Biblia Todo Logo
Internet tuqin Biblia

- Anuncios ukanaka -




ມາຣະໂກ 10:11 - ພຣະຄຳພີລາວສະບັບສະໄໝໃໝ່

11 ພຣະອົງ​ຈຶ່ງ​ຕອບ​ວ່າ, “ຜູ້ໃດ​ທີ່​ຢ່າຮ້າງ​ເມຍ​ຂອງ​ຕົນ​ແລ້ວ​ໄປ​ແຕ່ງງານ​ກັບ​ຍິງ​ອື່ນ ຜູ້​ນັ້ນ​ກໍ​ຫລິ້ນຊູ້.

Uka jalj uñjjattʼäta Copia luraña

ພຣະຄຳພີສັກສິ

11 ພຣະອົງ​ຕອບ​ພວກເພິ່ນ​ວ່າ, “ຊາຍ​ໃດ​ທີ່​ຢ່າຮ້າງ​ເມຍ​ຂອງຕົນ ແລ້ວ​ໄປ​ແຕ່ງງານ​ກັບ​ຍິງ​ອື່ນ ຊາຍ​ຜູ້ນັ້ນ​ກໍ​ເຮັດ​ຜິດ​ໃນ​ຖານ​ຫລິ້ນຊູ້.

Uka jalj uñjjattʼäta Copia luraña




ມາຣະໂກ 10:11
9 Jak'a apnaqawi uñst'ayäwi  

ເຮົາ​ບອກ​ພວກເຈົ້າ​ວ່າ, ຜູ້ໃດ​ຢ່າຮ້າງ​ເມຍ​ຂອງ​ຕົນ​ໂດຍ​ທີ່​ນາງ​ບໍ່​ໄດ້​ຫລິ້ນຊູ້​ກັບ​ຊາຍ​ອື່ນ ແລ້ວ​ໄປ​ແຕ່ງງານ​ກັບ​ຍິງ​ອື່ນ ຜູ້​ນັ້ນ​ກໍ​ຫລິ້ນຊູ້”.


ເມື່ອ​ພວກເພິ່ນ​ກັບ​ເຂົ້າ​ໄປ​ໃນ​ເຮືອນ​ອີກ, ພວກສາວົກ​ກໍ​ໄດ້​ຖາມ​ພຣະເຢຊູເຈົ້າ​ກ່ຽວກັບ​ເລື່ອງ​ນີ້.


“ຜູ້ໃດ​ທີ່​ຢ່າຮ້າງ​ເມຍ​ຂອງ​ຕົນ ແລະ ໄປ​ແຕ່ງງານ​ກັບ​ຍິງ​ອື່ນ ຜູ້​ນັ້ນ​ກໍ​ຫລິ້ນຊູ້ ແລະ ຊາຍ​ໃດ​ທີ່​ແຕ່ງງານ​ກັບ​ຍິງ​ທີ່​ຖືກ​ຢ່າຮ້າງ ຜູ້​ນັ້ນ​ກໍ​ຫລິ້ນຊູ້.


ດັ່ງນັ້ນ ຖ້າ​ນາງ​ໄປ​ມີ​ເພດສຳພັນ​ກັບ​ຊາຍ​ອື່ນ​ຂະນະ​ທີ່​ຜົວ​ຂອງ​ນາງ​ຍັງ​ມີຊີວິດ​ຢູ່​ນາງ​ກໍ​ໄດ້​ຊື່​ວ່າ​ເປັນ​ຍິງ​ຫລິ້ນຊູ້. ແຕ່​ຖ້າ​ຜົວ​ຂອງ​ນາງ​ຕາຍ​ແລ້ວ, ນາງ​ກໍ​ໄດ້​ພົ້ນ​ຈາກ​ກົດ​ນັ້ນ ແລະ ຖ້າ​ນາງ​ໄປ​ແຕ່ງງານ​ກັບ​ຊາຍ​ອື່ນ​ອີກ ນາງ​ກໍ​ບໍ່​ໄດ້​ເປັນ​ຍິງຫລິ້ນຊູ້.


ເມຍ​ບໍ່​ໄດ້​ມີ​ສິດອຳນາດ​ເໜືອ​ຮ່າງກາຍ​ຂອງ​ຕົນເອງ ແຕ່​ຍອມ​ມອບ​ຮ່າງກາຍ​ນັ້ນ​ໃຫ້​ເປັນ​ຂອງ​ຜົວ​ຂອງ​ນາງ. ໃນ​ທຳນອງ​ດຽວ​ກັນ, ຜົວ​ກໍ​ບໍ່​ມີ​ສິດອຳນາດ​ເໜືອ​ຮ່າງກາຍ​ຂອງ​ຕົນເອງ ແຕ່​ຍອມ​ມອບ​ຮ່າງກາຍ​ນັ້ນ​ໃຫ້​ເປັນ​ຂອງ​ເມຍ.


ຈົ່ງ​ໃຫ້​ການແຕ່ງງານ​ເປັນ​ທີ່​ນັບຖື​ສຳລັບ​ທຸກຄົນ ແລະ ຮັກສາ​ຕຽງນອນ​ສົມລົດ​ໃຫ້​ບໍລິສຸດ, ເພາະ​ພຣະເຈົ້າ​ຈະ​ພິພາກສາ​ລົງໂທດ​ແກ່​ຄົນຫລິ້ນຊູ້ ແລະ ທຸກຄົນ​ທີ່​ເຮັດ​ຜິດສິນທຳທາງເພດ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka