Biblia Todo Logo
Internet tuqin Biblia

- Anuncios ukanaka -




ມາຣະໂກ 12:7 - ພຣະຄຳພີລາວສະບັບສະໄໝໃໝ່

7 “ແຕ່​ພວກ​ຄົນເຊົ່າສວນ​ເວົ້າ​ກັນ​ວ່າ, ‘ຄົນ​ນີ້​ເປັນ​ຜູ້ສືບທອດມໍລະດົກ. ໃຫ້​ພວກເຮົາ​ຂ້າ​ລາວ​ແລ້ວ​ມໍລະດົກ​ຈະ​ຕົກ​ເປັນ​ຂອງ​ພວກເຮົາ’.

Uka jalj uñjjattʼäta Copia luraña

ພຣະຄຳພີສັກສິ

7 ແຕ່​ຄົນ​ເຊົ່າ​ສວນ​ເຫຼົ່ານັ້ນ​ເວົ້າ​ກັນ​ວ່າ, ‘ຄົນ​ນີ້​ແຫຼະ ເປັນ​ເຈົ້າ​ຂອງ​ມໍຣະດົກ, ໃຫ້​ພວກເຮົາ​ຂ້າ​ມັນ​ສາ ແລ້ວ​ມໍຣະດົກ​ກໍ​ຈະ​ຕົກ​ເປັນ​ຂອງ​ພວກເຮົາ.’

Uka jalj uñjjattʼäta Copia luraña




ມາຣະໂກ 12:7
18 Jak'a apnaqawi uñst'ayäwi  

ເມື່ອ​ເຮໂຣດ​ໄດ້​ຮູ້​ວ່າ​ພວກໂຫລາຈານ​ຫລອກລວງ​ຕົນ, ເພິ່ນ​ກໍ​ໃຈຮ້າຍ​ຫລາຍ ແລະ ເພິ່ນ​ຈຶ່ງ​ສັ່ງ​ໃຫ້​ຂ້າ​ເດັກນ້ອຍ​ຜູ້ຊາຍ​ທັງໝົດ​ໃນ​ເບັດເລເຮັມ ແລະ ບໍລິເວນ​ໃກ້ຄຽງ​ທີ່​ມີ​ອາຍຸ​ສອງ​ປີ​ລົງ​ມາ, ເຊິ່ງ​ສອດຄ່ອງ​ກັບ​ເວລາ​ທີ່​ເພິ່ນ​ໄດ້​ຮູ້​ຈາກ​ພວກໂຫລາຈານ.


ເມື່ອ​ໃກ້​ຈະ​ເຖິງ​ລະດູ​ເກັບກ່ຽວ ເພິ່ນ​ກໍ​ໃຊ້​ບັນດາ​ຜູ້ຮັບໃຊ້​ຂອງ​ຕົນ​ໄປ​ຫາ​ພວກຄົນເຊົ່າສວນ​ເພື່ອ​ຮັບ​ຜົນລະປູກ​ຂອງ​ເພິ່ນ.


ດັ່ງນັ້ນ ພວກຫົວໜ້າ​ປະໂລຫິດ, ພວກ​ຄູສອນກົດບັນຍັດ ແລະ ພວກ​ເຖົ້າແກ່​ຈຶ່ງ​ໄດ້​ຊອກຫາ​ທາງ​ທີ່​ຈະ​ຈັບ​ພຣະອົງ ພວກເຂົາ​ຮູ້ຈັກ​ວ່າ​ພຣະອົງ​ກ່າວ​ຄຳອຸປະມາ​ນີ້​ຕໍ່ສູ້​ພວກເຂົາ. ແຕ່​ຍ້ອນ​ພວກເຂົາ​ຢ້ານ​ປະຊາຊົນ, ດັ່ງນັ້ນ ພວກເຂົາ​ຈຶ່ງ​ໄປ​ຈາກ​ພຣະອົງ ແລະ ໄປ​ທາງ​ອື່ນ.


“ເພິ່ນ​ຈຶ່ງ​ເຫລືອ​ແຕ່​ຄົນ​ດຽວ​ທີ່​ຈະ​ໃຊ້​ມາ​ຄື​ລູກຊາຍ ຜູ້​ທີ່​ເພິ່ນ​ຮັກ. ເພິ່ນ​ຈຶ່ງ​ສົ່ງ​ລູກ​ຄົນ​ນັ້ນ​ໄປ​ເປັນ​ຄົນ​ສຸດທ້າຍ ໂດຍ​ກ່າວ​ວ່າ, ‘ພວກເຂົາ​ຈະ​ໃຫ້​ຄວາມເຄົາລົບ​ນັບຖື​ລູກຊາຍ​ຂອງ​ເຮົາ’.


ດັ່ງນັ້ນ ພວກເຂົາ​ຈຶ່ງ​ຈັບ​ລູກຊາຍ​ຂອງ​ເຈົ້າຂອງສວນ ແລະ ຂ້າ​ລາວ, ແລ້ວ​ພວກເຂົາ​ກໍ​ໂຍນ​ລາວ​ຖິ້ມ​ອອກ​ໄປ​ນອກ​ສວນອະງຸ່ນ.


ພຣະເຢຊູເຈົ້າ​ຜູ້​ນີ້​ໄດ້​ຖືກ​ມອບ​ໃຫ້​ພວກທ່ານ​ຕາມ​ທີ່​ພຣະເຈົ້າ​ໄດ້​ກຳນົດ​ແຜນການ​ໄວ້ ແລະ ໄດ້​ຮູ້​ລ່ວງໜ້າ​ກ່ອນ​ແລ້ວ ແລະ ໂດຍ​ການ​ຊ່ວຍເຫລືອ​ຂອງ​ຄົນ​ຊົ່ວຮ້າຍ ພວກທ່ານ​ຈຶ່ງ​ໄດ້​ຈັບ​ພຣະອົງ​ໄປ​ຂ້າ​ດ້ວຍ​ການ​ຄຶງ​ພຣະອົງ​ໄວ້​ທີ່​ໄມ້ກາງແຂນ.


ມະຫາປະໂລຫິດ​ກ່າວ​ວ່າ, “ພວກເຮົາ​ສັ່ງຫ້າມ​ເດັດຂາດ​ບໍ່​ໃຫ້​ພວກເຈົ້າ​ສັ່ງສອນ​ໃນ​ນາມ​ຊື່​ນີ້, ແຕ່​ພວກເຈົ້າ​ໄດ້​ເຮັດ​ໃຫ້​ຄຳສັ່ງສອນ​ນັ້ນ​ແຜ່​ອອກໄປ​ທົ່ວ​ເຢຣູຊາເລັມ ແລະ ຕັ້ງໃຈ​ເຮັດ​ໃຫ້​ພວກເຮົາ​ມີ​ຄວາມຜິດ​ຍ້ອນ​ຄວາມຕາຍ​ຂອງ​ຊາຍ​ຜູ້​ນີ້”.


ມີ​ຜູ້ທຳນວາຍ​ຄົນໃດ​ແດ່​ທີ່​ບໍ່​ໄດ້​ຖືກ​ບັນພະບຸລຸດ​ຂອງ​ພວກເຈົ້າ​ຂົ່ມເຫັງ? ພວກເຂົາ​ຂ້າ​ແມ່ນ​ແຕ່​ບັນດາ​ຜູ້​ທີ່​ທຳນວາຍ​ເຖິງ​ການ​ມາ​ຂອງ​ອົງ​ຜູ້ຊອບທຳ. ແລະ ບັດນີ້ ພວກເຈົ້າ​ກໍ​ຍັງ​ທໍລະຍົດ ແລະ ຂ້າ​ພຣະອົງ.


ແຕ່​ໃນ​ຍຸກ​ສຸດທ້າຍ​ນີ້​ພຣະອົງ​ໄດ້​ກ່າວ​ກັບ​ພວກເຮົາ​ທັງຫລາຍ​ໂດຍ​ພຣະບຸດ​ຂອງ​ພຣະອົງ, ຜູ້​ທີ່​ພຣະອົງ​ໄດ້​ແຕ່ງຕັ້ງ​ໃຫ້​ເປັນ​ຜູ້​ຮັບມໍລະດົກ​ທຸກ​ສິ່ງ ແລະ ໄດ້​ສ້າງ​ຈັກກະວານ​ໂດຍ​ພຣະບຸດ​ນີ້.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka