Biblia Todo Logo
Internet tuqin Biblia

- Anuncios ukanaka -




ມາຣະໂກ 1:14 - ພຣະຄຳພີລາວສະບັບສະໄໝໃໝ່

14 ຫລັງ​ຈາກ​ໂຢຮັນ​ຖືກ​ຂັງຄຸກ​ແລ້ວ ພຣະເຢຊູເຈົ້າ​ໄດ້​ໄປ​ປະກາດ​ຂ່າວປະເສີດ​ຂອງ​ພຣະເຈົ້າ​ທີ່​ແຂວງ​ຄາລີເລ.

Uka jalj uñjjattʼäta Copia luraña

ພຣະຄຳພີສັກສິ

14 ຫລັງຈາກ​ໂຢຮັນ​ຖືກ​ຈັບ​ໃສ່​ຄຸກ​ແລ້ວ ພຣະເຢຊູເຈົ້າ​ໄດ້​ໄປ​ປະກາດ​ຂ່າວປະເສີດ​ຂອງ​ພຣະເຈົ້າ​ທີ່​ແຂວງ​ຄາລີເລ.

Uka jalj uñjjattʼäta Copia luraña




ມາຣະໂກ 1:14
16 Jak'a apnaqawi uñst'ayäwi  

ເມື່ອ​ໂຢຮັນ​ຜູ້​ທີ່​ໄດ້​ຖືກ​ຂັງ​ຢູ່​ໃນ​ຄຸກ ໄດ້​ຍິນ​ຂ່າວ​ກ່ຽວກັບ​ກິດຈະການ​ຂອງ​ພຣະຄຣິດເຈົ້າ​ແລ້ວ, ເພິ່ນ​ຈຶ່ງ​ໄດ້​ໃຊ້​ພວກ​ລູກສິດ​ຂອງ​ເພິ່ນ​ໄປ


ແລະ ເພິ່ນ​ຈຶ່ງ​ເວົ້າ​ຕໍ່​ບັນດາ​ຄົນຮັບໃຊ້​ຂອງ​ຕົນ​ວ່າ, “ຜູ້​ນີ້​ແມ່ນ​ໂຢຮັນ​ບັບຕິສະໂຕ ລາວ​ໄດ້​ເປັນຄືນມາຈາກຕາຍ! ດ້ວຍເຫດນີ້ ຈຶ່ງ​ເຮັດ​ໃຫ້​ລາວ​ມີ​ລິດອຳນາດ​ເຮັດ​ການ​ອັດສະຈັນ​ຕ່າງໆ​ໄດ້”.


ເມື່ອ​ພຣະເຢຊູເຈົ້າ​ໄດ້​ຍິນ​ຂ່າວ​ວ່າ​ໂຢຮັນ​ຖືກ​ຂັງຄຸກ​ແລ້ວ, ພຣະອົງ​ຈຶ່ງ​ກັບຄືນ​ໄປ​ຍັງ​ແຂວງ​ຄາລີເລ.


ຕັ້ງແຕ່​ເວລາ​ນັ້ນ​ມາ ພຣະເຢຊູເຈົ້າ​ກໍ​ເລີ່ມຕົ້ນ​ເທດສະໜາ​ວ່າ, “ຈົ່ງ​ຖິ້ມໃຈເກົ່າເອົາໃຈໃໝ່ ເພາະ​ອານາຈັກ​ສະຫວັນ​ມາ​ໃກ້​ແລ້ວ”.


ພຣະເຢຊູເຈົ້າ​ໄດ້​ເດີນທາງ​ໄປ​ທົ່ວ​ແຂວງ​ຄາລີເລ, ສັ່ງສອນ​ຕາມ​ທຳມະສາລາ​ຂອງ​ພວກເຂົາ, ໄດ້​ປະກາດ​ຂ່າວປະເສີດ​ເລື່ອງ​ອານາຈັກ​ສະຫວັນ ແລະ ຮັກສາ​ຄົນ​ທີ່​ມີ​ພະຍາດໂລຄາ ແລະ ຄົນເຈັບໄຂ້ໄດ້ປ່ວຍ​ທຸກ​ຊະນິດ​ໃນ​ທ່າມກາງ​ປະຊາຊົນ.


ພຣະເຢຊູເຈົ້າ​ໄດ້​ເດີນທາງ​ຜ່ານ​ໄປ​ຕາມ​ທຸກ​ເມືອງ ແລະ ບ້ານ, ສັ່ງສອນ​ຕາມ​ທຳມະສາລາ​ຕ່າງໆ​ຂອງ​ພວກເຂົາ, ໄດ້​ປະກາດ​ຂ່າວປະເສີດ​ເລື່ອງ​ອານາຈັກ​ສະຫວັນ ແລະ ຮັກສາ​ຄົນ​ທີ່​ມີ​ພະຍາດໂລຄາ ແລະ ຄົນເຈັບໄຂ້ໄດ້ປ່ວຍ​ທຸກ​ຊະນິດ.


ເຮໂຣດ​ກໍ​ເຮັດ​ຊົ່ວ​ໜັກ​ຂຶ້ນ​ຕື່ມ​ອີກ​ໂດຍ​ຈັບ​ໂຢຮັນ​ຂັງ​ໄວ້​ໃນ​ຄຸກ.


ຫລັງຈາກນັ້ນ ພຣະເຢຊູເຈົ້າ​ໄດ້​ເດີນທາງ​ໄປ​ຕາມ​ເມືອງ ແລະ ບ້ານ​ຕ່າງໆ, ໄດ້​ປະກາດ​ຂ່າວປະເສີດ​ເລື່ອງ​ອານາຈັກ​ຂອງ​ພຣະເຈົ້າ. ສາວົກ​ທັງ​ສິບສອງ​ຄົນ​ກໍ​ໄປ​ກັບ​ພຣະອົງ


“ບັດນີ້ ຂ້າພະເຈົ້າ​ຮູ້​ວ່າ​ບໍ່​ມີ​ຈັກ​ຄົນ​ໃນ​ພວກທ່ານ​ທີ່​ຂ້າພະເຈົ້າ​ໄດ້​ທຽວ​ໄປ​ປະກາດ​ເຖິງ​ອານາຈັກ​ຂອງ​ພຣະເຈົ້າ​ໃຫ້​ຟັງ​ນັ້ນ​ຈະ​ໄດ້​ເຫັນ​ຂ້າພະເຈົ້າ​ອີກ.


ພວກເຂົາ​ໄດ້​ນັດໝາຍ​ວັນ​ທີ່​ຈະ​ພົບ​ກັບ​ໂປໂລ, ແລະ ຄົນ​ເປັນ​ຈຳນວນ​ຫລາຍ​ພາກັນ​ມາ​ຍັງ​ທີ່ພັກ​ຂອງ​ເພິ່ນ. ເພິ່ນ​ເປັນພະຍານ​ແກ່​ພວກເຂົາ​ຕັ້ງແຕ່​ເຊົ້າ​ຈົນ​ຄ່ຳ, ເພິ່ນ​ອະທິບາຍ​ເລື່ອງ​ອານາຈັກ​ຂອງ​ພຣະເຈົ້າ ແລະ ອະທິບາຍ​ຈາກ​ເລື່ອງ​ກົດບັນຍັດ​ຂອງ​ໂມເຊ ແລະ ຈາກ​ບັນດາ​ຜູ້ທຳນວາຍ ເພິ່ນ​ພະຍາຍາມ​ຊັກຊວນ​ໃຫ້​ພວກເຂົາ​ເຊື່ອ​ພຣະເຢຊູເຈົ້າ.


ຈົດໝາຍ​ສະບັບ​ນີ້​ຈາກ​ເຮົາ ໂປໂລ ຜູ້ຮັບໃຊ້​ຂອງ​ພຣະຄຣິດເຈົ້າເຢຊູ ຜູ້​ທີ່​ໄດ້​ຮັບ​ການ​ເອີ້ນ​ໃຫ້​ເປັນ​ອັກຄະສາວົກ ແລະ ຖືກ​ແຍກ​ໄວ້​ເພື່ອ​ຂ່າວປະເສີດ​ຂອງ​ພຣະເຈົ້າ,


ພຣະອົງ​ໄດ້​ມາ ແລະ ໄດ້​ປະກາດ​ສັນຕິສຸກ​ແກ່​ພວກເຈົ້າ​ທັງຫລາຍ​ທີ່​ຢູ່​ໄກ ແລະ ແກ່​ບັນດາ​ຜູ້​ທີ່​ຢູ່​ໃກ້.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka