Biblia Todo Logo
Internet tuqin Biblia

- Anuncios ukanaka -




ມາຣະໂກ 1:39 - ພຣະຄຳພີລາວສະບັບສະໄໝໃໝ່

39 ດັ່ງນັ້ນ ພຣະອົງ​ຈຶ່ງ​ໄດ້​ເດີນທາງ​ໄປ​ທົ່ວ​ແຂວງ​ຄາລີເລ ໄດ້​ເທດສະໜາ​ໃນ​ທຳມະສາລາ ແລະ ຂັບໄລ່​ຜີມານຮ້າຍ​ທັງຫລາຍ​ໃຫ້​ອອກ​ໄປ.

Uka jalj uñjjattʼäta Copia luraña

ພຣະຄຳພີສັກສິ

39 ດັ່ງນັ້ນ ພຣະອົງ​ຈຶ່ງ​ໄດ້​ໄປ​ທົ່ວ​ແຂວງ​ຄາລີເລ​ໄດ້​ສັ່ງສອນ​ໃນ​ທຳມະສາລາ ແລະ​ຂັບໄລ່​ພວກ​ຜີມານຮ້າຍ​ທັງຫລາຍ​ໃຫ້​ອອກ​ໄປ.

Uka jalj uñjjattʼäta Copia luraña




ມາຣະໂກ 1:39
10 Jak'a apnaqawi uñst'ayäwi  

ພຣະເຢຊູເຈົ້າ​ໄດ້​ເດີນທາງ​ໄປ​ທົ່ວ​ແຂວງ​ຄາລີເລ, ສັ່ງສອນ​ຕາມ​ທຳມະສາລາ​ຂອງ​ພວກເຂົາ, ໄດ້​ປະກາດ​ຂ່າວປະເສີດ​ເລື່ອງ​ອານາຈັກ​ສະຫວັນ ແລະ ຮັກສາ​ຄົນ​ທີ່​ມີ​ພະຍາດໂລຄາ ແລະ ຄົນເຈັບໄຂ້ໄດ້ປ່ວຍ​ທຸກ​ຊະນິດ​ໃນ​ທ່າມກາງ​ປະຊາຊົນ.


ພຣະເຢຊູເຈົ້າ​ໄດ້​ເດີນທາງ​ຜ່ານ​ໄປ​ຕາມ​ທຸກ​ເມືອງ ແລະ ບ້ານ, ສັ່ງສອນ​ຕາມ​ທຳມະສາລາ​ຕ່າງໆ​ຂອງ​ພວກເຂົາ, ໄດ້​ປະກາດ​ຂ່າວປະເສີດ​ເລື່ອງ​ອານາຈັກ​ສະຫວັນ ແລະ ຮັກສາ​ຄົນ​ທີ່​ມີ​ພະຍາດໂລຄາ ແລະ ຄົນເຈັບໄຂ້ໄດ້ປ່ວຍ​ທຸກ​ຊະນິດ.


ພຣະເຢຊູເຈົ້າ ແລະ ບັນດາ​ສາວົກ​ຂອງ​ພຣະອົງ​ໄດ້​ໄປ​ຍັງ​ເມືອງ​ກາເປນາອູມ, ແລະ ເມື່ອ​ເຖິງ​ວັນຊະບາໂຕ ພຣະເຢຊູເຈົ້າ​ໄດ້​ເຂົ້າ​ໄປ​ໃນ​ທຳມະສາລາ ແລະ ໄດ້​ເລີ່ມຕົ້ນ​ສັ່ງສອນ.


ໃນ​ຂະນະ​ນັ້ນ ມີ​ຊາຍ​ຄົນ​ໜຶ່ງ​ໃນ​ທຳມະສາລາ​ທີ່​ໄດ້​ຖືກ​ວິນຍານສົກກະປົກ​ເຂົ້າ​ສິງ​ຢູ່ ແລະ ຮ້ອງ​ຂຶ້ນ​ວ່າ,


ພຣະເຢຊູເຈົ້າ​ຈຶ່ງ​ຕອບ​ພວກເພິ່ນ​ວ່າ, “ໃຫ້​ພວກເຮົາ​ໄປ​ຍັງ​ບ່ອນ​ອື່ນໆ​ໃນ​ຂົງເຂດ​ໃກ້ຄຽງ​ນີ້ ເພື່ອ​ເຮົາ​ຈະ​ໄດ້​ປະກາດ​ຂ່າວປະເສີດ​ຢູ່​ທີ່​ນັ້ນ​ດ້ວຍ. ເຮົາ​ໄດ້​ມາ​ກໍ​ເພື່ອ​ພາລະກິດ​ນີ້​ແຫລະ”.


ອີກ​ຄັ້ງ​ໜຶ່ງ ພຣະເຢຊູເຈົ້າ​ໄດ້​ເຂົ້າ​ໄປ​ໃນ​ທຳມະສາລາ ແລະ ຢູ່​ທີ່​ນັ້ນ​ມີ​ຊາຍ​ມືລີບ​ຄົນ​ໜຶ່ງ.


ແລະ ພຣະອົງ​ປະຫລາດໃຈ​ໃນ​ຄວາມ​ບໍ່ເຊື່ອ​ຂອງ​ພວກເຂົາ. ຫລັງຈາກ​ນັ້ນ ພຣະເຢຊູເຈົ້າ​ໄດ້​ສັ່ງສອນ​ຕາມ​ບ້ານ​ຕ່າງໆ​ທີ່​ຢູ່​ອ້ອມຮອບ​ເຂດ​ນັ້ນ.


ນາງ​ຈຶ່ງ​ກັບ​ເມືອ​ເຮືອນ ແລະ ເຫັນ​ລູກສາວ​ຂອງ​ຕົນ​ນອນ​ຢູ່​ເທິງ​ຕຽງ ແລະ ຜີມານຮ້າຍ​ນັ້ນ​ໄດ້​ອອກ​ໄປ​ແລ້ວ.


ຫລາຍກວ່າ​ນັ້ນ​ອີກ, ມີ​ຜີມານຮ້າຍ​ໄດ້​ອອກ​ມາ​ຈາກ​ຫລາຍ​ຄົນ ແລະ ຮ້ອງ​ວ່າ, “ທ່ານ​ເປັນ​ພຣະບຸດ​ຂອງ​ພຣະເຈົ້າ!” ແຕ່​ພຣະເຢຊູເຈົ້າ​ສັ່ງ​ຫ້າມ​ພວກມັນ ແລະ ບໍ່​ອະນຸຍາດ​ໃຫ້​ພວກມັນ​ເວົ້າ ເພາະ​ພວກມັນ​ຮູ້​ວ່າ​ພຣະອົງ​ເປັນ​ພຣະຄຣິດເຈົ້າ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka