Biblia Todo Logo
Internet tuqin Biblia

- Anuncios ukanaka -




ມາຣະໂກ 11:21 - ພຣະຄຳພີລາວສະບັບສະໄໝໃໝ່

21 ເປໂຕ​ຈື່​ໄດ້ ແລະ ເວົ້າ​ກັບ​ພຣະເຢຊູເຈົ້າ​ວ່າ, “ຣັບບີ​ເອີຍ, ເບິ່ງ​ແມ! ຕົ້ນ​ໝາກເດື່ອ​ທີ່​ພຣະອົງ​ສາບແຊ່ງ​ນັ້ນ​ໄດ້​ຫ່ຽວແຫ້ງ​ໄປ​ແລ້ວ!”

Uka jalj uñjjattʼäta Copia luraña

ພຣະຄຳພີສັກສິ

21 ເປໂຕ​ຈື່​ເຫດການ​ທີ່​ພຣະເຢຊູເຈົ້າ​ໄດ້​ເວົ້າ​ແກ່​ຕົ້ນໄມ້​ນັ້ນ ຈຶ່ງ​ເວົ້າ​ກັບ​ພຣະອົງ​ວ່າ, “ພຣະອາຈານ​ເອີຍ ເບິ່ງແມ! ຕົ້ນ​ເດື່ອເທດ​ທີ່​ທ່ານ​ໄດ້​ສາບແຊ່ງ​ນັ້ນ​ຕາຍ​ເສຍ​ແລ້ວ.”

Uka jalj uñjjattʼäta Copia luraña




ມາຣະໂກ 11:21
8 Jak'a apnaqawi uñst'ayäwi  

ເມື່ອ​ພຣະອົງ​ເຫັນ​ຕົ້ນ​ໝາກເດື່ອ​ຕົ້ນ​ໜຶ່ງ​ຢູ່​ແຄມ​ທາງ ພຣະອົງ​ຈຶ່ງ​ຍ່າງ​ເຂົ້າໄປ​ໃກ້ ແລະ ເຫັນ​ວ່າ​ຕົ້ນ​ໝາກເດື່ອ​ຕົ້ນ​ນັ້ນ​ບໍ່​ມີ​ໝາກ​ມີ​ແຕ່​ໃບ​ເທົ່ານັ້ນ. ດັ່ງນັ້ນ ພຣະອົງ​ຈຶ່ງ​ກ່າວ​ຕໍ່​ຕົ້ນ​ໝາກເດື່ອ​ຕົ້ນ​ນັ້ນ​ວ່າ, “ເຈົ້າ​ຢ່າ​ໄດ້​ເກີດ​ໝາກ​ອີກ​ຕໍ່ໄປ!” ໃນ​ທັນໃດ​ນັ້ນ ຕົ້ນໝາກເດື່ອ​ນັ້ນ​ກໍ​ຫ່ຽວແຫ້ງ​ລົງ.


ພວກເຂົາ​ມັກ​ໃຫ້​ຄົນ​ມາ​ຄຳນັບ​ທັກທາຍ​ໃນ​ບ່ອນຊຸມນຸມຊົນ ແລະ ມັກ​ໃຫ້​ເອີ້ນ​ພວກເຂົາ​ວ່າ, ‘ຣັບບີ’.


“ສ່ວນ​ພວກເຈົ້າ​ຢ່າ​ໃຫ້​ຜູ້ໃດ​ເອີ້ນ​ວ່າ, ‘ຣັບບີ’ ເພາະ​ພວກເຈົ້າ​ມີ​ອາຈານ​ພຽງແຕ່​ຜູ້​ດຽວ ແລະ ພວກເຈົ້າ​ທັງໝົດ​ເປັນ​ພີ່ນ້ອງ​ກັນ,


“ແລ້ວ​ພຣະອົງ​ຈະ​ກ່າວ​ຕໍ່​ບັນດາ​ຜູ້​ທີ່​ຢູ່​ເບື້ອງຊ້າຍ​ຂອງ​ພຣະອົງ​ວ່າ, ‘ພວກເຈົ້າ​ທັງຫລາຍ​ທີ່​ຖືກ​ສາບແຊ່ງ ຈົ່ງ​ໄປ​ຈາກ​ເຮົາ, ຈົ່ງ​ລົງໄປ​ໃນ​ບຶງ​ໄຟ​ທີ່​ໄໝ້​ຢູ່​ເປັນນິດ​ທີ່​ໄດ້​ຈັດຕຽມ​ໄວ້​ສຳລັບ​ມານຮ້າຍ ແລະ ບໍລິວານ​ຂອງ​ມັນ.


ໃນຂະນະ​ນັ້ນ ພວກສາວົກ​ໄດ້​ຂໍຮ້ອງ​ພຣະອົງ​ວ່າ, “ອາຈານ​ເອີຍ ຂໍ​ເຊີນ​ຮັບປະທານ​ອາຫານ”.


ຖ້າ​ຜູ້ໃດ​ບໍ່​ຮັກ​ອົງພຣະຜູ້ເປັນເຈົ້າ, ຂໍ​ໃຫ້​ຜູ້​ນັ້ນ​ຖືກ​ສາບແຊ່ງ! ອົງພຣະຜູ້ເປັນເຈົ້າ ໂຜດ​ມາ​ເທີ້ນ!


Jiwasaru arktasipxañani:

Anuncios ukanaka


Anuncios ukanaka