Biblia Todo Logo
Internet tuqin Biblia

- Anuncios ukanaka -




ມາຣະໂກ 10:34 - ພຣະຄຳພີລາວສະບັບສະໄໝໃໝ່

34 ພວກເຂົາ​ຈະ​ເຢາະເຢີ້ຍ​ພຣະອົງ ແລະ ຈະ​ຖົ່ມ​ນ້ຳລາຍ​ໃສ່​ພຣະອົງ, ຈະ​ຂ້ຽນຕີ​ພຣະອົງ ແລະ ຈະ​ຂ້າ​ພຣະອົງ. ສາມ​ວັນ​ຕໍ່ມາ​ພຣະອົງ​ຈະ​ເປັນຄືນມາ”.

Uka jalj uñjjattʼäta Copia luraña

ພຣະຄຳພີສັກສິ

34 ຄົນ​ພວກ​ນີ້ ຈະ​ເຢາະເຢີ້ຍ​ເພິ່ນ, ຈະ​ຖົ່ມ​ນໍ້າລາຍ​ໃສ່​ເພິ່ນ, ຈະ​ຂ້ຽນຕີ​ເພິ່ນ ແລະ​ຈະ​ຂ້າ​ເພິ່ນ​ເສຍ, ແຕ່​ໃນ​ວັນ​ຖ້ວນ​ສາມ ເພິ່ນ​ຈະ​ເປັນ​ຄືນ​ມາ​ຈາກ​ຄວາມ​ຕາຍ.”

Uka jalj uñjjattʼäta Copia luraña




ມາຣະໂກ 10:34
24 Jak'a apnaqawi uñst'ayäwi  

ຕັ້ງ​ແຕ່​ເວລາ​ນັ້ນ​ມາ ພຣະເຢຊູເຈົ້າ​ເລີ່ມ​ອະທິບາຍ​ໃຫ້​ພວກສາວົກ​ຂອງ​ພຣະອົງ​ຟັງ​ວ່າ​ພຣະອົງ​ຈະ​ຕ້ອງ​ໄປ​ຍັງ​ນະຄອນ​ເຢຣູຊາເລັມ ແລະ ຕ້ອງ​ຖືກ​ທົນທຸກທໍລະມານ​ຫລາຍ​ປະການ​ຈາກ​ພວກ​ເຖົ້າແກ່, ພວກຫົວໜ້າ​ປະໂລຫິດ ແລະ ພວກ​ຄູສອນກົດບັນຍັດ. ພຣະອົງ​ຈະ​ຕ້ອງ​ຖືກ​ຂ້າ ແລະ ໃນ​ວັນ​ທີ​ສາມ​ພຣະອົງ​ຈະ​ເປັນຄືນມາ​ສູ່​ຊີວິດ.


ແລ້ວ​ພວກເຂົາ​ກໍ​ຖົ່ມ​ນ້ຳລາຍ​ໃສ່​ໜ້າ​ຂອງ​ພຣະອົງ ແລະ ທຸບຕີ​ພຣະອົງ​ດ້ວຍ​ກຳປັ້ນ​ຂອງ​ພວກເຂົາ. ຄົນ​ອື່ນໆ​ກໍ​ຕົບ​ພຣະອົງ


ພວກເຂົາ​ເວົ້າ​ວ່າ, “ນາຍ​ເອີຍ, ພວກຂ້າພະເຈົ້າ​ຈື່​ໄດ້​ວ່າ​ຂະນະ​ທີ່​ຄົນຫລອກລວງ​ຜູ້​ນັ້ນ​ຍັງ​ມີຊີວິດ​ຢູ່​ໄດ້​ເວົ້າ​ວ່າ, ‘ຫລັງ​ຈາກ​ສາມ​ວັນ​ເຮົາ​ຈະ​ເປັນຄືນມາ​ອີກ’.


ມະຫາ​ປະໂລຫິດ​ຈຶ່ງ​ຈີກ​ເສື້ອ​ຂອງ​ຕົນ ແລະ ຖາມ​ວ່າ, “ພວກເຮົາ​ຈະ​ຕ້ອງການ​ພະຍານ​ຕື່ມ​ອີກ​ເຮັດຫຍັງ?


ມີ​ບາງຄົນ​ໃນ​ພວກເຂົາ​ໄດ້​ເລີ່ມ​ຖົ່ມ​ນ້ຳລາຍ​ໃສ່​ພຣະອົງ, ພວກເຂົາ​ເອົາ​ຜ້າ​ປິດ​ຕາ​ພຣະອົງ ແລະ ທຸບຕີ​ພຣະອົງ​ດ້ວຍ​ກຳປັ້ນ​ຂອງ​ພວກເຂົາ ແລະ ເວົ້າ​ວ່າ, “ທວາຍ​ເບິ່ງ​ດູ” ແມ່ນ​ຜູ້ໃດ​ຕີ​ເຈົ້າ ແລ້ວ​ພວກ​ຍາມ​ກໍ​ເອົາ​ພຣະອົງ​ໄປ ແລະ ທຸບຕີ​ພຣະອົງ.


ເພາະ​ພຣະອົງ​ກຳລັງ​ສັ່ງສອນ​ພວກສາວົກ​ຢູ່. ພຣະອົງ​ກ່າວ​ກັບ​ພວກເພິ່ນ​ວ່າ, “ບຸດມະນຸດ​ຈະ​ຖືກ​ມອບໄວ້​ໃນ​ມື​ຂອງ​ມະນຸດ. ພວກເຂົາ​ຈະ​ຂ້າ​ເພິ່ນ, ແລະ ຫລັງຈາກ​ສາມ​ວັນ​ພຣະອົງ​ຈະ​ເປັນຄືນມາຈາກຕາຍ”.


ຫລັງຈາກນັ້ນ ເຮໂຣດ​ກັບ​ບັນດາ​ທະຫານ​ຂອງ​ຕົນ​ກໍ​ໄດ້​ເຢາະເຢີ້ຍ ແລະ ໄດ້​ດູໝິ່ນ​ພຣະອົງ, ເອົາ​ເສື້ອຄຸມ​ທີ່​ສະຫງ່າງາມ​ມາ​ນຸ່ງ​ໃຫ້​ພຣະອົງ ແລ້ວ​ສົ່ງ​ພຣະອົງ​ກັບ​ຄືນ​ໄປ​ຫາ​ປີລາດ.


ເພາະ​ກົດບັນຍັດ​ໄດ້​ຖືກ​ມອບ​ໃຫ້​ຜ່ານ​ທາງ​ໂມເຊ, ສ່ວນ​ພຣະຄຸນ ແລະ ຄວາມຈິງ​ນັ້ນ​ໄດ້​ມາ​ໂດຍ​ທາງ​ພຣະເຢຊູຄຣິດເຈົ້າ.


ແລະ ເວົ້າ​ວ່າ, “ທຸກຄົນ​ກໍ​ເຄີຍ​ເອົາ​ເຫລົ້າອະງຸ່ນ​ອັນ​ດີ​ມາ​ໃຫ້​ດື່ມ​ກ່ອນ ແລະ ເມື່ອ​ແຂກ​ທັງຫລາຍ​ດື່ມ​ຫລາຍ​ແລ້ວ​ຈຶ່ງ​ເອົາ​ເຫລົ້າອະງຸ່ນ​ລາຄາ​ຖືກ​ກວ່າ​ມາ​ໃຫ້ ແຕ່​ເຈົ້າ​ພັດ​ເກັບ​ເຫລົ້າອະງຸ່ນ​ທີ່​ດີ​ທີ່ສຸດ​ໄວ້​ຈົນ​ເຖິງ​ດຽວນີ້”.


ພຣະອົງ​ຖືກ​ຝັງ​ໄວ້, ໃນ​ວັນ​ທີສາມ​ພຣະອົງ​ເປັນຄືນມາຈາກຕາຍ​ຕາມ​ທີ່​ໄດ້​ຂຽນ​ໄວ້​ໃນ​ພຣະຄຳພີ


Jiwasaru arktasipxañani:

Anuncios ukanaka


Anuncios ukanaka