Biblia Todo Logo
Internet tuqin Biblia

- Anuncios ukanaka -




ມາຣະໂກ 12:16 - ພຣະຄຳພີລາວສະບັບສະໄໝໃໝ່

16 ພວກເຂົາ​ກໍ​ເອົາ​ຫລຽນ​ມາ​ໃຫ້ ແລະ ພຣະອົງ​ກໍ​ຖາມ​ພວກເຂົາ​ວ່າ, “ຮູບ​ນີ້​ເປັນ​ຂອງ​ຜູ້ໃດ? ແລະ ຄຳຈາລຶກ​ນີ້​ເປັນ​ຂອງ​ຜູ້ໃດ?” ພວກເຂົາ​ຕອບ​ວ່າ, “ເປັນ​ຂອງ​ກາຍຊາ”.

Uka jalj uñjjattʼäta Copia luraña

ພຣະຄຳພີສັກສິ

16 ພວກເຂົາ​ກໍ​ເອົາ​ມາ​ໃຫ້ ແລະ​ພຣະເຢຊູເຈົ້າ​ຈຶ່ງ​ຖາມ​ວ່າ, “ຮູບ​ແລະ​ຄຳ​ຈາລຶກ​ນີ້​ເປັນ​ຂອງ​ຜູ້ໃດ?” ພວກເຂົາ​ຕອບ​ວ່າ, “ເປັນ​ຂອງ​ກາຍຊາ.”

Uka jalj uñjjattʼäta Copia luraña




ມາຣະໂກ 12:16
6 Jak'a apnaqawi uñst'ayäwi  

ພວກເຮົາ​ຄວນ​ເສຍ ຫລື ພວກເຮົາ​ບໍ່​ຄວນ​ເສຍ?” ແຕ່​ພຣະເຢຊູເຈົ້າ​ຮູ້​ທັນ​ກົນອຸບາຍ​ຂອງ​ພວກເຂົາ ຈຶ່ງ​ຕອບ​ວ່າ, “ເປັນຫຍັງ​ພວກເຈົ້າ​ຈຶ່ງ​ພະຍາຍາມ​ຈະ​ຈັບຜິດ​ເຮົາ? ຈົ່ງ​ນຳ​ເງິນ​ໜຶ່ງ​ຫລຽນ​ມາ​ໃຫ້​ເຮົາ​ເບິ່ງ​ດູ”.


ແລ້ວ​ພຣະເຢຊູເຈົ້າ​ຈຶ່ງ​ກ່າວ​ແກ່​ພວກເຂົາ​ວ່າ, “ສິ່ງ​ທີ່​ເປັນ​ຂອງ​ກາຍຊາ ຈົ່ງ​ຄືນ​ໃຫ້​ແກ່​ກາຍຊາ ແລະ ສິ່ງ​ທີ່​ເປັນ​ຂອງ​ພຣະເຈົ້າ ຈົ່ງ​ຖວາຍ​ຄືນ​ໃຫ້​ແກ່​ພຣະເຈົ້າ”. ເມື່ອ​ທຸກຄົນ​ໄດ້​ຍິນ​ຄຳຕອບ​ຂອງ​ພຣະເຢຊູເຈົ້າ​ແລ້ວ ພວກເຂົາ​ຕ່າງ​ກໍ​ປະຫລາດໃຈ​ໃນ​ພຣະອົງ.


ເຖິງ​ຢ່າງໃດ​ກໍ​ຕາມ, ຮາກຖານ​ຂອງ​ພຣະເຈົ້າ​ກໍ​ຕັ້ງ​ໝັ້ນຄົງ​ຢູ່ ແລະ ປະທັບຕາ​ດ້ວຍ​ຂໍ້ຄວາມ​ວ່າ: “ອົງພຣະຜູ້ເປັນເຈົ້າ​ຮູ້ຈັກ​ບັນດາ​ຜູ້​ທີ່​ເປັນ​ຂອງ​ພຣະອົງ” ແລະ “ທຸກຄົນ​ທີ່​ຮ້ອງ​ອອກ​ນາມ​ຂອງ​ອົງພຣະຜູ້ເປັນເຈົ້າ​ຈະ​ຕ້ອງ​ຫັນໜີ​ຈາກ​ຄວາມ​ຊົ່ວຮ້າຍ”.


ຜູ້ໃດ​ທີ່​ໄດ້​ຮັບ​ໄຊຊະນະ​ເຮົາ​ຈະ​ຕັ້ງ​ຜູ້​ນັ້ນ​ໃຫ້​ເປັນ​ເສົາ​ໜຶ່ງ​ໃນ​ວິຫານ​ຂອງ​ພຣະເຈົ້າ​ຂອງ​ເຮົາ. ພວກເຂົາ​ຈະ​ບໍ່​ຈາກ​ວິຫານ​ໄປ​ອີກ​ຈັກເທື່ອ. ເຮົາ​ຈະ​ຈາລຶກ​ນາມ​ແຫ່ງ​ພຣະເຈົ້າ​ຂອງ​ເຮົາ ແລະ ຊື່​ນະຄອນ​ຂອງ​ພຣະເຈົ້າ​ຂອງ​ເຮົາ​ຄື​ເຢຣູຊາເລັມ​ໃໝ່, ເຊິ່ງ​ພຣະເຈົ້າ​ຂອງ​ເຮົາ​ກຳລັງ​ສົ່ງ​ລົງ​ມາ​ແຕ່​ສະຫວັນ​ຈາກ​ພຣະເຈົ້າ​ຂອງ​ເຮົາ​ໄວ້​ເທິງ​ໂຕ​ຂອງ​ພວກເຂົາ ແລະ ເຮົາ​ຈະ​ຈາລຶກ​ນາມ​ໃໝ່​ຂອງ​ເຮົາ​ໄວ້​ເທິງ​ໂຕ​ຂອງ​ພວກເຂົາ​ເໝືອນກັນ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka