Biblia Todo Logo
Internet tuqin Biblia

- Anuncios ukanaka -




ມາຣະໂກ 1:7 - ພຣະຄຳພີລາວສະບັບສະໄໝໃໝ່

7 ແລະ ນີ້​ແມ່ນ​ຂໍ້ຄວາມ​ຂອງ​ເພິ່ນ​ຄື: “ຜູ້​ທີ່​ຈະ​ມາ​ພາຍຫລັງ​ເຮົາ​ກໍ​ຍິ່ງໃຫຍ່​ກວ່າ​ເຮົາ, ເຊິ່ງ​ເຮົາ​ບໍ່​ສົມຄວນ​ແມ່ນ​ແຕ່​ຈະ​ກົ້ມລົງ​ແກ້​ສາຍຮັດເກີບ​ຂອງ​ເພິ່ນ.

Uka jalj uñjjattʼäta Copia luraña

ພຣະຄຳພີສັກສິ

7 ເພິ່ນ​ໄດ້​ປະກາດ​ແກ່​ປະຊາຊົນ​ວ່າ, “ຜູ້​ທີ່​ຈະ​ມາ​ພາຍ​ຫລັງ​ເຮົາ ກໍ​ຍິ່ງໃຫຍ່​ກວ່າ​ເຮົາ ຊຶ່ງ​ເຮົາ​ບໍ່​ສົມຄວນ​ທີ່​ຈະ​ກົ້ມ​ລົງ​ແກ້ ແມ່ນແຕ່​ສາຍ​ຮັດ​ເກີບ​ຂອງ​ເພິ່ນ.

Uka jalj uñjjattʼäta Copia luraña




ມາຣະໂກ 1:7
11 Jak'a apnaqawi uñst'ayäwi  

“ເຮົາ​ໃຫ້​ພວກເຈົ້າ​ບັບຕິສະມາ​ດ້ວຍ​ນ້ຳ​ເພື່ອ​ການ​ຖິ້ມໃຈເກົ່າເອົາໃຈໃໝ່. ແຕ່​ຜູ້​ທີ່​ຈະ​ມາ​ພາຍຫລັງ​ເຮົາ​ກໍ​ມີ​ລິດອຳນາດ​ຍິ່ງໃຫຍ່​ກວ່າ​ເຮົາ​ອີກ, ເຊິ່ງ​ເຮົາ​ບໍ່​ສົມຄວນ​ແມ່ນແຕ່​ຈະ​ຈັບ​ເກີບ​ຂອງ​ເພິ່ນ. ເພິ່ນ​ຈະ​ໃຫ້​ພວກເຈົ້າ​ທັງຫລາຍ​ຮັບບັບຕິສະມາ​ດ້ວຍ​ພຣະວິນຍານບໍລິສຸດເຈົ້າ ແລະ ດ້ວຍ​ໄຟ.


ແຕ່​ໂຢຮັນ​ພະຍາຍາມ​ຂັດຂວາງ​ພຣະອົງ​ໂດຍ​ກ່າວ​ວ່າ, “ຂ້ານ້ອຍ​ຄວນ​ຈະ​ຂໍ​ຮັບ​ບັບຕິສະມາ​ຈາກ​ພຣະອົງ ແລະ ເປັນ​ການ​ສົມຄວນ​ບໍ​ທີ່​ພຣະອົງ​ມາ​ຫາ​ຂ້ານ້ອຍ?”


ໂຢຮັນ​ນຸ່ງເຄື່ອງ​ທີ່​ເຮັດ​ຈາກ​ຂົນ​ອູດ ເພິ່ນ​ຮັດ​ແອວ​ຂອງ​ເພິ່ນ​ດ້ວຍ​ສາຍແອວ​ໜັງ ແລະ ເພິ່ນ​ກິນ​ຕັກແຕນ ແລະ ນ້ຳເຜິ້ງ​ປ່າ.


ເຮົາ​ໃຫ້​ພວກເຈົ້າ​ທັງຫລາຍ​ບັບຕິສະມາ​ດ້ວຍ​ນ້ຳ ແຕ່​ພຣະອົງ​ຈະ​ໃຫ້​ພວກເຈົ້າ​ທັງຫລາຍ​ບັບຕິສະມາ​ດ້ວຍ​ພຣະວິນຍານບໍລິສຸດເຈົ້າ”.


ໂຢຮັນ​ຕອບ​ພວກເຂົາ​ທັງໝົດ​ວ່າ, “ເຮົາ​ໃຫ້​ພວກເຈົ້າ​ຮັບ​ບັບຕິສະມາ​ດ້ວຍ​ນ້ຳ. ແຕ່​ມີ​ຜູ້​ໜຶ່ງ​ທີ່​ມີ​ລິດອຳນາດ​ໃຫຍ່​ກວ່າ​ເຮົາ​ຈະ​ມາ ເຮົາ​ບໍ່​ສົມຄວນ​ແມ່ນ​ແຕ່​ຈະ​ແກ້​ສາຍຮັດ​ເກີບ​ໃຫ້​ເພິ່ນ. ພຣະອົງ​ຈະ​ໃຫ້​ພວກເຈົ້າ​ຮັບ​ບັບຕິສະມາ​ດ້ວຍ​ພຣະວິນຍານບໍລິສຸດເຈົ້າ ແລະ ດ້ວຍ​ໄຟ.


ພຣະອົງ​ເປັນ​ຜູ້​ທີ່​ຈະ​ມາ​ພາຍຫລັງ​ເຮົາ, ເຮົາ​ບໍ່​ສົມຄວນ​ແມ່ນແຕ່​ຈະ​ແກ້​ສາຍ​ຮັດ​ເກີບ​ຂອງ​ເພິ່ນ”.


ເມື່ອ​ໂຢຮັນ​ໃກ້​ຈະ​ສຳເລັດ​ພາລະກິດ​ຂອງ​ຕົນ​ແລ້ວ, ເພິ່ນ​ໄດ້​ກ່າວ​ວ່າ: ‘ພວກເຈົ້າ​ທັງຫລາຍ​ຄິດ​ວ່າ​ຂ້າພະເຈົ້າ​ແມ່ນ​ຜູ້ໃດ? ຂ້າພະເຈົ້າ​ບໍ່​ແມ່ນ​ຜູ້​ທີ່​ພວກເຈົ້າ​ກຳລັງ​ຊອກຫາ​ຢູ່​ນັ້ນ. ແຕ່​ມີ​ຜູ້​ໜຶ່ງ​ກຳລັງ​ຈະ​ມາ​ພາຍຫລັງ​ຂ້າພະເຈົ້າ ຜູ້​ທີ່​ຂ້າພະເຈົ້າ​ບໍ່​ສົມຄວນ​ແມ່ນ​ແຕ່​ຈະ​ແກ້​ສາຍຮັດ​ເກີບ​ຂອງ​ເພິ່ນ’.


ໂປໂລ​ຈຶ່ງ​ເວົ້າ​ວ່າ, “ບັບຕິສະມາ​ຂອງ​ໂຢຮັນ​ຄື​ບັບຕິສະມາ​ແຫ່ງ​ການ​ຖິ້ມໃຈເກົ່າເອົາໃຈໃໝ່. ໂຢຮັນ​ໄດ້​ບອກ​ຄົນ​ໃຫ້​ເຊື່ອ​ໃນ​ພຣະອົງ​ຜູ້​ທີ່​ມາ​ພາຍ​ຫລັງ​ຕົນ, ຄື​ໃຫ້​ເຊື່ອ​ໃນ​ພຣະເຢຊູເຈົ້າ”.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka