Biblia Todo Logo
Internet tuqin Biblia

- Anuncios ukanaka -




ມາຣະໂກ 1:41 - ພຣະຄຳພີລາວສະບັບສະໄໝໃໝ່

41 ພຣະເຢຊູເຈົ້າ​ໃຈຮ້າຍ. ພຣະອົງ​ເດ່​ມື​ອອກ​ໄປ​ແຕະຕ້ອງ​ລາວ ແລະ ກ່າວ​ວ່າ, “ເຮົາ​ພໍໃຈ​ຈະ​ຮັກສາ ຈົ່ງ​ດີ​ສະອາດ​ສາ!”

Uka jalj uñjjattʼäta Copia luraña

ພຣະຄຳພີສັກສິ

41 ພຣະເຢຊູເຈົ້າ​ມີ​ໃຈ​ສົງສານ​ຄົນ​ນັ້ນ ຈຶ່ງ​ເດ່​ມື​ອອກ​ໄປ​ແຕະຕ້ອງ​ລາວ​ໂດຍ​ກ່າວ​ວ່າ, “ເຮົາ​ພໍໃຈ​ແລ້ວ ຈົ່ງ​ດີ​ສະອາດ​ສາ.”

Uka jalj uñjjattʼäta Copia luraña




ມາຣະໂກ 1:41
12 Jak'a apnaqawi uñst'ayäwi  

ເມື່ອ​ພຣະອົງ​ແນມ​ເຫັນ​ປະຊາຊົນ​ຈໍານວນ​ຫລວງຫລາຍ ພຣະອົງ​ກໍ​ມີ​ໃຈ​ສົງສານ​ພວກເຂົາ ເພາະ​ພວກເຂົາ​ຖືກ​ລົບກວນ ແລະ ຂາດ​ທີ່​ເພິ່ງພາ​ເໝືອນ​ແກະ​ທີ່​ບໍ່​ມີ​ຜູ້ລ້ຽງ.


ມີ​ຊາຍ​ຄົນ​ໜຶ່ງ​ທີ່​ເປັນ​ພະຍາດຂີ້ທູດ​ໄດ້​ມາ​ຫາ​ພຣະເຢຊູເຈົ້າ ແລະ ຄຸເຂົ່າ​ລົງ​ອ້ອນວອນ​ຂໍ​ພຣະອົງ​ວ່າ, “ຖ້າ​ພຣະອົງ​ເຕັມໃຈ ພຣະອົງ​ກໍ​ສາມາດ​ເຮັດ​ໃຫ້​ຂ້ານ້ອຍ​ດີ​ສະອາດ​ໄດ້”.


ໃນທັນໃດ​ນັ້ນ ພະຍາດ​ຂີ້ທູດ​ກໍ​ຫາຍ​ໄປ​ຈາກ​ຊາຍ​ຄົນ​ນີ້ ແລະ ລາວ​ຈຶ່ງ​ດີ​ສະອາດ.


ພຣະອົງ​ຈຶ່ງ​ຕື່ນ​ຂຶ້ນ​ມາ, ສັ່ງຫ້າມ​ລົມພະຍຸ ແລະ ຄື້ນທະເລ​ວ່າ, “ຈົ່ງ​ມິດ! ງຽບສະຫງົບ​ແມ!” ແລ້ວ​ລົມພະຍຸ​ກໍ​ຢຸດ​ພັດ ແລະ ຄື້ນທະເລ​ກໍ​ສະຫງົບ​ລົງ.


ພຣະອົງ​ຈັບ​ມື​ເດັກນ້ອຍ ແລະ ກ່າວ​ຕໍ່​ນາງ​ວ່າ, “ຕາລີທາ ກຸມ!” (ເຊິ່ງ​ແປ​ວ່າ “ນາງ​ນ້ອຍ​ເອີຍ, ເຮົາ​ບອກ​ເຈົ້າ​ວ່າ, ຈົ່ງ​ລຸກຂຶ້ນ!”).


ເມື່ອ​ພຣະເຢຊູເຈົ້າ​ອອກ​ຈາກ​ເຮືອ​ມາ​ກໍ​ເຫັນ​ປະຊາຊົນ​ຈໍານວນ​ຫລວງຫລາຍ ພຣະອົງ​ກໍ​ມີ​ໃຈ​ສົງສານ​ພວກເຂົາ, ເພາະ​ພວກເຂົາ​ເປັນ​ເໝືອນ​ແກະ​ທີ່​ບໍ່​ມີ​ຜູ້ລ້ຽງ. ດັ່ງນັ້ນ ພຣະອົງ​ຈຶ່ງ​ເລີ່ມຕົ້ນ​ສັ່ງສອນ​ພວກເຂົາ​ຫລາຍ​ເລື່ອງ.


ພຣະບຸດ​ເປັນ​ແສງສະທ້ອນ​ແຫ່ງ​ສະຫງ່າລາສີ​ຂອງ​ພຣະເຈົ້າ ແລະ ເປັນ​ເໝືອນ​ພຣະເຈົ້າ​ທຸກ​ປະການ ແລະ ໄດ້​ຄ້ຳຊູ​ສັບພະສິ່ງ​ໄວ້​ດ້ວຍ​ຖ້ອຍຄຳ​ທີ່​ມີ​ລິດອຳນາດ​ຂອງ​ພຣະອົງ. ຫລັງ​ຈາກ​ທີ່​ພຣະອົງ​ໄດ້​ຊຳລະ​ບາບ​ແລ້ວ, ພຣະອົງ​ຈຶ່ງ​ໄດ້​ນັ່ງ​ລົງ​ທີ່​ເບື້ອງຂວາ​ມື​ຂອງ​ອົງ​ຜູ້​ມີ​ບາລະມີ​ໃນ​ສະຫວັນ


ດ້ວຍ​ເຫດ​ນີ້ ພຣະອົງ​ຈຶ່ງ​ຕ້ອງ​ເປັນ​ເໝືອນ​ກັບ​ພວກເຂົາ, ເປັນ​ມະນຸດ​ໂດຍ​ສົມບູນ​ໃນ​ທຸກ​ດ້ານ ເພື່ອ​ພຣະອົງ​ຈະ​ໄດ້​ກາຍເປັນ​ມະຫາ​ປະໂລຫິດ​ຜູ້​ເຕັມ​ດ້ວຍ​ຄວາມ​ເມດຕາ ແລະ ຄວາມ​ສັດຊື່​ໃນ​ການຮັບໃຊ້​ພຣະເຈົ້າ ແລະ ເພື່ອ​ພຣະອົງ​ຈະ​ໄດ້​ຊົດໃຊ້​ຄວາມບາບ​ຂອງ​ຄົນ​ທັງຫລາຍ.


ເພາະ​ພວກເຮົາ​ບໍ່​ໄດ້​ມີ​ມະຫາ​ປະໂລຫິດ​ທີ່​ບໍ່​ສາມາດ​ຈະ​ເຫັນອົກເຫັນໃຈ​ໃນ​ຄວາມອ່ອນແອ​ທັງ​ຫລາຍ​ຂອງ​ພວກເຮົາ, ແຕ່​ພວກເຮົາ​ມີ​ພຣະອົງ​ຜູ້​ທີ່​ຖືກ​ທົດລອງ​ໃນ​ທຸກ​ທາງ​ເໝືອນ​ຢ່າງ​ພວກເຮົາ, ເຖິງປານນັ້ນ​ພຣະອົງ​ກໍ​ຍັງ​ບໍ່​ໄດ້​ເຮັດ​ບາບ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka