Biblia Todo Logo
Internet tuqin Biblia

- Anuncios ukanaka -




ມາຣະໂກ 1:26 - ພຣະຄຳພີລາວສະບັບສະໄໝໃໝ່

26 ວິນຍານສົກກະປົກ​ໄດ້​ເຮັດ​ໃຫ້​ຊາຍ​ຄົນ​ນັ້ນ​ຊັກດິ້ນ​ຢ່າງ​ຮຸນແຮງ ແລ້ວ​ຮ້ອງ​ສຽງດັງ ແລະ ກໍ​ອອກ​ໄປ​ຈາກ​ລາວ.

Uka jalj uñjjattʼäta Copia luraña

ພຣະຄຳພີສັກສິ

26 ຜີຊົ່ວຮ້າຍ​ໄດ້​ເຮັດ​ໃຫ້​ລາວ​ຊັກ​ດິ້ນ​ຢ່າງ​ແຮງ ຮ້ອງ​ສຽງດັງ ແລະ​ມັນ​ກໍ​ອອກ​ໄປ​ຈາກ​ລາວ.

Uka jalj uñjjattʼäta Copia luraña




ມາຣະໂກ 1:26
7 Jak'a apnaqawi uñst'ayäwi  

ພຣະເຢຊູເຈົ້າ​ສັ່ງ​ວິນຍານສົກກະປົກ​ຢ່າງ​ເດັດຂາດ​ວ່າ, “ມິດງຽບ! ຈົ່ງ​ອອກ​ມາ​ຈາກ​ລາວ​ດຽວ​ນີ້!”


ປະຊາຊົນ​ທຸກຄົນ​ຕ່າງ​ກໍ​ພາກັນ​ປະຫລາດໃຈ ແລະ ຖາມ​ກັນ​ວ່າ, “ນີ້​ແມ່ນ​ຫຍັງ? ເປັນ​ຄຳສັ່ງສອນ​ໃໝ່ ແລະ ທັງ​ຍັງ​ມີ​ສິດອຳນາດ! ທ່ານ​ຜູ້​ນີ້​ສັ່ງ​ວິນຍານສົກກະປົກ ແລະ ພວກມັນ​ກໍ​ຍອມ​ເຊື່ອຟັງ​ເພິ່ນ”.


ພວກເຂົາ​ກໍ​ໄດ້​ພາ​ເດັກນ້ອຍ​ມາ​ຫາ​ພຣະອົງ. ເມື່ອ​ຜີມານຮ້າຍ​ທີ່​ສິງ​ຢູ່​ໃນ​ໂຕ​ເດັກນ້ອຍ​ນັ້ນ​ໄດ້​ເຫັນ​ພຣະເຢຊູເຈົ້າ, ທັນໃດ​ນັ້ນ ມັນ​ກໍ​ເຮັດ​ໃຫ້​ເດັກນ້ອຍ​ນັ້ນ​ລົ້ມລົງ​ພື້ນດິນ, ຊັກດິ້ນ​ລົ້ມລົງ​ກິ້ງ​ໄປ​ມາ ແລະ ມີ​ນ້ຳລາຍ​ຟູມປາກ.


ຜີມານຮ້າຍ​ນັ້ນ​ແຜດສຽງ​ຂຶ້ນ ມັນ​ເຮັດ​ໃຫ້​ເດັກນ້ອຍ​ຊັກດິ້ນ​ຢ່າງ​ແຮງ ແລ້ວ​ກໍ​ອອກ​ໜີ​ໄປ. ເດັກນ້ອຍ​ນັ້ນ​ກາຍເປັນ​ເໝືອນ​ຄົນ​ຕາຍ ຈົນ​ຫລາຍ​ຄົນ​ທັງຫລາຍ​ເວົ້າ​ວ່າ, “ລາວ​ຕາຍ​ແລ້ວ”.


ແຕ່​ເມື່ອ​ມີ​ຄົນ​ທີ່​ແຂງແຮງ​ກວ່າ​ເຂົ້າ​ມາ​ໂຈມຕີ ແລະ ເອົາ​ຊະນະ​ລາວ​ໄດ້, ຄົນ​ນັ້ນ​ກໍ​ຈະ​ເອົາ​ອາວຸດ​ທັງໝົດ​ທີ່​ເຈົ້າຂອງ​ເຮືອນ​ໄວ້ໃຈ​ນັ້ນ​ໄປ ແລະ ແບ່ງປັນ​ສິ່ງຂອງ​ທີ່​ຢຶດ​ມາ​ໄດ້.


ມີ​ວິນຍານ​ເຂົ້າ​ສິງ​ລາວ ແລະ ລາວ​ກໍ​ຮ້ອງ​ຂຶ້ນ​ທັນທີ, ມັນ​ເຮັດ​ໃຫ້​ລາວ​ຊັກດິ້ນ​ຢ່າງ​ແຮງ​ຈົນ​ນໍ້າລາຍ​ຟູມ​ປາກ. ມັນ​ບໍ່​ຍອມ​ອອກ​ຈາກ​ໂຕ​ລາວ​ເລີຍ ແລະ ມັນ​ທຳລາຍ​ລາວ.


ແມ່ນ​ແຕ່​ໃນ​ຂະນະ​ທີ່​ເດັກນ້ອຍ​ນັ້ນ​ກຳລັງ​ມາ ວິນຍານສົກກະປົກ​ໄດ້​ເຮັດ​ໃຫ້​ເດັກນ້ອຍ​ນັ້ນ​ລົ້ມ​ຊັກດິ້ນ​ລົງ​ພື້ນດິນ​ກິ້ງເກືອກ​ໄປ​ມາ. ແຕ່​ພຣະເຢຊູເຈົ້າ​ສັ່ງ​ວິນຍານສົກກະປົກ​ນັ້ນ​ໃຫ້​ອອກ​ໄປ ແລະ ຮັກສາ​ເດັກນ້ອຍ​ຄົນ​ນັ້ນ​ໃຫ້​ຫາຍດີ ແລ້ວ​ສົ່ງ​ຄືນ​ໃຫ້​ພໍ່​ຂອງ​ລາວ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka