Biblia Todo Logo
Internet tuqin Biblia

- Anuncios ukanaka -




ມາຣະໂກ 10:2 - ພຣະຄຳພີລາວສະບັບສະໄໝໃໝ່

2 ພວກ​ຟາຣີຊາຍ​ບາງຄົນ​ໄດ້​ມາ​ທົດລອງ​ພຣະອົງ​ໂດຍ​ຖາມ​ພຣະອົງ​ວ່າ, “ເປັນ​ການ​ຖືກຕ້ອງ​ຕາມ​ກົດບັນຍັດ​ທີ່​ຜູ້ຊາຍ​ຈະ​ຢ່າຮ້າງ​ເມຍ​ຂອງ​ຕົນ​ແມ່ນ​ບໍ?”

Uka jalj uñjjattʼäta Copia luraña

ພຣະຄຳພີສັກສິ

2 ພວກ​ຟາຣີຊາຍ​ໄດ້​ມາ​ຫາ​ພຣະເຢຊູເຈົ້າ ເພື່ອ​ທົດລອງ​ພຣະອົງ ພວກເຂົາ​ຖາມ​ວ່າ, “ຕາມ​ກົດບັນຍັດ​ຜູ້ຊາຍ​ຢ່າຮ້າງ​ເມຍ​ຂອງຕົນ​ໄດ້​ບໍ?”

Uka jalj uñjjattʼäta Copia luraña




ມາຣະໂກ 10:2
25 Jak'a apnaqawi uñst'ayäwi  

ແລ້ວ​ພວກສາວົກ​ກໍ​ມາ​ຫາ​ພຣະອົງ ແລະ ຖາມ​ວ່າ, “ພຣະອົງ​ຮູ້​ບໍ່​ວ່າ​ພວກ​ຟາຣີຊາຍ​ເຄືອງໃຈ​ຫລາຍ​ທີ່​ພວກເຂົາ​ໄດ້​ຍິນ​ຢ່າງ​ນີ້?”


ພວກ​ຟາຣີຊາຍ ແລະ ພວກ​ຊາດູກາຍ​ໄດ້​ມາ​ຫາ​ພຣະເຢຊູເຈົ້າ ແລະ ໄດ້​ທົດລອງ​ພຣະອົງ​ໂດຍ​ຂໍ​ໃຫ້​ພຣະອົງ​ສະແດງ​ໝາຍສຳຄັນ​ຢ່າງ​ໜຶ່ງ​ຈາກ​ສະຫວັນ.


ພວກ​ຟາຣີຊາຍ​ບາງຄົນ​ໄດ້​ມາ​ຫາ​ພຣະອົງ​ເພື່ອ​ທົດລອງ​ພຣະອົງ. ພວກເຂົາ​ຖາມ​ວ່າ, “ເປັນ​ການ​ຖືກຕ້ອງ​ຕາມ​ກົດບັນຍັດ​ທີ່​ຜູ້ຊາຍ​ຈະ​ຢ່າຮ້າງ​ເມຍ​ຂອງ​ຕົນ​ເພາະ​ສາເຫດ​ໃດ​ກໍ​ຕາມ​ແມ່ນ​ບໍ?”


ຄົນ​ໜຶ່ງ​ໃນ​ພວກເຂົາ​ທີ່​ເປັນ​ຜູ້ຊຳນານ​ດ້ານ​ກົດບັນຍັດ​ກໍ​ໄດ້​ທົດລອງ​ພຣະອົງ​ໂດຍ​ຖາມ​ວ່າ:


“ວິບັດ​ແກ່​ພວກເຈົ້າ ຄູສອນກົດບັນຍັດ ແລະ ຟາຣີຊາຍ ພວກ​ຄົນໜ້າຊື່ໃຈຄົດ! ພວກເຈົ້າ​ອັດ​ປະຕູ​ອານາຈັກ​ສະຫວັນ​ຕັນ​ໜ້າ​ຄົນ. ດ້ວຍວ່າ ພວກເຈົ້າ​ເອງ​ບໍ່​ເຂົ້າ​ໄປ​ແລ້ວ​ຍັງ​ຂັດຂວາງ​ຄົນ​ທີ່​ພະຍາຍາມ​ຈະ​ເຂົ້າ​ໄປ.


ແຕ່​ພວກ​ຟາຣີຊາຍ​ເວົ້າ​ວ່າ, “ໂດຍ​ອຳນາດ​ຂອງ​ນາຍ​ຜີມານຮ້າຍ ລາວ​ຈຶ່ງ​ຂັບໄລ່​ພວກ​ຜີມານຮ້າຍ​ອອກ​ໄດ້”.


ຕໍ່ມາ ພຣະເຢຊູເຈົ້າ​ກໍ​ອອກຈາກ​ທີ່​ນັ້ນ​ໄປ​ຍັງ​ແຂວງ​ຢູດາຍ ແລ້ວ​ພຣະອົງ​ກໍ​ຂ້າມ​ແມ່ນ້ຳຈໍແດນ​ທາງ​ຟາກ​ເບື້ອງ​ນັ້ນ. ມີ​ປະຊາຊົນ​ຈໍານວນ​ຫລວງຫລາຍ​ໄດ້​ມາ​ຫາ​ພຣະອົງ​ອີກ, ແລະ ພຣະອົງ​ກໍ​ໄດ້​ສັ່ງສອນ​ພວກເຂົາ​ເໝືອນດັ່ງ​ທີ່​ພຣະອົງ​ເຄີຍ​ເຮັດ​ມາ.


ພຣະເຢຊູເຈົ້າ​ຕອບ​ພວກເຂົາ​ວ່າ, “ໂມເຊ​ໄດ້​ໃຫ້​ຂໍ້​ຄຳສັ່ງ​ໄວ້​ຢ່າງ​ໃດ?”


ພວກ​ຟາຣີຊາຍ​ໄດ້​ມາ​ຫາ ແລະ ເລີ່ມ​ຖາມ​ພຣະເຢຊູເຈົ້າ. ເພື່ອ​ທົດລອງ​ພຣະອົງ ພວກເຂົາ​ຂໍ​ໃຫ້​ພຣະອົງ​ສະແດງ​ໝາຍສຳຄັນ​ຢ່າງ​ໜຶ່ງ​ຈາກ​ສະຫວັນ.


ພຣະເຢຊູເຈົ້າ​ກ່າວ​ເຕືອນ​ພວກເພິ່ນ​ວ່າ, “ຈົ່ງ​ລະວັງ​ເຊື້ອແປ້ງ​ຂອງ​ພວກ​ຟາຣີຊາຍ ແລະ ເຊື້ອແປ້ງ​ຂອງ​ເຮໂຣດ​ໃຫ້​ດີ”.


ແລ້ວ​ອົງພຣະຜູ້ເປັນເຈົ້າ​ໄດ້​ກ່າວ​ກັບ​ລາວ​ວ່າ, “ບັດນີ້, ເຈົ້າ ພວກ​ຟາຣີຊາຍ​ເອີຍ, ພວກເຈົ້າ​ລ້າງ​ຈອກ ແລະ ຖ້ວຍຊາມ​ໃຫ້​ສະອາດ​ແຕ່​ພາຍນອກ ແຕ່​ພາຍໃນ​ຂອງ​ພວກເຈົ້າ​ນັ້ນ​ເຕັມ​ໄປ​ດ້ວຍ​ຄວາມໂລບ ແລະ ຄວາມ​ຊົ່ວຮ້າຍ.


ຝ່າຍ​ພວກ​ຟາຣີຊາຍ​ຜູ້​ທີ່​ຮັກເງິນ​ເມື່ອ​ໄດ້​ຍິນ​ເລື່ອງ​ທັງ​ໝົດ​ນີ້​ແລ້ວ​ກໍ​ເຢາະເຢີ້ຍ​ພຣະເຢຊູເຈົ້າ.


ແຕ່​ພວກ​ຟາຣີຊາຍ ແລະ ພວກ​ຄູສອນກົດບັນຍັດ ຜູ້​ທີ່​ເປັນ​ຝ່າຍ​ຂອງ​ພວກເຂົາ ໄດ້​ຈົ່ມ​ຕຳໜິ​ຕໍ່​ພວກສາວົກ​ຂອງ​ພຣະອົງ​ວ່າ, “ເປັນຫຍັງ​ພວກເຈົ້າ​ຈຶ່ງ​ກິນ​ອາຫານ ແລະ ດື່ມ​ຮ່ວມ​ກັບ​ຄົນເກັບພາສີ ແລະ ຄົນບາບ?”


ພວກ​ຟາຣີຊາຍ ແລະ ພວກ​ຄູສອນກົດບັນຍັດ​ກຳລັງ​ຈ້ອງ​ຈັບ​ຜິດ​ພຣະເຢຊູເຈົ້າ, ດັ່ງນັ້ນ ພວກເຂົາ​ຈຶ່ງ​ຕິດຕາມ​ພຣະອົງ​ຢ່າງ​ໃກ້ຊິດ​ເພື່ອ​ເບິ່ງ​ວ່າ​ພຣະອົງ​ຈະ​ຮັກສາ​ຄົນເຈັບ​ໃນ​ວັນຊະບາໂຕ​ບໍ່.


ແຕ່​ພວກ​ຟາຣີຊາຍ ແລະ ພວກ​ຜູ້ຊຳນານ​ດ້ານ​ກົດບັນຍັດ​ບໍ່​ຍອມຮັບ​ເຈດຕະນາ​ຂອງ​ພຣະເຈົ້າ​ທີ່​ມີ​ຕໍ່​ພວກເຂົາ, ເພາະ​ພວກເຂົາ​ບໍ່​ໄດ້​ບັບຕິສະມາ​ຈາກ​ໂຢຮັນ.)


ແລ້ວ​ພວກຫົວໜ້າ​ປະໂລຫິດ ແລະ ພວກ​ຟາຣີຊາຍ​ຈຶ່ງ​ໄດ້​ເອີ້ນ​ປະຊຸມ​ສະພາ​ແຊນເຮດຣິນ. ພວກເຂົາ​ຖາມ​ກັນ​ວ່າ, “ພວກເຮົາ​ເຮັດ​ຫຍັງ​ໄດ້​ແດ່? ຊາຍ​ຄົນ​ນີ້​ກຳລັງ​ສະແດງ​ໝາຍສຳຄັນ​ຫລາຍ​ຢ່າງ.


ຝ່າຍ​ພວກຫົວໜ້າ​ປະໂລຫິດ ແລະ ພວກ​ຟາຣີຊາຍ​ໄດ້​ອອກ​ຄຳສັ່ງ​ໄວ້​ວ່າ​ຖ້າ​ຜູ້ໃດ​ຮູ້​ວ່າ​ພຣະເຢຊູເຈົ້າ​ຢູ່​ບ່ອນ​ໃດ​ໃຫ້​ມາ​ລາຍງານ, ເພື່ອ​ວ່າ​ພວກເຂົາ​ຈະ​ໄດ້​ໄປ​ຈັບ​ພຣະອົງ.


ພວກ​ຟາຣີຊາຍ​ໄດ້​ຍິນ​ປະຊາຊົນ​ຊິ່ມ​ກັນ​ເລື່ອງ​ພຣະອົງ​ຢ່າງ​ນັ້ນ. ດັ່ງນັ້ນ ພວກ​ຫົວໜ້າ​ປະໂລຫິດ ແລະ ພວກ​ຟາຣີຊາຍ​ຈຶ່ງ​ສົ່ງ​ຄົນຍາມ​ວິຫານ​ໄປ​ຈັບ​ພຣະອົງ.


ມີ​ພວກ​ຜູ້ນຳ ຫລື ພວກ​ຟາຣີຊາຍ​ຄົນ​ໃດ​ແດ່​ທີ່​ໄດ້​ເຊື່ອ​ໃນ​ລາວ?


ພວກເຂົາ​ໃຊ້​ຄຳຖາມ​ນີ້​ເປັນ​ບ້ວງແຮ້ວ​ເພື່ອ​ຊອກຫາ​ເຫດ​ກ່າວຫາ​ພຣະອົງ. ແຕ່​ພຣະເຢຊູເຈົ້າ​ກົ້ມລົງ ແລະ ໃຊ້​ນິ້ວມື​ຂຽນ​ລົງ​ທີ່​ພື້ນດິນ.


ພວກເຮົາ​ບໍ່​ຄວນ​ທົດລອງ​ພຣະຄຣິດເຈົ້າ, ເໝືອນດັ່ງ​ທີ່​ພວກເຂົາ​ບາງຄົນ​ໄດ້​ເຮັດ ແລ້ວ​ພວກເຂົາ​ກໍ​ຖືກ​ຂ້າ​ດ້ວຍ​ງູ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka