Biblia Todo Logo
Internet tuqin Biblia

- Anuncios ukanaka -




ມາຣະໂກ 10:1 - ພຣະຄຳພີລາວສະບັບສະໄໝໃໝ່

1 ຕໍ່ມາ ພຣະເຢຊູເຈົ້າ​ກໍ​ອອກຈາກ​ທີ່​ນັ້ນ​ໄປ​ຍັງ​ແຂວງ​ຢູດາຍ ແລ້ວ​ພຣະອົງ​ກໍ​ຂ້າມ​ແມ່ນ້ຳຈໍແດນ​ທາງ​ຟາກ​ເບື້ອງ​ນັ້ນ. ມີ​ປະຊາຊົນ​ຈໍານວນ​ຫລວງຫລາຍ​ໄດ້​ມາ​ຫາ​ພຣະອົງ​ອີກ, ແລະ ພຣະອົງ​ກໍ​ໄດ້​ສັ່ງສອນ​ພວກເຂົາ​ເໝືອນດັ່ງ​ທີ່​ພຣະອົງ​ເຄີຍ​ເຮັດ​ມາ.

Uka jalj uñjjattʼäta Copia luraña

ພຣະຄຳພີສັກສິ

1 ຕໍ່ມາ ພຣະເຢຊູເຈົ້າ​ໄດ້​ຈາກ​ທີ່​ນັ້ນ​ໄປ​ແຂວງ​ຢູດາຍ ແລ້ວ​ພຣະອົງ​ກໍ​ຂ້າມ​ແມ່ນໍ້າ​ຈໍແດນ​ໄປ​ທາງ​ຟາກ​ເບື້ອງ​ນັ້ນ ປະຊາຊົນ​ໝູ່ໃຫຍ່​ໄດ້​ມາ​ຫາ​ພຣະອົງ​ອີກ ແລະ​ພຣະອົງ​ກໍໄດ້​ສັ່ງສອນ​ພວກເຂົາ​ດັ່ງ​ທີ່​ພຣະອົງ​ເຄີຍ​ເຮັດ​ມາ.

Uka jalj uñjjattʼäta Copia luraña




ມາຣະໂກ 10:1
17 Jak'a apnaqawi uñst'ayäwi  

ໃນ​ຊົ່ວໂມງ​ນັ້ນ​ພຣະເຢຊູເຈົ້າ​ໄດ້​ກ່າວ​ຕໍ່​ປະຊາຊົນ​ທັງຫລາຍ​ວ່າ, “ເຮົາ​ກຳລັງ​ກໍ່​ການກະບົດ​ບໍ, ພວກເຈົ້າ​ຈຶ່ງ​ຖື​ດາບ​ຖື​ໄມ້ຄ້ອນ​ມາ​ຈັບ​ເຮົາ? ເຮົາ​ນັ່ງ​ສັ່ງສອນ​ຢູ່​ໃນ​ເດີ່ນ​ວິຫານ​ທຸກ​ວັນ ແລະ ພວກເຈົ້າ​ກໍ​ບໍ່​ໄດ້​ຈັບ​ເຮົາ.


ພຣະເຢຊູເຈົ້າ​ໄດ້​ເດີນທາງ​ໄປ​ທົ່ວ​ແຂວງ​ຄາລີເລ, ສັ່ງສອນ​ຕາມ​ທຳມະສາລາ​ຂອງ​ພວກເຂົາ, ໄດ້​ປະກາດ​ຂ່າວປະເສີດ​ເລື່ອງ​ອານາຈັກ​ສະຫວັນ ແລະ ຮັກສາ​ຄົນ​ທີ່​ມີ​ພະຍາດໂລຄາ ແລະ ຄົນເຈັບໄຂ້ໄດ້ປ່ວຍ​ທຸກ​ຊະນິດ​ໃນ​ທ່າມກາງ​ປະຊາຊົນ.


ພຣະເຢຊູເຈົ້າ ແລະ ບັນດາ​ສາວົກ​ຂອງ​ພຣະອົງ​ໄດ້​ໄປ​ຍັງ​ເມືອງ​ກາເປນາອູມ, ແລະ ເມື່ອ​ເຖິງ​ວັນຊະບາໂຕ ພຣະເຢຊູເຈົ້າ​ໄດ້​ເຂົ້າ​ໄປ​ໃນ​ທຳມະສາລາ ແລະ ໄດ້​ເລີ່ມຕົ້ນ​ສັ່ງສອນ.


ພວກ​ຟາຣີຊາຍ​ບາງຄົນ​ໄດ້​ມາ​ທົດລອງ​ພຣະອົງ​ໂດຍ​ຖາມ​ພຣະອົງ​ວ່າ, “ເປັນ​ການ​ຖືກຕ້ອງ​ຕາມ​ກົດບັນຍັດ​ທີ່​ຜູ້ຊາຍ​ຈະ​ຢ່າຮ້າງ​ເມຍ​ຂອງ​ຕົນ​ແມ່ນ​ບໍ?”


ໃນຂະນະ​ທີ່​ພຣະເຢຊູເຈົ້າ​ກຳລັງ​ສັ່ງສອນ​ຢູ່​ໃນ​ເດີ່ນ​ວິຫານ, ພຣະອົງ​ໄດ້​ຖາມ​ວ່າ, “ດ້ວຍເຫດໃດ​ພວກ​ຄູສອນກົດບັນຍັດ​ຈຶ່ງ​ເວົ້າ​ໄດ້​ວ່າ​ພຣະຄຣິດເຈົ້າ​ເປັນ​ບຸດ​ຂອງ​ດາວິດ?


ເຮົາ​ຢູ່​ກັບ​ພວກເຈົ້າ, ສັ່ງສອນ​ຢູ່​ໃນ​ເດີ່ນ​ວິຫານ​ທຸກ​ວັນ ແລະ ພວກເຈົ້າ​ກໍ​ບໍ່​ໄດ້​ຈັບ​ເຮົາ. ແຕ່​ຈະ​ຕ້ອງ​ສຳເລັດ​ຕາມ​ທີ່​ກ່າວ​ໄວ້​ໃນ​ພຣະຄຳພີ”.


ອີກ​ຄັ້ງ​ຫນຶ່ງ ພຣະເຢຊູເຈົ້າ​ໄດ້​ອອກ​ໄປ​ທີ່​ແຄມຝັ່ງ​ທະເລສາບ. ປະຊາຊົນ​ຈໍານວນ​ຫລວງຫລາຍ​ໄດ້​ພາກັນ​ມາ​ຫາ​ພຣະອົງ ແລະ ພຣະອົງ​ໄດ້​ສັ່ງສອນ​ພວກເຂົາ.


ພຣະອົງ​ໄດ້​ໃຊ້​ຄຳອຸປະມາ​ຫລາຍ​ເລື່ອງ​ເພື່ອ​ສອນ​ພວກເຂົາ ແລະ ພຣະອົງ​ໄດ້​ສອນ​ວ່າ:


ເມື່ອ​ເຖິງ​ວັນຊະບາໂຕ, ພຣະອົງ​ກໍ​ໄດ້​ເລີ່ມຕົ້ນ​ສັ່ງສອນ​ໃນ​ທຳມະສາລາ ແລະ ຫລາຍ​ຄົນ​ທີ່​ໄດ້​ຟັງ​ພຣະອົງ​ຕ່າງ​ກໍ​ປະຫລາດໃຈ. ພວກເຂົາ​ຖາມ​ວ່າ, “ຊາຍ​ຄົນ​ນີ້​ເອົາ​ຄຳສັ່ງສອນ​ເຫລົ່ານີ້​ມາ​ແຕ່​ໃສ? ສະຕິປັນຍາ​ທີ່​ລາວ​ໄດ້​ຮັບ​ນີ້​ແມ່ນ​ສະຕິປັນຍາ​ຢ່າງ​ໃດ, ຈຶ່ງ​ເຮັດ​ການ​ອັດສະຈັນ​ໄດ້!


ເມື່ອ​ພຣະເຢຊູເຈົ້າ​ອອກ​ຈາກ​ເຮືອ​ມາ​ກໍ​ເຫັນ​ປະຊາຊົນ​ຈໍານວນ​ຫລວງຫລາຍ ພຣະອົງ​ກໍ​ມີ​ໃຈ​ສົງສານ​ພວກເຂົາ, ເພາະ​ພວກເຂົາ​ເປັນ​ເໝືອນ​ແກະ​ທີ່​ບໍ່​ມີ​ຜູ້ລ້ຽງ. ດັ່ງນັ້ນ ພຣະອົງ​ຈຶ່ງ​ເລີ່ມຕົ້ນ​ສັ່ງສອນ​ພວກເຂົາ​ຫລາຍ​ເລື່ອງ.


ແລະ ພຣະອົງ​ປະຫລາດໃຈ​ໃນ​ຄວາມ​ບໍ່ເຊື່ອ​ຂອງ​ພວກເຂົາ. ຫລັງຈາກ​ນັ້ນ ພຣະເຢຊູເຈົ້າ​ໄດ້​ສັ່ງສອນ​ຕາມ​ບ້ານ​ຕ່າງໆ​ທີ່​ຢູ່​ອ້ອມຮອບ​ເຂດ​ນັ້ນ.


ຫລັງຈາກ​ນັ້ນ ພຣະເຢຊູເຈົ້າ​ຂ້າມ​ແມ່ນ້ຳຈໍແດນ​ກັບ​ໄປ​ຍັງ​ບ່ອນ​ທີ່​ໂຢຮັນ​ເຄີຍ​ໃຫ້​ຮັບ​ບັບຕິສະມາ. ພຣະອົງ​ຢູ່​ທີ່​ນັ້ນ,


ແລະ ຫລັງຈາກ​ນັ້ນ ພຣະອົງ​ຈຶ່ງ​ກ່າວ​ກັບ​ພວກສາວົກ​ວ່າ, “ໃຫ້​ພວກເຮົາ​ກັບ​ໄປ​ແຂວງ​ຢູດາຍ”.


ພຣະເຢຊູເຈົ້າ​ຕອບ​ວ່າ, “ເຮົາ​ໄດ້​ກ່າວ​ກັບ​ໂລກ​ຢ່າງ​ເປີດເຜີຍ. ເຮົາ​ໄດ້​ສັ່ງສອນ​ໃນ​ທຳມະສາລາ ຫລື ໃນ​ວິຫານ​ຢູ່​ສະເໝີ, ສະຖານ​ທີ່​ເຫລົ່ານີ້​ເປັນ​ບ່ອນ​ທີ່​ຊາວຢິວ​ທັງໝົດ​ມາ​ເຕົ້າໂຮມ​ກັນ. ເຮົາ​ບໍ່​ໄດ້​ເວົ້າ​ສິ່ງ​ໃດ​ທີ່​ເປັນ​ຄວາມລັບ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka