Biblia Todo Logo
Internet tuqin Biblia

- Anuncios ukanaka -




ມາຣະໂກ 1:4 - ພຣະຄຳພີລາວສະບັບສະໄໝໃໝ່

4 ແລ້ວ​ໂຢຮັນ​ບັບຕິສະໂຕ​ກໍ​ໄດ້​ປາກົດ​ໂຕ​ໃນ​ຖິ່ນແຫ້ງແລ້ງກັນດານ ແລະ ໄດ້​ເທດສະໜາ​ເລື່ອງ​ການ​ຮັບ​ບັບຕິສະມາ​ທີ່​ສະແດງ​ເຖິງ​ການ​ຖິ້ມໃຈເກົ່າເອົາໃຈໃໝ່ ເພື່ອ​ຮັບ​ການອະໄພ​ບາບ.

Uka jalj uñjjattʼäta Copia luraña

ພຣະຄຳພີສັກສິ

4 ສະນັ້ນ ໂຢຮັນ​ບັບຕິສະໂຕ​ຈຶ່ງ​ໄດ້​ປາກົດ​ຕົວ​ໃນ​ຖິ່ນ​ແຫ້ງແລ້ງ​ກັນດານ ໂດຍ​ໃຫ້​ຮັບ​ບັບຕິສະມາ ແລະ​ປະກາດ. “ຈົ່ງ​ຖິ້ມໃຈເກົ່າ​ເອົາໃຈໃໝ່ ແລະ​ຮັບ​ບັບຕິສະມາ ແລ້ວ​ພຣະເຈົ້າ​ກໍ​ຈະ​ອະໄພ​ການບາບ​ໃຫ້​ທ່ານ.”

Uka jalj uñjjattʼäta Copia luraña




ມາຣະໂກ 1:4
11 Jak'a apnaqawi uñst'ayäwi  

“ເຮົາ​ໃຫ້​ພວກເຈົ້າ​ບັບຕິສະມາ​ດ້ວຍ​ນ້ຳ​ເພື່ອ​ການ​ຖິ້ມໃຈເກົ່າເອົາໃຈໃໝ່. ແຕ່​ຜູ້​ທີ່​ຈະ​ມາ​ພາຍຫລັງ​ເຮົາ​ກໍ​ມີ​ລິດອຳນາດ​ຍິ່ງໃຫຍ່​ກວ່າ​ເຮົາ​ອີກ, ເຊິ່ງ​ເຮົາ​ບໍ່​ສົມຄວນ​ແມ່ນແຕ່​ຈະ​ຈັບ​ເກີບ​ຂອງ​ເພິ່ນ. ເພິ່ນ​ຈະ​ໃຫ້​ພວກເຈົ້າ​ທັງຫລາຍ​ຮັບບັບຕິສະມາ​ດ້ວຍ​ພຣະວິນຍານບໍລິສຸດເຈົ້າ ແລະ ດ້ວຍ​ໄຟ.


ເມື່ອ​ພວກເຂົາ​ສາລະພາບ​ບາບ​ທັງຫລາຍ​ຂອງ​ຕົນ​ແລ້ວ, ໂຢຮັນ​ກໍ​ໃຫ້​ພວກເຂົາ​ຮັບ​ບັບຕິສະມາ​ໃນ​ແມ່ນ້ຳຈໍແດນ.


ປະຊາຊົນ​ທົ່ວ​ແຂວງ​ຢູດາຍ ແລະ ຊາວ​ເຢຣູຊາເລັມ​ທັງໝົດ​ໄດ້​ພາກັນ​ອອກ​ໄປ​ຫາ​ເພິ່ນ. ເມື່ອ​ພວກເຂົາ​ສາລະພາບ​ບາບ​ທັງຫລາຍ​ຂອງ​ຕົນ​ແລ້ວ ໂຢຮັນ​ກໍ​ໃຫ້​ພວກເຂົາ​ຮັບ​ບັບຕິສະມາ​ໃນ​ແມ່ນ້ຳຈໍແດນ.


ເພື່ອ​ຈະ​ໃຫ້​ຄົນ​ຂອງ​ພຣະອົງ​ຮູ້​ເຖິງ​ຄວາມພົ້ນ ຜ່ານ​ການ​ອະໄພ​ບາບ​ຂອງ​ພວກເຂົາ,


ໂຢຮັນ​ກໍ​ກຳລັງ​ໃຫ້​ບັບຕິສະມາ​ຢູ່​ເໝືອນກັນ​ທີ່​ບ້ານ​ໄອນົນ​ໃກ້​ບ້ານ​ຊາລິມ, ເພາະ​ທີ່​ນັ້ນ​ມີ​ນ້ຳ​ຫລາຍ ແລະ ປະຊາຊົນ​ໄດ້​ພາກັນ​ມາ​ຫາ​ໂຢຮັນ ແລະ ຮັບ​ບັບຕິສະມາ.


ພວກທ່ານ​ກໍ​ຮູ້​ເຖິງ​ເຫດການ​ທີ່​ໄດ້​ເກີດຂຶ້ນ​ທົ່ວ​ແຂວງ​ຢູດາຍ, ເລີ່ມ​ທີ່​ທະເລ​ຄາລີເລ​ຫລັງຈາກ​ທີ່​ໂຢຮັນ​ໄດ້​ໄປ​ປະກາດ​ເລື່ອງ​ບັບຕິສະມາ,


ແລະ ບັດນີ້ ເຈົ້າ​ຊັກຊ້າ​ຢູ່​ເຮັດຫຍັງ? ຈົ່ງ​ລຸກຂຶ້ນ​ຮັບ​ບັບຕິສະມາ ແລະ ຊຳລະ​ລ້າງ​ບາບ​ທັງຫລາຍ​ຂອງ​ເຈົ້າ ໂດຍ​ຮ້ອງ​ອອກ​ນາມ​ຂອງ​ພຣະອົງ’.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka