Biblia Todo Logo
Internet tuqin Biblia

- Anuncios ukanaka -




ມາຣະໂກ 11:9 - ພຣະຄຳພີລາວສະບັບສະໄໝໃໝ່

9 ບັນດາ​ຄົນ​ທີ່​ຍ່າງ​ນຳໜ້າ​ໄປ​ກ່ອນ ແລະ ບັນດາ​ຄົນ​ທີ່​ຕາມຫລັງ​ພຣະເຢຊູເຈົ້າ​ໄປ​ຕ່າງ​ກໍ​ຮ້ອງ​ຂຶ້ນ​ວ່າ, “ໂຮຊັນນາ! “ສັນລະເສີນ​ພຣະອົງ​ຜູ້​ມາ​ໃນ​ນາມ​ຂອງ​ອົງພຣະຜູ້ເປັນເຈົ້າ!”

Uka jalj uñjjattʼäta Copia luraña

ພຣະຄຳພີສັກສິ

9 ຄົນ​ທີ່​ຍ່າງ​ໄປ​ກ່ອນ​ກັບ​ຄົນ​ທີ່​ຕາມ​ຫລັງ​ພຣະເຢຊູເຈົ້າ​ໄປ ຕ່າງ​ກໍ​ຮ້ອງ​ຂຶ້ນ​ວ່າ, “ໂຮຊັນນາ ຂໍ​ພຣະເຈົ້າ​ອວຍພອນ​ທ່ານ ທີ່​ສະເດັດ​ມາ​ໃນ​ນາມ​ຂອງ​ອົງພຣະ​ຜູ້​ເປັນເຈົ້າ

Uka jalj uñjjattʼäta Copia luraña




ມາຣະໂກ 11:9
7 Jak'a apnaqawi uñst'ayäwi  

ປະຊາຊົນ​ທີ່​ຍ່າງ​ອອກໜ້າ​ໄປ​ກ່ອນ​ພຣະອົງ ແລະ ຜູ້​ທີ່​ຕິດຕາມ​ມາ​ກໍ​ຮ້ອງ​ຂຶ້ນ​ວ່າ, “ໂຮຊັນນາ​ແດ່​ບຸດ​ດາວິດ! “ສັນລະເສີນ​ພຣະອົງ​ຜູ້​ມາ​ໃນ​ນາມ​ຂອງ​ອົງພຣະຜູ້ເປັນເຈົ້າ!” “ໂຮຊັນນາ​ໃນ​ສະຫວັນ​ສູງສຸດ!”


ເພາະ​ເຮົາ​ບອກ​ພວກເຈົ້າ​ວ່າ, ພວກເຈົ້າ​ຈະ​ບໍ່​ໄດ້​ເຫັນ​ເຮົາ​ອີກ​ຈົນ​ກວ່າ​ພວກເຈົ້າ​ຈະ​ເວົ້າ​ວ່າ, ‘ສັນລະເສີນ​ພຣະອົງ​ຜູ້​ມາ​ໃນ​ນາມ​ຂອງ​ອົງພຣະຜູ້ເປັນເຈົ້າ’”.


ມີ​ປະຊາຊົນ​ຫລາຍ​ຄົນ​ໄດ້​ເອົາ​ເສື້ອຄຸມ​ຂອງ​ຕົນ​ປູ​ລົງ​ຕາມ​ຫົນທາງ, ແລະ ບາງຄົນ​ກໍ​ໄດ້​ຕັດ​ເອົາ​ງ່າໄມ້​ຕາມ​ທົ່ງນາ​ມາ​ປູ​ຕາມ​ຫົນທາງ.


ພວກເຂົາ​ກໍ​ພາກັນ​ຖື​ກ້ານຕານ​ອອກ​ມາ​ຕ້ອນຮັບ​ພຣະອົງ ແລະ ຮ້ອງ​ຂຶ້ນ​ວ່າ, “ໂຮຊັນນາ!” “ສັນລະເສີນ​ພຣະອົງ​ຜູ້​ທີ່​ມາ​ໃນ​ນາມ​ຂອງ​ອົງພຣະຜູ້ເປັນເຈົ້າ!” “ສັນລະເສີນ​ອົງ​ກະສັດ​ຂອງ​ຊາດ​ອິດສະຣາເອນ!”


ແຕ່​ພວກເຂົາ​ຮ້ອງ​ສຽງ​ດັງ​ວ່າ, “ເອົາ​ມັນ​ໄປ! ເອົາ​ມັນ​ໄປ! ຄຶງ​ມັນ​ໄວ້​ທີ່​ໄມ້ກາງແຂນ!” ປີລາດ​ຖາມ​ວ່າ, “ພວກທ່ານ​ຈະ​ໃຫ້​ເຮົາ​ຄຶງ​ກະສັດ​ຂອງ​ພວກທ່ານ​ທີ່​ໄມ້ກາງແຂນ​ບໍ?” ພວກຫົວໜ້າ​ປະໂລຫິດ​ຕອບ​ວ່າ, “ນອກຈາກ​ກາຍຊາ​ແລ້ວ​ພວກເຮົາ​ບໍ່​ມີ​ກະສັດ”.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka