Biblia Todo Logo
Internet tuqin Biblia

- Anuncios ukanaka -




ມາຣະໂກ 1:19 - ພຣະຄຳພີລາວສະບັບສະໄໝໃໝ່

19 ເມື່ອ​ພຣະອົງ​ເດີນ​ທາງ​ໄປ​ອີກ​ໜ້ອຍ​ໜຶ່ງ ພຣະອົງ​ກໍ​ເຫັນ​ຢາໂກໂບ​ລູກຊາຍ​ຂອງ​ເຊເບດາຍ ແລະ ໂຢຮັນ​ຜູ້​ເປັນ​ນ້ອງຊາຍ​ຂອງ​ຢາໂກໂບ ກຳລັງ​ແປງ​ມອງ​ຂອງ​ຕົນ​ຢູ່​ໃນ​ເຮືອ.

Uka jalj uñjjattʼäta Copia luraña

ພຣະຄຳພີສັກສິ

19 ເມື່ອ​ພຣະອົງ​ເດີນທາງ​ໄປ​ອີກ​ໜ້ອຍ​ໜຶ່ງ ພຣະອົງ​ກໍ​ເຫັນ​ຢາໂກໂບ ແລະ ໂຢຮັນ​ນ້ອງຊາຍ​ຂອງຕົນ ພວກເພິ່ນ​ເປັນ​ລູກຊາຍ​ຂອງ​ເຊເບດາຍ ສອງ​ຄົນ​ນີ້​ກຳລັງ​ແປງ​ມອງ​ຂອງຕົນ​ຢູ່​ໃນ​ເຮືອ.

Uka jalj uñjjattʼäta Copia luraña




ມາຣະໂກ 1:19
11 Jak'a apnaqawi uñst'ayäwi  

ຈາກ​ທີ່​ນັ້ນ​ໄປ ພຣະອົງ​ໄດ້​ເຫັນ​ສອງ​ອ້າຍ​ນ້ອງ​ຄື: ຢາໂກໂບ​ລູກຊາຍ​ຂອງ​ເຊເບດາຍ ແລະ ໂຢຮັນ​ນ້ອງຊາຍ​ຂອງ​ເພິ່ນ. ພວກເພິ່ນ​ກຳລັງ​ແປງ​ມອງ​ຂອງ​ຕົນ​ຮ່ວມ​ກັບ​ເຊເບດາຍ​ພໍ່​ຂອງ​ພວກເພິ່ນ​ຢູ່​ໃນ​ເຮືອ. ພຣະເຢຊູເຈົ້າ​ຈຶ່ງ​ໄດ້​ເອີ້ນ​ເອົາ​ພວກເພິ່ນ,


ໃນທັນໃດ​ນັ້ນ ພວກເພິ່ນ​ກໍ​ປະ​ມອງ​ຂອງ​ຕົນ ແລະ ຕິດຕາມ​ພຣະອົງ​ໄປ.


ພໍ​ພຣະເຢຊູເຈົ້າ​ເຫັນ​ຈຶ່ງ​ເອີ້ນ​ເອົາ​ພວກເພິ່ນ​ທັນທີ ແລະ ພວກເພິ່ນ​ຈຶ່ງ​ປະ​ພໍ່​ຂອງ​ຕົນ​ຄື​ເຊເບດາຍ ແລະ ລູກຈ້າງ​ໄວ້​ໃນ​ເຮືອ​ແລ້ວ​ຕິດຕາມ​ພຣະອົງ​ໄປ.


ແລ້ວ​ຢາໂກໂບ ແລະ ໂຢຮັນ​ລູກຊາຍ​ຂອງ​ເຊເບດາຍ​ໄດ້​ມາ​ຫາ​ພຣະເຢຊູເຈົ້າ ແລະ ເວົ້າ​ວ່າ, “ອາຈານ​ເອີຍ, ພວກຂ້ານ້ອຍ​ຢາກ​ໃຫ້​ທ່ານ​ເຮັດ​ຕາມ​ຄຳຂໍ​ຂອງ​ພວກຂ້ານ້ອຍ”.


ພຣະອົງ​ໄດ້​ເອົາ​ເປໂຕ, ຢາໂກໂບ ແລະ ໂຢຮັນ​ໄປ​ກັບ​ພຣະອົງ, ພຣະອົງ​ເລີ່ມ​ໂສກເສົ້າ ແລະ ເປັນທຸກໃຈ​ຫລາຍ.


ຢາໂກໂບ​ລູກຊາຍ​ຂອງ​ເຊເບດາຍ ແລະ ໂຢຮັນ​ຜູ້​ເປັນ​ນ້ອງຊາຍ​ຂອງ​ຢາໂກໂບ (ພຣະອົງ​ໄດ້​ຕັ້ງ​ຊື່​ໃຫ້​ທັງ​ສອງ​ຄົນ​ວ່າ​ໂບອະເນເຄ ເຊິ່ງ​ມີ​ຄວາມໝາຍ​ວ່າ​ລູກຟ້າຮ້ອງ),


ພຣະອົງ​ບໍ່​ອະນຸຍາດ​ໃຫ້​ຜູ້ໃດ​ຕິດຕາມ​ພຣະອົງ​ໄປ​ຍົກເວັ້ນ​ເປໂຕ, ຢາໂກໂບ ແລະ ໂຢຮັນ​ນ້ອງຊາຍ​ຂອງ​ຢາໂກໂບ.


ຫົກ​ວັນ​ຕໍ່ມາ ພຣະເຢຊູເຈົ້າ​ໄດ້​ພາ​ເປໂຕ, ຢາໂກໂບ ແລະ ໂຢຮັນ​ຂຶ້ນ​ໄປ​ເທິງ​ພູ​ສູງ​ຢູ່​ຕ່າງຫາກ. ຢູ່​ທີ່​ນັ້ນ ຮ່າງກາຍ​ຂອງ​ພຣະອົງ​ກໍ​ປ່ຽນແປງ​ໄປ​ຕໍ່ໜ້າ​ພວກເພິ່ນ.


ຊີໂມນ​ເປໂຕ, ໂທມາ (ທີ່​ເອີ້ນ​ວ່າ​ດີໄດມັດ), ນະທານາເອັນ ມາ​ຈາກ​ບ້ານ​ການາ​ໃນ​ແຂວງ​ຄາລີເລ, ລູກຊາຍ​ທັງ​ສອງ​ຂອງ​ເຊເບດາຍ ແລະ ສາວົກ​ອີກ​ສອງ​ຄົນ​ກໍ​ຢູ່​ນຳ​ກັນ.


ເມື່ອ​ພວກເພິ່ນ​ມາ​ເຖິງ​ທີ່​ນັ້ນ ພວກເພິ່ນ​ກໍ​ໄດ້​ຂຶ້ນ​ໄປ​ທີ່​ຫ້ອງ​ພັກ​ຊັ້ນເທິງ​ບ່ອນ​ທີ່​ພວກເພິ່ນ​ເຄີຍ​ພັກເຊົາ. ໃນ​ພວກເພິ່ນ​ມີ: ເປໂຕ, ໂຢຮັນ, ຢາໂກໂບ, ອັນເດອາ, ຟີລິບ, ໂທມາ, ບາຣະໂທໂລມາຍ, ມັດທາຍ, ຢາໂກໂບ​ລູກຊາຍ​ຂອງ​ອາລະຟາຍ, ຊີໂມນ​ຜູ້ຮັກຊາດ ແລະ ຢູດາ​ລູກຊາຍ​ຂອງ​ຢາໂກໂບ.


ເຮໂຣດ​ໄດ້​ຂ້າ​ຢາໂກໂບ​ອ້າຍ​ຂອງ​ໂຢຮັນ​ດ້ວຍ​ດາບ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka