22 ພຣະເຢຊູເຈົ້າຕອບວ່າ, “ຈົ່ງມີຄວາມເຊື່ອໃນພຣະເຈົ້າ,
22 ພຣະເຢຊູເຈົ້າໄດ້ກ່າວແກ່ພວກສາວົກວ່າ, “ຈົ່ງມີຄວາມເຊື່ອໃນພຣະເຈົ້າ.
ພຣະເຢຊູເຈົ້າກ່າວວ່າ, “ມາແມ”. ດັ່ງນັ້ນ ເປໂຕຈຶ່ງອອກຈາກເຮືອແລ້ວຍ່າງເທິງໜ້ານ້ຳໄປຫາພຣະເຢຊູເຈົ້າ.
ພຣະອົງຕອບວ່າ, “ເພາະພວກເຈົ້າມີຄວາມເຊື່ອນ້ອຍ. ເຮົາບອກພວກເຈົ້າຕາມຄວາມຈິງວ່າ, ຖ້າພວກເຈົ້າມີຄວາມເຊື່ອເທົ່າແກ່ນຜັກກາດເມັດໜຶ່ງ ພວກເຈົ້າກໍສາມາດສັ່ງພູໜ່ວຍນີ້ວ່າ, ‘ຈົ່ງເຄື່ອນຈາກບ່ອນນີ້ໄປຢູ່ບ່ອນນັ້ນ’ ມັນກໍຈະເຄື່ອນໄປ. ຈະບໍ່ມີສິ່ງໃດທີ່ເປັນໄປບໍ່ໄດ້ສຳລັບພວກເຈົ້າ”.
ພຣະເຢຊູເຈົ້າຕອບວ່າ, “ເຮົາບອກພວກເຈົ້າຕາມຄວາມຈິງວ່າ, ຖ້າພວກເຈົ້າມີຄວາມເຊື່ອ ແລະ ບໍ່ສົງໄສ ພວກເຈົ້າກໍເຮັດຕໍ່ຕົ້ນໝາກເດື່ອຕົ້ນນີ້ໄດ້ເໝືອນດັ່ງທີ່ເຮົາໄດ້ເຮັດ, ບໍ່ພຽງເທົ່ານັ້ນ ແຕ່ພວກເຈົ້າຍັງສາມາດສັ່ງພູໜ່ວຍນີ້ວ່າ, ‘ຈົ່ງເຄື່ອນຍ້າຍໄປຕົກລົງສູ່ທະເລ’ ກໍຈະເປັນໄປຕາມນັ້ນ.
ພຣະເຢຊູເຈົ້າກ່າວວ່າ, “‘ຖ້າສາມາດຊ່ວຍໄດ້’ ບໍ? ທຸກສິ່ງເປັນໄປໄດ້ສຳລັບຜູ້ທີ່ເຊື່ອ”.
“ຢ່າໃຫ້ໃຈຂອງພວກເຈົ້າທັງຫລາຍວຸ້ນວາຍໄປ, ພວກເຈົ້າຈົ່ງເຊື່ອໃນພຣະເຈົ້າ ແລະ ຈົ່ງເຊື່ອໃນເຮົາເໝືອນກັນ.
ພວກເຈົ້າຖືກຝັງໄວ້ກັບພຣະອົງໃນພິທີບັບຕິສະມາ ແລະ ໃຫ້ພວກເຈົ້າເປັນຄືນມາຈາກຕາຍດ້ວຍກັນກັບພຣະອົງຜ່ານທາງຄວາມເຊື່ອຂອງພວກເຈົ້າໃນການທຳງານຂອງພຣະເຈົ້າຜູ້ໃຫ້ພຣະອົງເປັນຄືນມາຈາກຕາຍ.
ຈົດໝາຍສະບັບນີ້ຈາກເຮົາໂປໂລ ຜູ້ຮັບໃຊ້ຂອງພຣະເຈົ້າ ແລະ ອັກຄະສາວົກຂອງພຣະເຢຊູຄຣິດເຈົ້າ ເພື່ອຄວາມເຊື່ອຂອງຜູ້ທີ່ພຣະເຈົ້າໄດ້ເລືອກ ແລະ ເພື່ອຄວາມຮູ້ເຖິງຄວາມຈິງອັນນໍາໄປສູ່ທາງພຣະເຈົ້າ