພິ່ນ​ກໍ​ໃຊ້​ບັນດາ​ຜູ້ຮັບໃຊ້​ຂອງ​ຕົນ​ໄປ​ຫາ​ພວກຄົນເຊົ່າສວນ​ເພື່ອ​ຮັບ​ຜົນລະປູກ​ຂອງ​ເພິ່ນ.


“ດັ່ງນັ້ນ ເຮົາ​ຈຶ່ງ​ບອກ​ພວກເຈົ້າ​ວ່າ, ອານາຈັກ​ຂອງ​ພຣະເຈົ້າ​ຈະ​ຖືກ​ຍົກ​ໄປ​ຈາກ​ພວກເຈົ້າ ແລະ ມອບ​ໃຫ້​ແກ່​ບັນດາ​ຊົນຊາດ​ທີ່​ຈະ​ເຮັດ​ໃຫ້​ມັນ​ຜະລິດ​ຜົນ.


ກະສັດ​ຈຶ່ງ​ໂກດຮ້າຍ​ຫລາຍ ເພິ່ນ​ໄດ້​ສັ່ງ​ທະຫານ​ອອກໄປ​ທຳລາຍ​ຊີວິດ​ພວກ​ຄາດຕະກອນ​ເຫລົ່ານັ້ນ ແລະ ຈູດ​ເມືອງ​ຂອງ​ພວກເຂົາ.


ພວກເຈົ້າ​ຍັງ​ບໍ່​ໄດ້​ອ່ານ​ພຣະຄຳພີ​ຂໍ້​ນີ້​ບໍ​ວ່າ: “‘ຫີນ​ທີ່​ຊ່າງ​ກໍ່​ໄດ້​ຖິ້ມ​ແລ້ວ ບັດນີ້​ກໍ​ໄດ້​ກາຍເປັນ​ຫີນເສົາເອກ,


ດັ່ງນັ້ນ ພວກເຂົາ​ຈຶ່ງ​ຈັບ​ລູກຊາຍ​ຂອງ​ເຈົ້າຂອງສວນ ແລະ ຂ້າ​ລາວ, ແລ້ວ​ພວກເຂົາ​ກໍ​ໂຍນ​ລາວ​ຖິ້ມ​ອອກ​ໄປ​ນອກ​ສວນອະງຸ່ນ.


ຝ່າຍ​ພວກ​ສັດຕູ​ຂອງ​ເຮົາ​ທີ່​ບໍ່​ຕ້ອງການ​ໃຫ້​ເຮົາ​ເປັນ​ກະສັດ​ປົກຄອງ​ພວກເຂົາ​ນັ້ນ ຈົ່ງ​ພາ​ພວກເຂົາ​ມາ​ທີ່​ນີ້ ແລະ ຂ້າ​ພວກເຂົາ​ຕໍ່ໜ້າ​ເຮົາ’”.


ແລະ ເອຊາຢາ​ກ້າ​ກ່າວ​ວ່າ, “ບັນດາ​ຜູ້​ທີ່​ບໍ່​ໄດ້​ສະແຫວງຫາ​ເຮົາ​ກໍ​ພົບ​ເຮົາ ເຮົາ​ໄດ້​ສະແດງ​ຕົນ​ເອງ​ແກ່​ບັນດາ​ຜູ້​ທີ່​ບໍ່​ໄດ້​ເອີ້ນ​ຫາ​ເຮົາ”.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka