Biblia Todo Logo
Internet tuqin Biblia

- Anuncios ukanaka -




ມາຣະໂກ 1:44 - ພຣະຄຳພີລາວສະບັບສະໄໝໃໝ່

44 “ຈົ່ງ​ລະວັງ​ຢ່າ​ບອກ​ເລື່ອງ​ນີ້​ແກ່​ຜູ້ໃດ ແຕ່​ຈົ່ງ​ໄປ​ສະແດງ​ໂຕ​ຕໍ່​ປະໂລຫິດ ແລະ ຖວາຍ​ເຄື່ອງບູຊາ​ຕາມ​ທີ່​ໂມເຊ​ໄດ້​ສັ່ງ​ໄວ້, ເພື່ອ​ເປັນ​ພະຍານ​ໃຫ້​ແກ່​ຄົນ​ທັງຫລາຍ​ວ່າ​ເຈົ້າ​ດີ​ສະອາດ​ແລ້ວ”.

Uka jalj uñjjattʼäta Copia luraña

ພຣະຄຳພີສັກສິ

44 ໂດຍ​ສັ່ງ​ໃຫ້​ລາວ​ວ່າ, “ຢ່າ​ບອກ​ເລື່ອງ​ນີ້​ສູ່​ຜູ້ໃດ​ຟັງ​ເປັນ​ອັນ​ຂາດ ແຕ່​ຈົ່ງ​ໄປ​ຫາ​ປະໂຣຫິດ​ເພື່ອ​ໃຫ້​ເພິ່ນ​ກວດເບິ່ງ​ເຈົ້າ​ວ່າ​ດີ​ສະອາດ​ແລ້ວ ຕໍ່​ຈາກ​ນັ້ນ​ໃຫ້​ເຈົ້າ​ຖວາຍ​ເຄື່ອງ​ບູຊາ​ຕາມ​ທີ່​ໂມເຊ​ໄດ້​ສັ່ງ​ໄວ້ ເພື່ອ​ເປັນ​ຫຼັກຖານ​ຢັ້ງຢືນ​ວ່າ ເຈົ້າ​ດີ​ສະອາດ​ແລ້ວ.”

Uka jalj uñjjattʼäta Copia luraña




ມາຣະໂກ 1:44
9 Jak'a apnaqawi uñst'ayäwi  

ແລ້ວ​ພຣະເຢຊູເຈົ້າ​ໄດ້​ກ່າວ​ກັບ​ລາວ​ວ່າ, “ຈົ່ງ​ລະວັງ ຢ່າ​ບອກ​ເລື່ອງ​ນີ້​ແກ່​ຜູ້ໃດ. ແຕ່​ຈົ່ງ​ໄປ​ສະແດງ​ໂຕ​ຕໍ່​ປະໂລຫິດ ແລະ ຖວາຍ​ເຄື່ອງບູຊາ​ຕາມ​ທີ່​ໂມເຊ​ໄດ້​ສັ່ງ​ໄວ້, ເພື່ອ​ເປັນ​ພະຍານ​ແກ່​ຄົນ​ທັງຫລາຍ​ວ່າ​ເຈົ້າ​ດີ​ສະອາດ​ແລ້ວ”.


ແລ້ວ​ພຣະເຢຊູເຈົ້າ​ໄດ້​ສົ່ງ​ລາວ​ໜີ​ໄປ​ທັນທີ ພ້ອມ​ກັບ​ເຕືອນ​ຢ່າງ​ເຂັ້ມງວດ​ວ່າ:


ເມື່ອ​ພຣະອົງ​ເຫັນ​ພວກເຂົາ​ກໍ​ກ່າວ​ວ່າ, “ຈົ່ງ​ໄປ​ສະແດງ​ໂຕ​ກັບ​ພວກ​ປະໂລຫິດ”. ຂະນະ​ທີ່​ພວກເຂົາ​ກຳລັງ​ຍ່າງ​ໄປ​ນັ້ນ ພວກເຂົາ​ກໍ​ຫາຍດີ.


ແລ້ວ​ພຣະເຢຊູເຈົ້າ​ໄດ້​ສັ່ງ​ລາວ​ວ່າ, “ຢ່າ​ບອກ​ຜູ້ໃດ ແຕ່​ຈົ່ງ​ໄປ​ສະແດງ​ໂຕ​ຕໍ່​ປະໂລຫິດ ແລະ ຖວາຍ​ເຄື່ອງບູຊາ​ຕາມ​ທີ່​ໂມເຊ​ໄດ້​ສັ່ງ​ໄວ້, ເພື່ອ​ເປັນ​ພະຍານ​ໃຫ້​ຄົນ​ທັງຫລາຍ​ວ່າ​ເຈົ້າ​ດີ​ສະອາດ​ແລ້ວ”.


ນາຍພັນ​ຈຶ່ງ​ໃຫ້​ຊາຍໜຸ່ມ​ນັ້ນ​ໄປ ແລະ ເຕືອນ​ລາວ​ວ່າ: “ຢ່າ​ບອກ​ຜູ້ໃດ​ວ່າ​ເຈົ້າ​ໄດ້​ມາ​ລາຍງານ​ເລື່ອງ​ນີ້​ສູ່​ຂ້ອຍ​ຟັງ”.


ເພາະ​ທຸກ​ສິ່ງ​ທີ່​ຂຽນ​ໄວ້​ໃນ​ອະດີດ​ກໍ​ຂຽນ​ຂຶ້ນ​ເພື່ອ​ສັ່ງສອນ​ພວກເຮົາ, ເພື່ອ​ວ່າ​ພວກເຮົາ​ຈະ​ໄດ້​ມີ​ຄວາມຫວັງ​ໂດຍ​ຄວາມອົດທົນ ແລະ ມີ​ກຳລັງໃຈ​ຈາກ​ພຣະຄຳພີ.


ສິ່ງ​ເຫລົ່ານີ້​ໄດ້​ເກີດຂຶ້ນ​ແກ່​ພວກເຂົາ​ກໍ​ເພື່ອ​ເປັນ​ຕົວຢ່າງ ແລະ ໄດ້​ບັນທຶກ​ໄວ້​ເພື່ອ​ເປັນ​ການເຕືອນ​ພວກເຮົາ ຜູ້​ທີ່​ຢູ່​ໃນ​ຈຸດ​ສູງສຸດ​ຂອງ​ຍຸກ​ທີ່​ໄດ້​ມາເຖິງ​ແລ້ວ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka